ຈົດບັນຊີ 18:3 - ພຣະຄຳພີສັກສິ3 ໃຫ້ພວກເຂົາເຮັດວຽກເພື່ອເຈົ້າ ແລະຮັບຜິດຊອບໜ້າທີ່ໃນຫໍເຕັນ, ແຕ່ຢ່າໃຫ້ພວກເຂົາເຂົ້າໃກ້ສິ່ງໃດໆໃນບ່ອນສັກສິດຂອງເຮົາຫລືໃກ້ແທ່ນບູຊາ. ຖ້າພວກເຂົາຫາກຂືນເຮັດທັງເຂົາ ແລະເຈົ້າເອງຈະໄດ້ຮັບໂທດເຖິງຕາຍ. Uka jalj uñjjattʼäta |
ແຜ່ນນີ້ເປັນສິ່ງເຕືອນຊາວອິດສະຣາເອນວ່າ ຢ່າໃຫ້ຜູ້ໃດຜູ້ໜຶ່ງທີ່ບໍ່ແມ່ນລູກຫລານຂອງອາໂຣນມາໃກ້ແທ່ນບູຊາ ເພື່ອເຜົາເຄື່ອງຫອມຖວາຍຕໍ່ໜ້າພຣະເຈົ້າຢາເວ. ບໍ່ດັ່ງນັ້ນ ເຂົາຈະຖືກທຳລາຍເໝືອນດັ່ງໂກຣາ ແລະພັກພວກຂອງຕົນ. ເອເລອາຊາກໍໄດ້ເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ຜ່ານທາງໂມເຊທຸກປະການ.
ແຕ່ແມ່ນເຈົ້າກັບພວກລູກຊາຍຂອງເຈົ້າເທົ່ານັ້ນ ທີ່ຈະປະຕິບັດໜ້າທີ່ຄວາມຮັບຜິດຊອບທັງໝົດຂອງປະໂຣຫິດ ກ່ຽວກັບແທ່ນບູຊາແລະໃນບ່ອນສັກສິດທີ່ສຸດໃຫ້ສຳເລັດ. ສິ່ງເຫຼົ່ານີ້ເປັນຄວາມຮັບຜິດຊອບຂອງເຈົ້າ ກໍຍ້ອນວ່າເຮົາໄດ້ມອບຕຳແໜ່ງປະໂຣຫິດໃຫ້ເຈົ້າ. ຜູ້ອື່ນໃດທີ່ເຂົ້າມາໃກ້ ຈະໄດ້ຮັບໂທດເຖິງຕາຍ.”
ເມື່ອເຖິງເວລາຍົກຍ້າຍຄ້າຍພັກ ໃຫ້ຄົນໃນຕະກຸນໂກຮາດຫາມເຄື່ອງອັນບໍຣິສຸດເຫຼົ່ານີ້ໄປ ຫລັງຈາກອາໂຣນແລະພວກລູກຊາຍຂອງລາວໄດ້ປົກຄຸມຫຸ້ມຫໍ່ແລ້ວ. ຄົນໃນຕະກຸນໂກຮາດບໍ່ຕ້ອງແຕະຕ້ອງເຄື່ອງໃຊ້ອັນບໍຣິສຸດນີ້ເດັດຂາດ ຖ້າແຕະຕ້ອງ ພວກເຂົາຈະຕ້ອງຕາຍ. ເມື່ອຍົກຍ້າຍຫໍເຕັນບ່ອນຊຸມນຸມເທື່ອໃດ ຄົນໃນຕະກຸນໂກຮາດຈະຕ້ອງຮັບໜ້າທີ່ດັ່ງກ່າວນີ້ທຸກຄັ້ງ.