Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 18:21 - ພຣະຄຳພີສັກສິ

21 “ເຮົາ​ໄດ້​ມອບ​ໜຶ່ງສ່ວນສິບ​ຂອງ​ທຸກໆ​ສິ່ງ ທີ່​ຊາວ​ອິດສະຣາເອນ​ຖວາຍ​ແກ່​ເຮົາ​ໃຫ້​ຊາວ​ເລວີ. ອັນ​ນີ້​ເປັນ​ຄ່າ​ຕອບແທນ​ວຽກ​ການ​ທີ່​ພວກເຂົາ​ຮັບຜິດຊອບ​ເບິ່ງແຍງ​ຮັກສາ​ຫໍເຕັນ​ບ່ອນ​ຊຸມນຸມ.

Uka jalj uñjjattʼäta Copia luraña




ຈົດບັນຊີ 18:21
26 Jak'a apnaqawi uñst'ayäwi  

ຈົ່ງ​ຫັນ​ມາ​ອວຍພອນ​ໃຫ້​ອັບຣາມ​ເຖີດ ສາທຸການ​ແດ່​ພຣະເຈົ້າ​ຜູ້​ໃຫ້​ຊະນະ​ເຫຼົ່າ​ສັດຕູ.” ແລ້ວ​ອັບຣາມ​ກໍໄດ້​ຖວາຍ​ໜຶ່ງສ່ວນສິບ​ໃນ​ສິ່ງຂອງ​ທັງໝົດ ຊຶ່ງ​ເພິ່ນ​ໄດ້​ມາ​ຈາກ​ການ​ສູ້ຮົບ​ນັ້ນ ໃຫ້​ແກ່​ເມຄີເຊເດັກ.


ເມື່ອ​ຮອດ​ລະດູ​ເກັບກ່ຽວ ພວກເຈົ້າ​ຕ້ອງ​ເອົາ​ຜົນລະປູກ​ໜຶ່ງ​ສ່ວນ​ຫ້າ​ໃຫ້​ກະສັດ. ສ່ວນ​ທີ່​ເຫຼືອ​ນັ້ນ ໃຫ້​ເປັນ​ຂອງ​ພວກເຈົ້າ​ເພື່ອ​ເປັນ​ເຂົ້າປູກ ແລະ​ສຳລັບ​ກິນ​ໃນ​ຄອບຄົວ.”


ດັ່ງນັ້ນ ໂຢເຊັບ​ຈຶ່ງ​ໄດ້​ແຕ່ງ​ກົດໝາຍ​ປົກຄອງ​ທີ່ດິນ​ໄວ້​ໃນ​ປະເທດ​ເອຢິບ​ຄື: ຜົນລະປູກ​ໜຶ່ງ​ສ່ວນ​ຫ້າ​ເປັນ​ຂອງ​ກະສັດ. ກົດໝາຍ​ນີ້​ຍັງ​ໃຊ້​ກັນ​ຈົນເຖິງ​ທຸກ​ວັນນີ້. ມີ​ແຕ່​ທີ່ດິນ​ຂອງ​ພວກ​ປະໂຣຫິດ​ເທົ່ານັ້ນ​ທີ່​ບໍ່​ເປັນ​ຂອງ​ກະສັດ.


ແລະ​ເອົາ​ຂອງຂວັນ​ກັບ​ໜຶ່ງສ່ວນສິບ​ທັງໝົດ ທີ່​ຄົນ​ໄດ້​ນຳ​ມາ​ຖວາຍ​ສະສົມ​ໄວ້​ໃນ​ທີ່ນັ້ນ. ພວກເຂົາ​ໄດ້​ແຕ່ງຕັ້ງ​ຊາວ​ເລວີ​ຄົນ​ໜຶ່ງ ໃຫ້​ເປັນ​ຜູ້​ຮັບຜິດຊອບ​ຊື່​ວ່າ ໂກນານີຢາ ແລະ​ໃຫ້​ຊີເມອີ​ນ້ອງຊາຍ​ຂອງ​ລາວ​ເປັນ​ຜູ້​ຊ່ວຍ.


ຂໍ​ຮ່ວມ​ກັບ​ບັນດາ​ຜູ້ນຳ​ຂອງ​ພວກ​ຂ້ານ້ອຍ​ໃນ​ທີ່​ນີ້ ພາຍໃຕ້​ຄຳສາບແຊ່ງ​ອັນ​ມີ​ໂທດ​ຮ້າຍແຮງ ຖ້າ​ພວກ​ຂ້ານ້ອຍ​ຝ່າຝືນ​ຂໍ້​ຕົກລົງ​ນີ້ ຂໍ​ສາບານ​ວ່າ​ພວກ​ຂ້ານ້ອຍ​ຈະ​ດຳເນີນ​ຊີວິດ​ຕາມ​ກົດບັນຍັດ ຊຶ່ງ​ພຣະເຈົ້າ​ໄດ້​ມອບ​ໃຫ້​ຜ່ານ​ທາງ​ໂມເຊ ຜູ້ຮັບໃຊ້​ຂອງ​ພຣະເຈົ້າ; ວ່າ​ພວກ​ຂ້ານ້ອຍ​ຈະ​ກະທຳ​ຕາມ​ສິ່ງ​ທັງໝົດ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ໄດ້​ສັ່ງ; ແລະ​ວ່າ​ພວກ​ຂ້ານ້ອຍ​ຈະ​ຢຶດຖື​ກົດບັນຍັດ ແລະ​ຂໍ້​ກຳນົດ​ຕ່າງໆ​ຂອງ​ພຣະອົງ.


ທຸກໆ​ປີ​ໃດ ພວກ​ຂ້ານ້ອຍ​ຈະ​ນຳ​ເຂົ້າໜົມ​ທີ່​ບໍ່ໄດ້​ຈີ່ ຊຶ່ງ​ເຮັດ​ຈາກ​ພືດຜົນ​ເປັນເມັດ​ທີ່​ເກັບກ່ຽວ​ແຕ່ຕົ້ນປີ​ພ້ອມທັງ​ເຫຼົ້າ​ອະງຸ່ນ, ນໍ້າມັນ​ໝາກກອກເທດ ແລະ​ໝາກໄມ້​ຊະນິດ​ຕ່າງໆ​ມາ​ໃຫ້​ປະໂຣຫິດ​ຖວາຍ​ໃນ​ວິຫານ​ຂອງ​ພຣະເຈົ້າ. ພວກ​ຂ້ານ້ອຍ​ຈະ​ນຳ​ໜຶ່ງສ່ວນສິບ​ຂອງ​ພືດຜົນ​ຈາກ​ໄຮ່​ນາ ແລະ​ໜຶ່ງສ່ວນສິບ​ຂອງ​ພືດຜົນ​ຈາກ​ດິນແດນ​ຂອງ​ພວກ​ຂ້ານ້ອຍ​ມາ​ໃຫ້​ຊາວ​ເລວີ.


ພວກ​ປະໂຣຫິດ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ອາໂຣນ​ຈະ​ໄປ​ກັບ​ຊາວ​ເລວີ ເມື່ອ​ເກັບ​ເອົາ​ໜຶ່ງສ່ວນສິບ​ນັ້ນ; ແລະ​ເພື່ອ​ຮັບໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ໃຫ້​ຊາວ​ເລວີ​ຖວາຍ​ໜຶ່ງສ່ວນສິບ​ຈາກ​ສິ່ງຂອງ​ຂອງ​ພວກຕົນ ຊຶ່ງ​ໄດ້​ມາ​ຈາກ​ໜຶ່ງສ່ວນສິບ​ທັງໝົດ​ນີ້ ໃຫ້​ແກ່​ຄັງ​ຂອງ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເໝືອນກັນ.


ໃນ​ເວລາ​ນັ້ນ ພວກເຂົາ​ໄດ້​ຊອກ​ຫາ​ຜູ້​ຮັບຜິດຊອບ​ບ່ອນ​ມ້ຽນ​ເຄື່ອງຂອງ ທີ່​ຄົນ​ນຳ​ມາ​ບໍລິຈາກ​ສຳລັບ​ພຣະວິຫານ ຊຶ່ງ​ປະກອບ​ດ້ວຍ​ໜຶ່ງສ່ວນສິບ, ຜົນລະປູກ​ເທື່ອ​ທຳອິດ​ຂອງ​ພືດຜົນ​ເປັນເມັດ ແລະ​ໝາກໄມ້​ສຸກ​ເທື່ອ​ທຳອິດ​ໃນ​ຕົ້ນປີ. ຄົນ​ເຫຼົ່ານີ້​ແມ່ນ​ຮັບຜິດຊອບ​ຮວບຮວມ​ເຄື່ອງປູກ​ຂອງຝັງ ຈາກ​ໄຮ່​ນາ​ໃກ້ຄຽງ​ໃນ​ເມືອງ​ຕ່າງໆ​ທີ່​ນຳ​ມາ​ບໍລິຈາກ ສຳລັບ​ພວກ​ປະໂຣຫິດ​ແລະ​ຊາວ​ເລວີ ຕາມ​ທີ່​ກົດບັນຍັດ​ໄດ້​ກຳນົດ​ໄວ້. ປະຊາຊົນ​ຊາວ​ຢູດາ​ທັງໝົດ​ຕ່າງ​ກໍ​ພໍໃຈ​ນຳ​ພວກ​ປະໂຣຫິດ​ແລະ​ຊາວ​ເລວີ


ໃນ​ສະໄໝ​ຂອງ​ເຊຣຸບບາເບນ ແລະ​ໃນ​ສະໄໝ​ຂອງ​ເນເຫມີຢາ​ເຊັ່ນກັນ ປະຊາຊົນ​ອິດສະຣາເອນ​ທຸກຄົນ​ກໍໄດ້​ບໍລິຈາກ​ຂອງຂວັນ​ປະຈຳວັນ ເພື່ອ​ສະໜັບ​ສະໜູນ​ພວກ​ນັກຮ້ອງ ແລະ​ພວກ​ເຝົ້າຍາມ. ປະຊາຊົນ​ໄດ້​ມອບ​ຂອງ​ຖວາຍ​ອັນ​ສັກສິດ​ນີ້​ໃຫ້​ແກ່​ຊາວ​ເລວີ ແລະ​ຊາວ​ເລວີ​ໄດ້​ມອບ​ສ່ວນ​ທີ່​ຕ້ອງການ ຕາມ​ທີ່​ໄດ້​ບົ່ງ​ໄວ້​ນັ້ນ ໃຫ້​ພວກ​ປະໂຣຫິດ.


ຕໍ່ມາ ປະຊາຊົນ​ອິດສະຣາເອນ​ທຸກຄົນ​ຈຶ່ງ​ເລີ່ມຕົ້ນ​ນຳ​ໜຶ່ງສ່ວນສິບ ມາ​ສູ່​ຄັງ​ຂອງ​ພຣະວິຫານ​ເຊັ່ນ: ພືດຜົນ​ເປັນເມັດ, ເຫຼົ້າ​ອະງຸ່ນ ແລະ​ນໍ້າມັນ​ໝາກກອກເທດ.


ເພິ່ນ​ໄດ້​ອະນຸຍາດ​ໃຫ້​ໂຕບີຢາ​ໃຊ້​ຫ້ອງ​ໃຫຍ່​ຫ້ອງ​ໜຶ່ງ ຊຶ່ງ​ແຕ່​ກ່ອນ​ໄດ້​ໃຊ້​ມ້ຽນເຄື່ອງ​ຖວາຍ​ໂດຍ​ສະເພາະ​ເຊັ່ນ: ພືດຜົນ​ເປັນເມັດ​ກັບ​ເຄື່ອງຫອມ, ເຄື່ອງໃຊ້​ປະຈຳ​ພຣະວິຫານ, ເຄື່ອງ​ຖວາຍ​ຕ່າງໆ​ສຳລັບ​ບັນດາ​ປະໂຣຫິດ ແລະ​ໜຶ່ງສ່ວນສິບ​ຂອງ​ພືດຜົນ​ເປັນເມັດ, ເຫຼົ້າ​ອະງຸ່ນ ແລະ​ນໍ້າມັນ​ໝາກກອກເທດ​ທີ່​ໄດ້​ຖວາຍ​ໃຫ້​ຊາວ​ເລວີ, ໃຫ້​ພວກ​ນັກຮ້ອງ ແລະ​ໃຫ້​ພວກ​ຄົນເຝົ້າຍາມ.


ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ໄດ້​ໃຫ້​ຄຳສັ່ງ​ນີ້​ແກ່​ພວກເຈົ້າ ເພື່ອ​ວ່າ​ພັນທະສັນຍາ​ຂອງເຮົາ​ຊຶ່ງ​ໄດ້​ເຮັດ​ໄວ້​ກັບ​ພວກ​ປະໂຣຫິດ ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ເລວີ​ນັ້ນ ຈະ​ດຳລົງ​ຄົງ​ຢູ່​ຕໍ່ໄປ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫລະ.


ຈົ່ງ​ນຳ​ໜຶ່ງສ່ວນສິບ​ເຕັມ​ຈຳນວນ​ມາ​ທີ່​ວິຫານ​ຂອງເຮົາ ເພື່ອ​ວ່າ​ໃນ​ທີ່ນັ້ນ​ຈະ​ມີ​ອາຫານ​ຢ່າງ​ເຕັມ​ບໍຣິບູນ. ຈົ່ງ​ລອງ​ເຮັດ​ຢ່າງນັ້ນ​ກັບ​ເຮົາ​ເບິ່ງ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ ແລະ​ພວກເຈົ້າ​ຈະ​ເຫັນ​ວ່າ ເຮົາ​ຈະ​ໄຂ​ປະຕູ​ສະຫວັນ ແລະ​ຖອກເທ​ພຣະພອນ​ນາໆ​ຊະນິດ ຈົນ​ບໍ່ມີ​ຫ້ອງ​ໃສ່​ໄວ້​ໃນ​ເຮືອນ​ຂອງ​ພວກເຈົ້າ.


ແມ່ນ​ເຮົາ​ເອງ​ທີ່​ເປັນ​ຜູ້​ເລືອກ​ເອົາ​ຍາດຕິພີ່ນ້ອງ​ຊາວ​ເລວີ​ຂອງ​ເຈົ້າ ຈາກ​ທ່າມກາງ​ຊາວ​ອິດສະຣາເອນ ເພື່ອ​ໃຫ້​ເປັນ​ຂອງຂວັນ​ແກ່​ເຈົ້າ. ເຈົ້າ​ໄດ້​ອຸທິດ​ຖວາຍ​ພວກເຂົາ​ໃຫ້​ແກ່​ພຣະເຈົ້າຢາເວ ເພື່ອ​ວ່າ​ພວກເຂົາ​ຈະ​ປະຕິບັດ​ໜ້າທີ່​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ​ໄດ້.


“ຈົ່ງ​ນຳ​ເຜົ່າເລວີ​ອອກ​ມາ​ຂ້າງ​ໜ້າ ແລະ​ແຕ່ງຕັ້ງ​ພວກເຂົາ​ໃຫ້​ເປັນ​ຜູ້ຮັບໃຊ້​ປະໂຣຫິດ​ອາໂຣນ.


ສຳລັບ​ສ່ວນ​ທີ່​ເປັນ​ຂອງ​ນັກຮົບ​ນັ້ນ ຈົ່ງ​ຫັກ​ເອົາ​ໜຶ່ງ​ໃນ​ຫ້າຮ້ອຍ​ເປັນ​ຂອງ​ຖວາຍ​ສຳລັບ​ພຣະເຈົ້າຢາເວ ບໍ່​ວ່າ​ເປັນ​ຊະເລີຍເສິກ, ງົວ, ລໍ, ແກະ ແລະ​ແບ້​ກໍດີ.


ຄົນ​ທີ່​ຮັບ​ພຣະທຳ​ຄຳສອນ​ແລ້ວ ຈົ່ງ​ແບ່ງ​ສິ່ງ​ທີ່​ດີ​ທຸກຢ່າງ​ໃຫ້​ແກ່​ຜູ້​ທີ່​ສັ່ງສອນ​ຕົນ.


ລາວ​ຈະ​ໄດ້​ຮັບ​ສ່ວນແບ່ງ​ເທົ່າ​ກັນ​ກັບ​ປະໂຣຫິດ​ຄົນອື່ນໆ ແລະ​ຮັກສາ​ສິ່ງຂອງ​ທີ່​ຄອບຄົວ​ຂອງ​ລາວ​ຈັດ​ສົ່ງ​ມາ​ໃຫ້​ລາວ​ໄດ້.”


ແລະ​ບັນດາ​ເຊື້ອສາຍ​ຂອງ​ເລວີ ຜູ້​ຊຶ່ງ​ໄດ້​ຮັບ​ຕຳແໜ່ງ​ປະໂຣຫິດ​ນັ້ນ. ເຖິງ​ແມ່ນ​ວ່າ ຄົນ​ເຫຼົ່ານັ້ນ​ສືບ​ເຊື້ອສາຍ​ມາ​ຈາກ​ອັບຣາຮາມ ກໍ​ຍັງ​ມີ​ກົດບັນຍັດ​ສັ່ງ​ໃຫ້​ຮັບ​ໜຶ່ງສ່ວນສິບ​ຈາກ​ພົນລະເມືອງ ຄື​ຈາກ​ພວກ​ພີ່ນ້ອງ​ຂອງຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka