Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 18:22 - ພຣະຄຳພີສັກສິ

22 ຊາວ​ອິດສະຣາເອນ​ຄົນອື່ນໆ​ບໍ່​ຕ້ອງ​ເຂົ້າ​ມາ​ໃກ້​ຫໍເຕັນ​ບ່ອນ​ຊຸມນຸມ ບໍ່​ດັ່ງນັ້ນ ພວກເຂົາ​ຈະ​ຖືກ​ລົງໂທດ​ເຖິງ​ຕາຍ.

Uka jalj uñjjattʼäta Copia luraña




ຈົດບັນຊີ 18:22
7 Jak'a apnaqawi uñst'ayäwi  

ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ​ຕ້ອງ​ນຸ່ງ​ສົ້ງ​ຂາສັ້ນ​ຢູ່​ປະຈຳ ເມື່ອ​ພວກເຂົາ​ເຂົ້າ​ມາ​ຫໍເຕັນ​ບ່ອນ​ຊຸມນຸມ ຫລື​ເຂົ້າ​ມາ​ໃກ້​ແທ່ນບູຊາ​ເວລາ​ບົວລະບັດ​ຮັບໃຊ້​ເຮົາ ໃນ​ຖານະ​ປະໂຣຫິດ​ທີ່​ບ່ອນ​ສັກສິດ ເພື່ອ​ພວກເຂົາ​ຈະ​ບໍ່​ຕາຍ​ຍ້ອນ​ວ່າ​ບໍ່​ປົກປິດ​ຕົນຕົວ. ອັນ​ນີ້​ແມ່ນ​ກົດເກນ​ອັນ​ຖາວອນ ຊຶ່ງ​ອາໂຣນ​ແລະ​ເຊື້ອສາຍ​ຂອງ​ລາວ ຈະ​ຕ້ອງ​ປະຕິບັດ​ຕະຫລອດໄປ.”


ຖ້າ​ຊາຍ​ຜູ້ໜຶ່ງ​ສົມສູ່​ກັບ​ເມຍ​ຂອງ​ລຸງ ລາວ​ກໍ​ເຮັດ​ໃຫ້​ລຸງ​ຂອງຕົນ​ເສື່ອມເສຍ ແລະ​ລາວ​ກັບ​ຍິງ​ນັ້ນ​ຈະ​ເສຍ​ຄ່າ​ທົດແທນ​ໂທດ; ທັງສອງ​ຈະ​ຕາຍ​ໂດຍ​ບໍ່ມີ​ລູກ.


ປະໂຣຫິດ​ທຸກຄົນ​ຈະ​ຕ້ອງ​ປະຕິບັດ​ຕາມ​ລະບຽບການ​ຕ່າງໆ ທີ່​ເຮົາ​ໄດ້​ມອບ​ໃຫ້​ນີ້. ຖ້າບໍ່​ດັ່ງນັ້ນ ພວກເຂົາ​ຈະ​ເຮັດ​ຜິດ​ແລະ​ຕາຍ ເພາະ​ໄດ້​ຝ່າຝືນ​ລະບຽບ​ການ​ອັນ​ສັກສິດ. ເຮົາ​ແມ່ນ​ພຣະເຈົ້າຢາເວ ແລະ​ເຮົາ​ໄດ້​ເຮັດ​ໃຫ້​ພວກເຂົາ​ບໍຣິສຸດ.


ແຕ່​ແມ່ນ​ເຈົ້າ​ກັບ​ພວກ​ລູກຊາຍ​ຂອງ​ເຈົ້າ​ເທົ່ານັ້ນ ທີ່​ຈະ​ປະຕິບັດ​ໜ້າທີ່​ຄວາມ​ຮັບຜິດຊອບ​ທັງໝົດ​ຂອງ​ປະໂຣຫິດ ກ່ຽວກັບ​ແທ່ນບູຊາ​ແລະ​ໃນ​ບ່ອນ​ສັກສິດ​ທີ່ສຸດ​ໃຫ້​ສຳເລັດ. ສິ່ງ​ເຫຼົ່ານີ້​ເປັນ​ຄວາມ​ຮັບຜິດຊອບ​ຂອງ​ເຈົ້າ ກໍ​ຍ້ອນ​ວ່າ​ເຮົາ​ໄດ້​ມອບ​ຕຳແໜ່ງ​ປະໂຣຫິດ​ໃຫ້​ເຈົ້າ. ຜູ້ອື່ນໃດ​ທີ່​ເຂົ້າ​ມາ​ໃກ້ ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.”


ເຈົ້າ​ຈະ​ຕ້ອງ​ສະຖາປະນາ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ໃຫ້​ເຮັດ​ໜ້າທີ່​ປະໂຣຫິດ; ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຫາກ​ພະຍາຍາມ​ຈະ​ເຮັດ​ໜ້າທີ່​ນີ້​ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.”


ສ່ວນ​ໂມເຊ​ແລະ​ອາໂຣນ​ພ້ອມ​ກັບ​ພວກ​ລູກຊາຍ​ຂອງຕົນ​ນັ້ນ ໃຫ້​ຕັ້ງ​ຄ້າຍ​ຢູ່​ຕໍ່ໜ້າ​ຫໍເຕັນ​ສັກສິດ​ທາງດ້ານ​ຕາເວັນອອກ, ຢູ່​ຕໍ່ໜ້າ​ຫໍເຕັນ​ບ່ອນ​ຊຸມນຸມ. ພວກເຂົາ​ເປັນ​ຜູ້​ຮັບ​ໜ້າທີ່​ເຮັດ​ພິທີ​ຕ່າງໆ​ໃນ​ບ່ອນ​ສັກສິດ​ແທນ​ປະຊາຊົນ​ອິດສະຣາເອນ. ຜູ້ໃດ​ຜູ້ໜຶ່ງ​ທີ່​ພະຍາຍາມ​ເຮັດ​ພິທີ​ນີ້​ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka