Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 18:16 - ພຣະຄຳພີສັກສິ

16 ສິ່ງ​ທີ່​ຖືກ​ໄຖ່ຄືນ​ນັ້ນ ຈົ່ງ​ໄຖ່​ໄວ້​ແຕ່​ອາຍຸ​ໜຶ່ງ​ເດືອນ​ຂຶ້ນ​ໄປ ໃຫ້​ໄຖ່​ເອົາ​ຄືນ​ໄດ້​ໃນ​ລາຄາ​ເງິນ​ຫ້າ​ຫລຽນ ຕາມ​ອັດຕາ​ເງິນ​ຂອງ​ສຳນັກ​ນະມັດສະການ​ຊຶ່ງ​ໄດ້​ກຳນົດ​ໄວ້.

Uka jalj uñjjattʼäta Copia luraña




ຈົດບັນຊີ 18:16
9 Jak'a apnaqawi uñst'ayäwi  

ທຸກຄົນ​ທີ່​ມີ​ລາຍຊື່​ໃນ​ການ​ຈົດ​ທະບຽນ ຕ້ອງ​ຈ່າຍ​ເງິນ​ໃນ​ຈຳນວນ​ທີ່​ໄດ້​ກຳນົດ​ໄວ້ ຕາມ​ອັດຕາ​ຂອງ​ສຳນັກ​ນະມັດສະການ. ທຸກໆ​ຄົນ​ຈະ​ຕ້ອງ​ຈ່າຍ​ເງິນ​ຕາມ​ຈຳນວນ​ດັ່ງ​ກ່າວ​ນີ້ ເປັນ​ການ​ຖວາຍ​ແກ່​ພຣະເຈົ້າຢາເວ.


ຄຳ​ທັງໝົດ​ທີ່​ໄດ້​ອຸທິດ​ຖວາຍ​ເພື່ອ​ສ້າງ​ຫໍເຕັນ​ນີ້ ໜັກ​ໜຶ່ງພັນ​ກິໂລກຼາມ ຕາມ​ອັດຕາ​ຊັ່ງ​ຂອງ​ສຳນັກ​ນະມັດສະການ.


ໜ່ວຍ​ອັດຕາ​ຊັ່ງ​ຂອງ​ພວກເຈົ້າ​ໃຫ້​ມີ​ດັ່ງນີ້: 20 ເກຣາ ເທົ່າ​ກັບ 1 ເຊເກນ 60 ເຊເກນ ເທົ່າ​ກັບ 1 ມີນາ


ການ​ຕີ​ລາຄາ​ສິ່ງຂອງ​ທັງໝົດ ຈະ​ຕ້ອງ​ກຳນົດ​ເອົາ​ຕາມ​ຫລັກ​ຂອງ​ສຳນັກ​ນະມັດສະການ.


ລູກກົກ​ຂອງ​ຊາວ​ອິດສະຣາເອນ ບໍ່​ວ່າ​ເປັນ​ຄົນ​ຫລື​ສັດ​ກໍດີ​ທີ່​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ​ເປັນ​ຂອງ​ເຈົ້າ. ແຕ່​ໃຫ້​ໄຖ່​ລູກກົກ​ຂອງ​ທຸກໆ​ຄົນ​ຄືນ​ໄວ້ ແລະ​ສັດ​ຫົວປີ​ທຸກໆ​ໂຕ​ທີ່​ເປັນ​ມົນທິນ​ຕາມ​ກົດບັນຍັດ​ກໍ​ໃຫ້​ໄຖ່ຄືນ​ໄດ້​ເໝືອນກັນ.


ແຕ່​ລູກຫົວປີ​ຂອງ​ງົວ, ແກະ ແລະ​ແບ້​ໄຖ່ຄືນ​ໄວ້​ບໍ່ໄດ້; ສັດ​ເຫຼົ່ານີ້​ເປັນ​ຂອງເຮົາ​ຢ່າງ​ສົມບູນ ແລະ​ໃຫ້​ພວກເຈົ້າ​ຂ້າ​ຖວາຍບູຊາ​ແກ່​ເຮົາ. ຈົ່ງ​ຖອກ​ເລືອດ​ໃສ່​ແທ່ນບູຊາ ແລະ​ເຜົາ​ໄຂມັນ​ຕາມ​ພິທີ​ຖວາຍບູຊາ​ດ້ວຍ​ໄຟ ກິ່ນ​ຫອມຫວນ​ນັ້ນ​ຈຶ່ງ​ເປັນ​ທີ່​ພໍໃຈ​ແກ່​ພຣະເຈົ້າຢາເວ.


ແຕ່​ເນື່ອງ​ຈາກ​ວ່າ​ລູກຊາຍ​ກົກ​ຂອງ​ຊາວ​ອິດສະຣາເອນ ມີ​ຈຳນວນ​ເກີນ​ຊາວ​ເລວີ​ຢູ່ 273 ຄົນ; ເຈົ້າ​ຕ້ອງ​ໄຖ່​ຈຳນວນ​ທີ່​ເກີນ​ນັ້ນ​ຄືນ.


ສຳລັບ​ແຕ່ລະຄົນ​ນັ້ນ​ໃຫ້​ເອົາ​ເງິນ​ໄຖ່​ຄືນ​ໃນ​ລາຄາ​ຜູ້ລະ​ຫ້າ​ຫລຽນ ຕາມ​ອັດຕາ​ຂອງ​ສຳນັກ​ນະມັດສະການ;


Jiwasaru arktasipxañani:

Anuncios ukanaka


Anuncios ukanaka