Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 18:30 - ພຣະຄຳພີສັກສິ

30 ເມື່ອ​ພວກເຈົ້າ​ໄດ້​ຖວາຍ​ສ່ວນ​ທີ່ດີ​ທີ່ສຸດ​ແລ້ວ ພວກເຈົ້າ​ກໍ​ຮັກສາ​ສ່ວນ​ທີ່​ເຫຼືອ​ນັ້ນ​ໄວ້​ໄດ້ ເໝືອນກັນ​ກັບ​ຊາວ​ສວນ​ໄດ້​ຮັກສາ​ສິ່ງ​ທີ່​ເຫຼືອ​ໄວ້ ຫລັງຈາກ​ທີ່​ພວກເຂົາ​ໄດ້​ຖວາຍ​ແລ້ວ.

Uka jalj uñjjattʼäta Copia luraña




ຈົດບັນຊີ 18:30
12 Jak'a apnaqawi uñst'ayäwi  

ພໍ່​ຂອງ​ພວກເຂົາ​ຈຶ່ງ​ເວົ້າ​ວ່າ, “ຖ້າດັ່ງນັ້ນ ໃຫ້​ເຮັດ​ຢ່າງ​ນີ້: ໃຫ້​ເອົາ​ໝາກໄມ້​ຢ່າງດີ​ທີ່ສຸດ​ທີ່​ມີ​ໃນ​ດິນແດນ​ຂອງເຮົາ ໃສ່​ຖົງເຂົ້າ​ໄປ​ຕ້ອນ​ຜູ້ປົກຄອງ​ຄົນ​ນັ້ນ ເຊັ່ນ: ກຳຍານ, ນໍ້າເຜິ້ງ, ໝາກກໍ່, ເຄື່ອງເທດ ແລະ​ໝາກບົກ.


ເມື່ອ​ຂະບວນ​ແຫ່​ໄດ້​ມາ​ເຖິງ​ລານເຂົ້າ​ຂອງ​ອາຕາດ ຢູ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ; ພວກເຂົາ​ໄດ້​ຈັດ​ພິທີ​ປົງສົບ​ຢ່າງ​ຍິ່ງໃຫຍ່​ຂຶ້ນ ແລະ​ໂຢເຊັບ​ກໍ​ຈັດ​ພິທີ​ໄວ້ທຸກ​ເປັນ​ເວລາ​ເຈັດ​ວັນ.


ເມື່ອ​ມີ​ການ​ສະຖາປະນາ​ປະໂຣຫິດ ຊີ້ນ​ໜ້າເອິກ​ແລະ​ຂາໜ້າ​ຂອງ​ແກະເຖິກ ທີ່​ຈັດ​ເອົາ​ໄວ້​ສຳລັບ​ການ​ສະຖາປະນາ ຈົ່ງ​ໃຫ້​ຖວາຍ​ແກວ່ງໄປ​ແກວ່ງມາ​ຊຶ່ງ​ເປັນ​ເຄື່ອງ​ບູຊາ​ແກວ່ງໄປ​ແກວ່ງມາ ແລະ​ໃຫ້​ປະ​ໄວ້​ຕ່າງຫາກ​ສຳລັບ​ພວກ​ປະໂຣຫິດ.


ເມື່ອ​ພວກເຈົ້າ​ນຳ​ສັດ​ຕາບອດ ຫລື​ສັດ​ເຈັບໂຊ ຫລື​ສັດ​ຂາ​ພິການ ມາ​ຖວາຍ​ແກ່​ເຮົາ ພວກເຈົ້າ​ຄິດວ່າ​ເປັນ​ການ​ຖືກຕ້ອງ​ແລ້ວ​ບໍ? ຈົ່ງ​ລອງ​ນຳ​ສັດ​ເຊັ່ນນັ້ນ​ໄປ​ໃຫ້​ຜູ້ປົກຄອງ​ຂອງ​ພວກເຈົ້າ​ເບິ່ງດູ ເພິ່ນ​ຈະ​ພໍໃຈ​ນຳ​ພວກເຈົ້າ​ບໍ? ຫລື​ພວກເຈົ້າ​ຈະ​ໄດ້​ຮັບ​ຄວາມດີ​ຄວາມຊອບ​ຫຍັງ​ແດ່​ຈາກ​ເພິ່ນ?” ພຣະເຈົ້າຢາເວ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.


ຈາກ​ສິ່ງ​ທັງໝົດ​ຊຶ່ງ​ພວກເຈົ້າ​ໄດ້​ຮັບ ຈົ່ງ​ເອົາ​ສ່ວນ​ດີທີ່ສຸດນັ້ນ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ.


ພວກເຈົ້າ​ແລະ​ຄອບຄົວ​ຈະ​ເອົາ​ໄປ​ກິນ​ບ່ອນ​ໃດ​ບ່ອນ​ໜຶ່ງ​ກໍໄດ້ ເພາະວ່າ​ແມ່ນ​ຄ່າຈ້າງ​ສຳລັບ​ວຽກງານ​ທີ່​ພວກເຈົ້າ​ໄດ້​ເຮັດ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ.


ແຕ່​ກ່ອນ​ອື່ນ​ໝົດ ເຈົ້າ​ທັງຫລາຍ​ຈົ່ງ​ສະແຫວງ​ຫາ​ຣາຊອານາຈັກ​ຂອງ​ພຣະເຈົ້າ ແລະ​ຄວາມ​ຊອບທຳ​ຂອງ​ພຣະອົງ ແລ້ວ​ພຣະອົງ​ຈະ​ຊົງ​ເພີ່ມເຕີມ​ສິ່ງ​ທັງປວງ​ເຫຼົ່ານີ້​ໃຫ້​ແກ່​ພວກເຈົ້າ.


ຈົ່ງ​ຮັກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ດ້ວຍ​ສຸດໃຈ, ດ້ວຍ​ສຸດຈິດ, ແລະ​ດ້ວຍ​ສຸດ​ກຳລັງ​ຂອງ​ເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka