Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 18:20 - ພຣະຄຳພີສັກສິ

20 ພຣະເຈົ້າຢາເວ​ໄດ້​ບອກ​ອາໂຣນ​ວ່າ, “ເຈົ້າ​ຈະ​ບໍ່ໄດ້​ຮັບ​ຊັບສົມບັດ​ໃດໆ​ເປັນ​ມູນ​ມໍຣະດົກ ແລະ​ທັງ​ຈະ​ບໍ່ໄດ້​ທີ່ດິນ​ສ່ວນ​ໃດໆ​ໃນ​ດິນແດນ​ອິດສະຣາເອນ​ເປັນ​ຂອງ​ພວກເຈົ້າ​ໃນ​ທ່າມກາງ​ພວກເຂົາ. ເຮົາ​ເປັນ​ທຸກສິ່ງ​ທີ່​ເຈົ້າ​ຕ້ອງການ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 18:20
20 Jak'a apnaqawi uñst'ayäwi  

ຫລັງຈາກ​ນັ້ນ ອັບຣາມ​ກໍ​ໄດ້​ຍິນ​ພຣະເຈົ້າຢາເວ​ກ່າວ​ແກ່​ຕົນ​ທາງ​ນິມິດ​ວ່າ, “ອັບຣາມ​ເອີຍ ເຈົ້າ​ຢ່າ​ຢ້ານ​ແຕ່​ຢ່າງໃດ​ເລີຍ ເຮົາ​ແມ່ນ​ໂລ້​ຕ້ານທານ​ທີ່​ຄອຍ​ຮັກສາ​ເຈົ້າ ຈາກ​ເຫຼົ່າ​ໂພຍໄພ​ຮ້າຍ​ອັນຕະລາຍ​ຕ່າງໆ ເຮົາ​ຈະ​ໃຫ້​ບຳເໜັດ​ເຈົ້າ​ຢ່າງ​ຫລວງຫລາຍ.”


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮ້ອງຫາ​ພຣະອົງ ພຣະອົງ​ເປັນ​ຜູ້​ຄຸ້ມຄອງ ທີ່​ເປັນ​ສຸດ​ປາຖະໜາ​ໃນ​ຊີວິດ​ນີ້.


ພຣະເຈົ້າຢາເວ​ເປັນ​ທຸກສິ່ງ​ທີ່​ຂ້ານ້ອຍ​ມີ ທຸກສິ່ງ​ທີ່​ຂ້ານ້ອຍ​ຈຳເປັນ ພຣະອົງ​ກໍ​ຈັດຫາ​ໃຫ້.


ແມ່ນວ່າ ຈິດໃຈ​ແລະ​ຮ່າງກາຍ​ອ່ອນແຮງ​ກໍຕາມ ແຕ່​ພຣະເຈົ້າ​ເປັນ​ກຳລັງ​ຂອງ​ຂ້ານ້ອຍ ແລະ​ເປັນ​ທຸກສິ່ງ​ທີ່​ຂ້ານ້ອຍ​ຕ້ອງການ​ຢູ່​ເລື້ອຍໆ.


ພຣະເຈົ້າຢາເວ​ເປັນ​ທຸກໆ​ສິ່ງ​ທີ່​ຂ້ອຍ​ມີ ສະນັ້ນ ຂ້ອຍ​ຈຶ່ງ​ຝາກ​ຄວາມຫວັງ​ໄວ້​ໃນ​ພຣະເຈົ້າ.


ການ​ເປັນ​ປະໂຣຫິດ​ຂອງ​ພວກເຂົາ​ນັ້ນ​ແມ່ນ​ສ່ວນ​ແບ່ງ ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ປະຊາຊົນ​ອິດສະຣາເອນ​ສືບຕໍ່​ກັນ​ໄປ​ຕະຫລອດ​ທຸກ​ເຊັ່ນຄົນ. ພວກເຂົາ​ຈະ​ບໍ່ມີ​ຊັບສົມບັດ​ໃດໆ​ໃນ​ຊາດ​ອິດສະຣາເອນ; ເພາະ​ເຮົາ​ຈະ​ເປັນ​ທຸກສິ່ງ​ທີ່​ພວກເຂົາ​ຈຳເປັນ.


ແຕ່​ແມ່ນ​ເຈົ້າ​ກັບ​ພວກ​ລູກຊາຍ​ຂອງ​ເຈົ້າ​ເທົ່ານັ້ນ ທີ່​ຈະ​ປະຕິບັດ​ໜ້າທີ່​ຄວາມ​ຮັບຜິດຊອບ​ທັງໝົດ​ຂອງ​ປະໂຣຫິດ ກ່ຽວກັບ​ແທ່ນບູຊາ​ແລະ​ໃນ​ບ່ອນ​ສັກສິດ​ທີ່ສຸດ​ໃຫ້​ສຳເລັດ. ສິ່ງ​ເຫຼົ່ານີ້​ເປັນ​ຄວາມ​ຮັບຜິດຊອບ​ຂອງ​ເຈົ້າ ກໍ​ຍ້ອນ​ວ່າ​ເຮົາ​ໄດ້​ມອບ​ຕຳແໜ່ງ​ປະໂຣຫິດ​ໃຫ້​ເຈົ້າ. ຜູ້ອື່ນໃດ​ທີ່​ເຂົ້າ​ມາ​ໃກ້ ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.”


ລູກຊາຍ​ຂອງ​ຊາວ​ເລວີ​ທີ່​ມີ​ອາຍຸ​ໜຶ່ງ​ເດືອນ​ຂຶ້ນ​ໄປ​ມີ​ຈຳນວນ 23.000 ຄົນ. ພວກເຂົາ​ບໍ່ໄດ້​ຖືກ​ນັບ​ຮ່ວມ​ເຂົ້າ​ກັບ​ປະຊາຊົນ​ອິດສະຣາເອນ​ເຜົ່າ​ອື່ນໆ ຍ້ອນ​ພວກເຂົາ​ຈະ​ບໍ່ໄດ້​ຮັບ​ຊັບສົມບັດ​ສ່ວນ​ໃດໆ​ຢູ່​ໃນ​ຊາດ​ອິດສະຣາເອນ.


ດ້ວຍເຫດນີ້ ເຜົ່າ​ເລວີ​ຈົ່ງ​ບໍ່ໄດ້​ຮັບ​ດິນແດນ​ສ່ວນ​ໃດ​ເໝືອນ​ດັ່ງ​ເຜົ່າ​ອື່ນໆ ສິ່ງ​ທີ່​ພວກເຂົາ​ໄດ້​ຮັບ​ແມ່ນ​ສິດທິ​ພິເສດ ໃນ​ການ​ເປັນ​ປະໂຣຫິດ​ຂອງ​ພຣະເຈົ້າຢາເວ ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສັນຍາ​ໄວ້​ກັບ​ພວກເຂົາ).


ຈົ່ງ​ຊົມຊື່ນ​ຍິນດີ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ພ້ອມ​ກັບ​ລູກຫລານ​ຂອງ​ພວກເຈົ້າ, ຄົນ​ຮັບໃຊ້​ຂອງ​ພວກເຈົ້າ ແລະ​ຊາວ​ເລວີ​ທີ່​ອາໄສ​ຢູ່​ໃນ​ເມືອງ​ຂອງ​ພວກເຈົ້າ; ຈົ່ງ​ຈົດຈຳ​ໄວ້​ວ່າ​ຊາວ​ເລວີ​ຈະ​ບໍ່ມີ​ດິນແດນ​ເປັນ​ຂອງ​ຕົນເອງ.


ຢ່າ​ໄດ້​ປ່ອຍປະ​ຊາວ​ເລວີ​ທີ່​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ພວກເຈົ້າ ເພາະ​ພວກເຂົາ​ບໍ່ມີ​ຊັບສົມບັດ​ໃດໆ​ເລີຍ​ເປັນ​ຂອງຕົນເອງ.


ອາຫານ​ນີ້​ແມ່ນ​ສຳລັບ​ພວກ​ເລວີ ໃນ​ເມື່ອ​ພວກເຂົາ​ບໍ່ມີ​ຊັບສົມບັດ​ໃດໆ​ເປັນ​ຂອງ​ຕົນເອງ ແລະ​ສຳລັບ​ຊາວ​ຕ່າງດ້າວ ລູກ​ກຳພ້າ ແລະ​ແມ່ໝ້າຍ​ທີ່​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ພວກເຈົ້າ. ພວກເຂົາ​ຈະ​ໄດ້​ມາ​ຮັບ​ເອົາ​ໄປ​ກິນ​ຕາມ​ຄວາມ​ຕ້ອງການ​ຂອງ​ພວກເຂົາ. ຈົ່ງ​ປະຕິບັດ​ເຊັ່ນນີ້ ແລ້ວ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກໍ​ຈະ​ອວຍພອນ​ທຸກໆ​ສິ່ງ​ທີ່​ພວກເຈົ້າ​ເຮັດ.”


ໂມເຊ​ບໍ່ໄດ້​ແບ່ງປັນ​ດິນແດນ​ໃຫ້​ເຜົ່າ​ເລວີ ເພາະ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ບອກ​ໄວ້​ວ່າ, ພວກເຂົາ​ໄດ້​ຮັບ​ເຄື່ອງ​ຖວາຍ​ເຜົາບູຊາ​ດ້ວຍ​ໄຟ ທີ່​ເທິງ​ແທ່ນບູຊາ​ເປັນ​ສ່ວນ​ຂອງ​ພວກເຂົາ​ແລ້ວ ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ.


ແຕ່​ໂມເຊ​ບໍ່ໄດ້​ມອບໝາຍ​ດິນແດນ​ສ່ວນ​ໃດໆ​ໃຫ້​ເຜົ່າເລວີ. ເພິ່ນ​ໄດ້​ບອກ​ພວກເຂົາ​ວ່າ ສ່ວນແບ່ງ​ຂອງ​ພວກເຂົາ​ນັ້ນ​ຄື​ການ​ຮັບໃຊ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ.


ໂມເຊ​ໄດ້​ມອບ​ດິນແດນ​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ໃຫ້​ຊາວ​ອິດສະຣາເອນ​ສອງ​ເຜົ່າ​ເຄິ່ງ​ແລ້ວ. (ເຊື້ອສາຍ​ຂອງ​ໂຢເຊັບ​ຖືກ​ແບ່ງ​ອອກ​ເປັນ​ສອງ​ເຜົ່າ: ມານາເຊ​ແລະ​ເອຟຣາອິມ) ເຖິງ​ຢ່າງ​ໃດ​ກໍຕາມ ໂມເຊ​ບໍ່ໄດ້​ມອບ​ດິນແດນ​ສ່ວນ​ໃດ​ເລີຍ​ໃຫ້​ຊາວ​ເລວີ.


ແຕ່​ສຳລັບ​ພວກເລວີ​ແລ້ວ ພວກເຂົາ​ຈະ​ບໍ່ໄດ້​ຮັບ​ດິນແດນ​ສ່ວນ​ໃດໆ​ເໝືອນ​ດັ່ງ​ພວກເຈົ້າ ເພາະ​ສ່ວນ​ຂອງ​ພວກເຂົາ​ແມ່ນ​ຮັບໃຊ້​ພຣະເຈົ້າຢາເວ​ໃນ​ຖານະ​ເປັນ​ປະໂຣຫິດ. ສ່ວນ​ເຜົ່າກາດ, ເຜົ່າ​ຣູເບັນ ແລະ​ເຜົ່າ​ມານາເຊ​ຕາເວັນອອກ​ນັ້ນ​ໄດ້​ຮັບ​ດິນແດນ ທາງ​ຝັ່ງ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ແລ້ວ ຊຶ່ງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ.”


ຂ້າພະເຈົ້າ​ໄດ້ຍິນ​ສຽງດັງ​ອອກ​ມາ​ຈາກ​ພຣະຣາຊບັນລັງ ແລະ​ກ່າວ​ວ່າ, “ເບິ່ງແມ! ທີ່​ສະຖິດ​ຂອງ​ພຣະເຈົ້າ​ກໍ​ຢູ່​ກັບ​ມະນຸດ​ແລ້ວ ພຣະອົງ​ຈະ​ສະຖິດ​ຢູ່​ກັບ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ເປັນ​ໄພ່ພົນ​ຂອງ​ພຣະອົງ ພຣະເຈົ້າ​ເອງ​ຈະ​ສະຖິດ​ຢູ່​ກັບ​ພວກເຂົາ ແລະ​ຈະ​ຊົງ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka