Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 18:27 - ພຣະຄຳພີສັກສິ

27 ສ່ວນ​ຖວາຍ​ພິເສດ​ນີ້ ຈະ​ຖື​ເປັນ​ດັ່ງ​ເຂົ້າ​ໃໝ່ ແລະ​ເຫຼົ້າ​ອະງຸ່ນ​ໃໝ່​ທີ່​ຊາວ​ສວນ​ໄດ້​ນຳ​ມາ​ຖວາຍ.

Uka jalj uñjjattʼäta Copia luraña




ຈົດບັນຊີ 18:27
9 Jak'a apnaqawi uñst'ayäwi  

ເມື່ອ​ຂະບວນ​ແຫ່​ໄດ້​ມາ​ເຖິງ​ລານເຂົ້າ​ຂອງ​ອາຕາດ ຢູ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ; ພວກເຂົາ​ໄດ້​ຈັດ​ພິທີ​ປົງສົບ​ຢ່າງ​ຍິ່ງໃຫຍ່​ຂຶ້ນ ແລະ​ໂຢເຊັບ​ກໍ​ຈັດ​ພິທີ​ໄວ້ທຸກ​ເປັນ​ເວລາ​ເຈັດ​ວັນ.


ກະສັດ​ຕອບ​ວ່າ, “ຖ້າ​ພຣະເຈົ້າຢາເວ​ບໍ່​ຊ່ວຍ​ເຈົ້າ​ແລ້ວ ເຮົາ​ຈະ​ຊ່ວຍ​ເຈົ້າ​ໄດ້​ຢ່າງໃດ? ເຮົາ​ມີ​ເຂົ້າ ຫລື​ເຫຼົ້າ​ອະງຸ່ນ​ຊັ້ນບໍ?


ເມື່ອ​ພວກເຈົ້າ​ເຮັດ​ເຂົ້າຈີ່ ດ້ວຍ​ເມັດ​ພືດ​ທີ່​ຫາ​ກໍ​ເກັບກ່ຽວ​ໃໝ່ ຈົ່ງ​ເອົາ​ເຂົ້າຈີ່​ກ້ອນ​ທຳອິດ​ມາ​ຖວາຍ ເປັນ​ເຄື່ອງ​ບູຊາ​ຢ່າງ​ດຽວ​ກັບ​ເຄື່ອງ​ເຄື່ອງ​ບູຊາ​ເຂົ້າ​ທີ່​ຫາ​ກໍ​ເອົາ​ອອກ​ມາ​ຈາກ​ລານ​ຟາດເຂົ້າ.


ໃຫ້​ບອກ​ຊາວ​ເລວີ​ດັ່ງນີ້, “ເມື່ອ​ພວກເຈົ້າ​ຮັບ​ໜຶ່ງສ່ວນສິບ​ທີ່​ໄດ້​ຈາກ​ຊາວ​ອິດສະຣາເອນ ພວກເຈົ້າ​ຕ້ອງ​ແບ່ງ​ໜຶ່ງສ່ວນສິບ​ຖວາຍ​ເປັນ​ສ່ວນ​ຖວາຍ​ພິເສດ​ໃຫ້​ແກ່​ພຣະເຈົ້າຢາເວ​ເໝືອນກັນ.


ໃນ​ທຳນອງນີ້ ພວກເຈົ້າ​ຈົ່ງ​ຖວາຍ​ສ່ວນ​ຖວາຍ​ພິເສດ​ທີ່​ເປັນ​ຂອງ​ພຣະເຈົ້າຢາເວ ທີ່​ໄດ້​ຮັບ​ຈາກ​ໜຶ່ງສ່ວນສິບ​ທັງໝົດ​ຂອງ​ຊາວ​ອິດສະຣາເອນ​ເໝືອນກັນ. ໃຫ້​ພວກເຈົ້າ​ມອບ​ສ່ວນ​ຖວາຍ​ພິເສດ​ນີ້​ໃຫ້​ປະໂຣຫິດ​ອາໂຣນ ເພື່ອ​ໃຫ້​ເພິ່ນ​ຖວາຍ​ແກ່​ພຣະເຈົ້າຢາເວ.


ເມື່ອ​ພວກເຈົ້າ​ໄດ້​ຖວາຍ​ສ່ວນ​ທີ່ດີ​ທີ່ສຸດ​ແລ້ວ ພວກເຈົ້າ​ກໍ​ຮັກສາ​ສ່ວນ​ທີ່​ເຫຼືອ​ນັ້ນ​ໄວ້​ໄດ້ ເໝືອນກັນ​ກັບ​ຊາວ​ສວນ​ໄດ້​ຮັກສາ​ສິ່ງ​ທີ່​ເຫຼືອ​ໄວ້ ຫລັງຈາກ​ທີ່​ພວກເຂົາ​ໄດ້​ຖວາຍ​ແລ້ວ.


ຈົ່ງ​ແບ່ງປັນ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ອວຍພອນ​ພວກເຈົ້າ​ດ້ວຍ​ໃຈ​ກວ້າງຂວາງ​ເຊັ່ນ: ແກະ, ເຂົ້າ ແລະ​ເຫຼົ້າ​ອະງຸ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka