Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 18:26 - ພຣະຄຳພີສັກສິ

26 ໃຫ້​ບອກ​ຊາວ​ເລວີ​ດັ່ງນີ້, “ເມື່ອ​ພວກເຈົ້າ​ຮັບ​ໜຶ່ງສ່ວນສິບ​ທີ່​ໄດ້​ຈາກ​ຊາວ​ອິດສະຣາເອນ ພວກເຈົ້າ​ຕ້ອງ​ແບ່ງ​ໜຶ່ງສ່ວນສິບ​ຖວາຍ​ເປັນ​ສ່ວນ​ຖວາຍ​ພິເສດ​ໃຫ້​ແກ່​ພຣະເຈົ້າຢາເວ​ເໝືອນກັນ.

Uka jalj uñjjattʼäta Copia luraña




ຈົດບັນຊີ 18:26
7 Jak'a apnaqawi uñst'ayäwi  

ພວກ​ປະໂຣຫິດ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ອາໂຣນ​ຈະ​ໄປ​ກັບ​ຊາວ​ເລວີ ເມື່ອ​ເກັບ​ເອົາ​ໜຶ່ງສ່ວນສິບ​ນັ້ນ; ແລະ​ເພື່ອ​ຮັບໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ໃຫ້​ຊາວ​ເລວີ​ຖວາຍ​ໜຶ່ງສ່ວນສິບ​ຈາກ​ສິ່ງຂອງ​ຂອງ​ພວກຕົນ ຊຶ່ງ​ໄດ້​ມາ​ຈາກ​ໜຶ່ງສ່ວນສິບ​ທັງໝົດ​ນີ້ ໃຫ້​ແກ່​ຄັງ​ຂອງ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເໝືອນກັນ.


ປະຊາຊົນ​ຊາວ​ອິດສະຣາເອນ ແລະ​ຊາວ​ເລວີ​ຈະ​ຕ້ອງ​ບໍລິຈາກ​ພືດຜົນ​ເປັນເມັດ, ເຫຼົ້າ​ອະງຸ່ນ ແລະ​ນໍ້າມັນ​ໝາກກອກເທດ ໄວ້​ໃນ​ຄັງ​ບ່ອນ​ມ້ຽນ​ເຄື່ອງໃຊ້​ປະຈຳ​ພຣະວິຫານ ໃນ​ບ່ອນ​ທີ່​ບັນດາ​ປະໂຣຫິດ​ປະຈຳການ, ໃນ​ບ່ອນ​ພວກ​ຄົນເຝົ້າຍາມ ແລະ​ໃນ​ບ່ອນ​ທີ່​ສະມາຊິກ​ກຸ່ມ​ນັກຮ້ອງ​ອາໄສ​ຢູ່. ພວກ​ຂ້ານ້ອຍ​ຈະ​ບໍ່​ລະເລີຍ​ຕໍ່​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ.”


ຈົ່ງ​ຖວາຍ​ເຂົ້າຈີ່​ທີ່​ເຮັດ​ນັ້ນ ເປັນ​ຂອງ​ຖວາຍ​ພິເສດ​ຖວາຍ​ແກ່​ພຣະເຈົ້າຢາເວ​ທຸກຍຸກ​ທຸກສະໄໝ​ສືບໄປ.


“ເຮົາ​ໄດ້​ມອບ​ໜຶ່ງສ່ວນສິບ​ຂອງ​ທຸກໆ​ສິ່ງ ທີ່​ຊາວ​ອິດສະຣາເອນ​ຖວາຍ​ແກ່​ເຮົາ​ໃຫ້​ຊາວ​ເລວີ. ອັນ​ນີ້​ເປັນ​ຄ່າ​ຕອບແທນ​ວຽກ​ການ​ທີ່​ພວກເຂົາ​ຮັບຜິດຊອບ​ເບິ່ງແຍງ​ຮັກສາ​ຫໍເຕັນ​ບ່ອນ​ຊຸມນຸມ.


ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້


ສ່ວນ​ຖວາຍ​ພິເສດ​ນີ້ ຈະ​ຖື​ເປັນ​ດັ່ງ​ເຂົ້າ​ໃໝ່ ແລະ​ເຫຼົ້າ​ອະງຸ່ນ​ໃໝ່​ທີ່​ຊາວ​ສວນ​ໄດ້​ນຳ​ມາ​ຖວາຍ.


ແລະ​ບັນດາ​ເຊື້ອສາຍ​ຂອງ​ເລວີ ຜູ້​ຊຶ່ງ​ໄດ້​ຮັບ​ຕຳແໜ່ງ​ປະໂຣຫິດ​ນັ້ນ. ເຖິງ​ແມ່ນ​ວ່າ ຄົນ​ເຫຼົ່ານັ້ນ​ສືບ​ເຊື້ອສາຍ​ມາ​ຈາກ​ອັບຣາຮາມ ກໍ​ຍັງ​ມີ​ກົດບັນຍັດ​ສັ່ງ​ໃຫ້​ຮັບ​ໜຶ່ງສ່ວນສິບ​ຈາກ​ພົນລະເມືອງ ຄື​ຈາກ​ພວກ​ພີ່ນ້ອງ​ຂອງຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka