Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 18:2 - ພຣະຄຳພີສັກສິ

2 ໃຫ້​ນຳ​ຍາດຕິພີ່ນ້ອງ​ໃນ​ເຜົ່າເລວີ​ຂອງ​ເຈົ້າ​ມາ​ເຮັດ​ວຽກ​ຊ່ວຍ​ເຈົ້າ ໃນ​ເວລາ​ທີ່​ພວກເຈົ້າ​ເຂົ້າ​ໄປ​ຮັບໃຊ້​ເຮົາ​ໃນ​ຫໍເຕັນ.

Uka jalj uñjjattʼäta Copia luraña




ຈົດບັນຊີ 18:2
16 Jak'a apnaqawi uñst'ayäwi  

ຢູ່​ມາ​ນາງ​ກໍ​ຖືພາ​ອີກ​ແລະ​ອອກ​ລູກຊາຍ​ຜູ້​ໃໝ່​ຕື່ມ. ນາງ​ເວົ້າ​ວ່າ, “ບັດນີ້ ຜົວ​ຕ້ອງ​ຕິດພັນ​ຢູ່​ກັບ​ຂ້ອຍ ເພາະ​ຂ້ອຍ​ໄດ້​ລູກຊາຍ​ໃຫ້​ລາວ​ເຖິງ​ສາມ​ຄົນ​ແລ້ວ.” ດັ່ງນັ້ນ ນາງ​ຈຶ່ງ​ໃສ່​ຊື່​ໃຫ້​ເດັກນ້ອຍ​ນັ້ນ​ວ່າ ເລວີ.


ພວກເຂົາ​ໄດ້​ເຂົ້າ​ປະຈຳ​ໜ້າທີ່​ຂອງຕົນ​ໃນ​ພຣະວິຫານ ຕາມ​ຄຳແນະນຳ​ທີ່​ມີ​ຢູ່​ໃນ​ກົດບັນຍັດ​ຂອງ​ໂມເຊ​ຄົນ​ຂອງ​ພຣະເຈົ້າ. ຊາວ​ເລວີ​ໄດ້​ນຳ​ເລືອດ​ສັດ​ສຳລັບ​ບູຊາ​ນັ້ນ​ມາ​ໃຫ້​ປະໂຣຫິດ​ຊິດ​ໃສ່​ແທ່ນບູຊາ.


ພວກເຂົາ​ຈະ​ຮັບໃຊ້​ເຮົາ​ຢູ່​ໃນ​ພຣະວິຫານ​ໄດ້ ໂດຍ​ຮັບຜິດຊອບ​ເຝົ້າຍາມ​ປະຕູ ແລະ​ໂດຍ​ເຮັດ​ວຽກ​ຢ່າງອື່ນ​ໃນ​ພຣະວິຫານ. ພວກເຂົາ​ຈະ​ຂ້າ​ສັດ​ທີ່​ປະຊາຊົນ​ຖວາຍ​ເປັນ​ເຄື່ອງ​ເຜົາບູຊາ ແລະ​ເຄື່ອງ​ບູຊາ​ອື່ນໆ ແລະ​ມີ​ໜ້າທີ່​ຮັບໃຊ້​ປະຊາຊົນ.


“ແຕ່​ພວກ​ປະໂຣຫິດ​ຊາວ​ເລວີ​ຜູ້​ທີ່​ສືບ​ເຊື້ອສາຍ​ຈາກ​ຊາດົກ ໄດ້​ສືບຕໍ່​ຮັບໃຊ້​ເຮົາ​ໃນ​ພຣະວິຫານ​ຢ່າງ​ສັດຊື່ ໃນ​ເມື່ອ​ປະຊາຊົນ​ອື່ນໆ​ໄດ້​ຫັນໜ້າ​ໜີໄປ​ຈາກ​ເຮົາ. ສະນັ້ນ ຕໍ່ໄປນີ້​ແມ່ນ​ພວກເຂົາ​ເທົ່ານັ້ນ ທີ່​ຈະ​ໄດ້​ເຂົ້າ​ມາ​ຊ້ອງໜ້າ​ເຮົາ ເພື່ອ​ຖວາຍ​ໄຂມັນ ແລະ​ເລືອດ​ເປັນ​ເຄື່ອງ​ບູຊາ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ໄດ້​ໃຫ້​ຄຳສັ່ງ​ນີ້​ແກ່​ພວກເຈົ້າ ເພື່ອ​ວ່າ​ພັນທະສັນຍາ​ຂອງເຮົາ​ຊຶ່ງ​ໄດ້​ເຮັດ​ໄວ້​ກັບ​ພວກ​ປະໂຣຫິດ ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ເລວີ​ນັ້ນ ຈະ​ດຳລົງ​ຄົງ​ຢູ່​ຕໍ່ໄປ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫລະ.


ສ່ວນ​ພວກ​ເລວີ​ນັ້ນ ພວກເຂົາ​ຈະ​ຕ້ອງ​ຕັ້ງ​ຄ້າຍ​ອ້ອມຮອບ​ຫໍເຕັນ​ສັກສິດ​ແຫ່ງ​ພັນທະສັນຍາ​ໄວ້ ເພື່ອ​ຈະ​ບໍ່ມີ​ໃຜ​ເຂົ້າ​ມາ​ໃກ້ ແລະ​ກໍ່​ເຫດ​ໃຫ້​ມີ​ຄວາມ​ໂກດຮ້າຍ​ຕໍ່​ຊຸມຊົນ​ອິດສະຣາເອນ​ໄດ້. ໃຫ້​ພວກ​ເລວີ​ເຝົ້າຮັກສາ​ຫໍເຕັນ​ສັກສິດ​ແຫ່ງ​ພັນທະສັນຍາ​ໄວ້.”


ແຜ່ນ​ນີ້​ເປັນ​ສິ່ງ​ເຕືອນ​ຊາວ​ອິດສະຣາເອນ​ວ່າ ຢ່າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ທີ່​ບໍ່ແມ່ນ​ລູກຫລານ​ຂອງ​ອາໂຣນ​ມາ​ໃກ້​ແທ່ນບູຊາ ເພື່ອ​ເຜົາ​ເຄື່ອງຫອມ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ. ບໍ່​ດັ່ງນັ້ນ ເຂົາ​ຈະ​ຖືກ​ທຳລາຍ​ເໝືອນ​ດັ່ງ​ໂກຣາ ແລະ​ພັກພວກ​ຂອງຕົນ. ເອເລອາຊາ​ກໍໄດ້​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ຜ່ານ​ທາງ​ໂມເຊ​ທຸກປະການ.


ແລ້ວ​ໂມເຊ​ກໍ​ເອົາ​ໄມ້ຄ້ອນເທົ້າ​ເຫຼົ່ານັ້ນ​ໄປ​ໄວ້​ໃນ​ຫໍເຕັນ ຕໍ່ໜ້າ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ.


ພວກເຂົາ​ຈະ​ເຮັດ​ວຽກ​ກັບ​ເຈົ້າ ແລະ​ຮັບຜິດຊອບ​ໜ້າທີ່​ທຸກຢ່າງ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ, ແຕ່​ຢ່າ​ເອົາ​ຄົນ​ທີ່​ຂາດ​ຄຸນສົມບັດ​ມາ​ເຮັດ​ວຽກ​ການ​ນຳ​ເຈົ້າ.


ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ,


ເມື່ອ​ເຖິງ​ເວລາ​ຍົກຍ້າຍ​ຄ້າຍພັກ ໃຫ້​ຄົນ​ໃນ​ຕະກຸນ​ໂກຮາດ​ຫາມ​ເຄື່ອງ​ອັນ​ບໍຣິສຸດ​ເຫຼົ່ານີ້​ໄປ ຫລັງຈາກ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ໄດ້​ປົກຄຸມ​ຫຸ້ມຫໍ່​ແລ້ວ. ຄົນ​ໃນ​ຕະກຸນ​ໂກຮາດ​ບໍ່​ຕ້ອງ​ແຕະຕ້ອງ​ເຄື່ອງໃຊ້​ອັນ​ບໍຣິສຸດ​ນີ້​ເດັດຂາດ ຖ້າ​ແຕະຕ້ອງ ພວກເຂົາ​ຈະ​ຕ້ອງ​ຕາຍ. ເມື່ອ​ຍົກຍ້າຍ​ຫໍເຕັນ​ບ່ອນ​ຊຸມນຸມ​ເທື່ອໃດ ຄົນ​ໃນ​ຕະກຸນ​ໂກຮາດ​ຈະ​ຕ້ອງ​ຮັບ​ໜ້າທີ່​ດັ່ງ​ກ່າວ​ນີ້​ທຸກ​ຄັ້ງ.


ເຮົາ​ໄດ້​ມອບ​ພວກ​ເລວີ​ໃຫ້​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ເປັນ​ຂອງ​ຖວາຍ​ຈາກ​ຊາວ​ອິດສະຣາເອນ; ເພື່ອ​ໃຫ້​ພວກ​ເລວີ​ບົວລະບັດ​ຫໍເຕັນ​ບ່ອນ​ຊຸມນຸມ​ແທນ​ປະຊາຊົນ​ອິດສະຣາເອນ​ທັງໝົດ ແລະ​ເພື່ອ​ປ້ອງກັນ​ພວກເລວີ​ຈາກ​ໄພພິບັດ​ທີ່​ຈະ​ມາ​ຖືກ​ພວກເຂົາ ເມື່ອໃດ​ທີ່​ພວກເຂົາ​ເຂົ້າ​ມາ​ໃກ້​ສະຖານທີ່​ສັກສິດ​ເກີນ​ໄປ.”


ປະຊາຊົນ​ໄດ້​ເຮັດ​ທຸກໆ​ສິ່ງ​ຕໍ່​ພວກ​ເລວີ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້. ສະນັ້ນ ພວກເຂົາ​ຈຶ່ງ​ມີ​ຄຸນສົມບັດ​ເຮັດ​ວຽກງານ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ ໂດຍ​ພາຍໃຕ້​ການ​ດູແລ​ຂອງ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ເພິ່ນ.


ເມື່ອ​ຈັດຕັ້ງ​ສິ່ງ​ຕ່າງໆ​ໄວ້​ຢ່າງ​ນັ້ນ​ແລ້ວ ບັນດາ​ປະໂຣຫິດ​ກໍ​ເຂົ້າ​ໄປ​ໃນ​ຫໍເຕັນ​ສັກສິດ​ຊັ້ນນອກ​ທຸກໆ​ວັນ ເພື່ອ​ປະກອບ​ພິທີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka