Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 18:23 - ພຣະຄຳພີສັກສິ

23 ຕັ້ງແຕ່​ນີ້​ໄປ ໃຫ້​ຊາວ​ເລວີ​ເທົ່ານັ້ນ​ເບິ່ງແຍງ​ຮັກສາ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ໃຫ້​ພວກເຂົາ​ຮັບຜິດຊອບ​ຢ່າງ​ເຕັມສ່ວນ​ຕໍ່​ໜ້າທີ່​ນີ້. ອັນນີ້​ແມ່ນ​ລະບຽບການ​ຕາຍຕົວ​ທີ່​ໃຫ້​ພວກ​ເຊື້ອສາຍ​ຂອງ​ພວກເຈົ້າ​ປະຕິບັດ​ຄືກັນ. ຊາວ​ເລວີ​ຈະ​ບໍ່ມີ​ສົມບັດ​ອັນ​ຖາວອນ ໃນ​ດິນແດນ​ອິດສະຣາເອນ​ເຊັ່ນກັນ

Uka jalj uñjjattʼäta Copia luraña




ຈົດບັນຊີ 18:23
10 Jak'a apnaqawi uñst'ayäwi  

ໃຫ້​ອາໂຣນ ແລະ​ພວກ​ລູກຊາຍ​ຂອງ​ລາວ ເປັນ​ຜູ້​ບົວລະບັດ​ຮັກສາ​ຕະກຽງ ຢູ່​ຊ້ອງໜ້າ​ເຮົາ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ​ເບື້ອງ​ນອກ ຄື​ຢູ່​ນອກ​ຜ້າກັ້ງ​ທາງ​ໜ້າ​ຂອງ​ຫີບ​ພັນທະສັນຍາ. ຈົ່ງ​ໄຕ້​ຕະກຽງ​ແຕ່​ຕອນ​ຄໍ່າ​ຈົນເຖິງ​ຕອນ​ຮຸ່ງ​ເຊົ້າ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ. ຈົ່ງ​ໃຫ້​ຊາວ​ອິດສະຣາເອນ​ກັບ​ເຊື້ອສາຍ​ຂອງ​ພວກເຂົາ ຕັ້ງໃຈ​ໃສ່​ປະຕິບັດ​ຕາມ​ຄຳສັ່ງ​ນີ້​ຕະຫລອດໄປ.”


“ແຕ່​ເຮົາ​ຈະ​ລົງໂທດ​ຊາວ​ເລວີ​ເຫຼົ່ານັ້ນ ຄື​ຜູ້​ຮ່ວມ​ກັບ​ຊາວ​ອິດສະຣາເອນ​ຄົນອື່ນໆ ປະຖິ້ມ​ເຮົາ​ແລະ​ໄປ​ຂາບໄຫວ້​ບັນດາ​ຮູບເຄົາຣົບ.


ພຣະເຈົ້າຢາເວ​ໄດ້​ບອກ​ອາໂຣນ​ວ່າ, “ເຈົ້າ​ກັບ​ພວກ​ລູກຊາຍ​ຂອງ​ເຈົ້າ ພ້ອມ​ທັງ​ຊາວ​ເລວີ​ຕ້ອງ​ເປັນ​ຜູ້​ຮັບ​ຜົນ​ກຳ​ຈາກ​ຄວາມຜິດ​ໃນ​ການ​ຮັບໃຊ້ ແລະ​ການ​ປະຕິບັດ​ໜ້າທີ່​ໃນ​ຫໍເຕັນ​ບ່ອນ​ເຮົາ​ສະຖິດ​ຢູ່, ແຕ່​ເຈົ້າ​ກັບ​ພວກ​ລູກຊາຍ​ຂອງ​ເຈົ້າ​ໃນ​ຖານະ​ທີ່​ເປັນ​ປະໂຣຫິດ​ຂອງເຮົາ ຈະ​ເປັນ​ຜູ້​ຮັບຜິດຊອບ​ຕໍ່​ຄວາມຜິດ​ນັ້ນ.


ພຣະເຈົ້າຢາເວ​ໄດ້​ບອກ​ອາໂຣນ​ວ່າ, “ເຈົ້າ​ຈະ​ບໍ່ໄດ້​ຮັບ​ຊັບສົມບັດ​ໃດໆ​ເປັນ​ມູນ​ມໍຣະດົກ ແລະ​ທັງ​ຈະ​ບໍ່ໄດ້​ທີ່ດິນ​ສ່ວນ​ໃດໆ​ໃນ​ດິນແດນ​ອິດສະຣາເອນ​ເປັນ​ຂອງ​ພວກເຈົ້າ​ໃນ​ທ່າມກາງ​ພວກເຂົາ. ເຮົາ​ເປັນ​ທຸກສິ່ງ​ທີ່​ເຈົ້າ​ຕ້ອງການ.”


ພວກເຈົ້າ​ຕ້ອງ​ປະຕິບັດ​ຕາມ​ລະບຽບການ​ນີ້​ທຸກຍຸກ​ທຸກສະໄໝ​ສືບໄປ. ຄົນ​ຜູ້​ທີ່​ຊິດ​ນໍ້າ​ນັ້ນ​ຕ້ອງ​ຊັກ​ເຄື່ອງນຸ່ງຫົ່ມ​ຂອງຕົນ​ເໝືອນກັນ; ຜູ້ໃດ​ທີ່​ແຕະຕ້ອງ​ນໍ້າ​ນັ້ນ ຍັງ​ເປັນມົນທິນ​ຢູ່​ຈົນ​ຮອດ​ຄໍ່າ​ຕາມ​ກົດບັນຍັດ.


ລູກຊາຍ​ຂອງ​ຊາວ​ເລວີ​ທີ່​ມີ​ອາຍຸ​ໜຶ່ງ​ເດືອນ​ຂຶ້ນ​ໄປ​ມີ​ຈຳນວນ 23.000 ຄົນ. ພວກເຂົາ​ບໍ່ໄດ້​ຖືກ​ນັບ​ຮ່ວມ​ເຂົ້າ​ກັບ​ປະຊາຊົນ​ອິດສະຣາເອນ​ເຜົ່າ​ອື່ນໆ ຍ້ອນ​ພວກເຂົາ​ຈະ​ບໍ່ໄດ້​ຮັບ​ຊັບສົມບັດ​ສ່ວນ​ໃດໆ​ຢູ່​ໃນ​ຊາດ​ອິດສະຣາເອນ.


ພວກເຂົາ​ຈະ​ເຮັດ​ໜ້າທີ່​ຊຶ່ງ​ໄດ້​ຮັບ​ມອບໝາຍ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ເຮັດ​ໜ້າທີ່​ສຳລັບ​ປະໂຣຫິດ​ແລະ​ສຳລັບ​ຊຸມຊົນ​ທັງໝົດ ໂດຍ​ເຮັດວຽກ​ຮັບໃຊ້​ທີ່​ຫໍເຕັນ​ສັກສິດ.


ບໍ່​ວ່າ​ພວກເຈົ້າ​ຈະ​ອາໄສ​ຢູ່​ແຫ່ງຫົນ​ໃດ​ກໍຕາມ ໃຫ້​ພວກເຈົ້າ​ແລະ​ລູກຫລານ​ປະຕິບັດ​ຕາມ​ກົດ​ບັງຄັບ​ເຫຼົ່ານີ້.


ດ້ວຍເຫດນີ້ ເຜົ່າ​ເລວີ​ຈົ່ງ​ບໍ່ໄດ້​ຮັບ​ດິນແດນ​ສ່ວນ​ໃດ​ເໝືອນ​ດັ່ງ​ເຜົ່າ​ອື່ນໆ ສິ່ງ​ທີ່​ພວກເຂົາ​ໄດ້​ຮັບ​ແມ່ນ​ສິດທິ​ພິເສດ ໃນ​ການ​ເປັນ​ປະໂຣຫິດ​ຂອງ​ພຣະເຈົ້າຢາເວ ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສັນຍາ​ໄວ້​ກັບ​ພວກເຂົາ).


ໂມເຊ​ບໍ່ໄດ້​ແບ່ງປັນ​ດິນແດນ​ໃຫ້​ເຜົ່າ​ເລວີ ເພາະ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ບອກ​ໄວ້​ວ່າ, ພວກເຂົາ​ໄດ້​ຮັບ​ເຄື່ອງ​ຖວາຍ​ເຜົາບູຊາ​ດ້ວຍ​ໄຟ ທີ່​ເທິງ​ແທ່ນບູຊາ​ເປັນ​ສ່ວນ​ຂອງ​ພວກເຂົາ​ແລ້ວ ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka