Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 18:15 - ພຣະຄຳພີສັກສິ

15 ລູກກົກ​ຂອງ​ຊາວ​ອິດສະຣາເອນ ບໍ່​ວ່າ​ເປັນ​ຄົນ​ຫລື​ສັດ​ກໍດີ​ທີ່​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ​ເປັນ​ຂອງ​ເຈົ້າ. ແຕ່​ໃຫ້​ໄຖ່​ລູກກົກ​ຂອງ​ທຸກໆ​ຄົນ​ຄືນ​ໄວ້ ແລະ​ສັດ​ຫົວປີ​ທຸກໆ​ໂຕ​ທີ່​ເປັນ​ມົນທິນ​ຕາມ​ກົດບັນຍັດ​ກໍ​ໃຫ້​ໄຖ່ຄືນ​ໄດ້​ເໝືອນກັນ.

Uka jalj uñjjattʼäta Copia luraña




ຈົດບັນຊີ 18:15
12 Jak'a apnaqawi uñst'ayäwi  

ປະໂຣຫິດ​ແຕ່ລະຄົນ​ຕ້ອງ​ໄດ້​ຮັບຜິດຊອບ​ເງິນ ຊຶ່ງ​ໄດ້​ຮັບ​ຈາກ​ຜູ້​ທີ່​ພວກຕົນ​ທຳ​ພິທີ​ໃຫ້ ແລະ​ໃຫ້​ນຳ​ເງິນ​ເຫຼົ່ານີ້​ໄປ​ສ້ອມແປງ​ພຣະວິຫານ​ຕາມ​ຄວາມ​ຈຳເປັນ.


ທຸກໆ​ປີ​ໃດ ພວກ​ຂ້ານ້ອຍ​ຈະ​ນຳ​ເຂົ້າໜົມ​ທີ່​ບໍ່ໄດ້​ຈີ່ ຊຶ່ງ​ເຮັດ​ຈາກ​ພືດຜົນ​ເປັນເມັດ​ທີ່​ເກັບກ່ຽວ​ແຕ່ຕົ້ນປີ​ພ້ອມທັງ​ເຫຼົ້າ​ອະງຸ່ນ, ນໍ້າມັນ​ໝາກກອກເທດ ແລະ​ໝາກໄມ້​ຊະນິດ​ຕ່າງໆ​ມາ​ໃຫ້​ປະໂຣຫິດ​ຖວາຍ​ໃນ​ວິຫານ​ຂອງ​ພຣະເຈົ້າ. ພວກ​ຂ້ານ້ອຍ​ຈະ​ນຳ​ໜຶ່ງສ່ວນສິບ​ຂອງ​ພືດຜົນ​ຈາກ​ໄຮ່​ນາ ແລະ​ໜຶ່ງສ່ວນສິບ​ຂອງ​ພືດຜົນ​ຈາກ​ດິນແດນ​ຂອງ​ພວກ​ຂ້ານ້ອຍ​ມາ​ໃຫ້​ຊາວ​ເລວີ.


ເມື່ອ​ກະສັດ​ຟາໂຣ​ແຫ່ງ​ເອຢິບ​ໃຈ​ແຂງ​ກະດ້າງ​ດື້ດຶງ ແລະ​ບໍ່​ຍອມ​ປ່ອຍ​ໃຫ້​ພວກເຮົາ​ໄປ​ນັ້ນ ພຣະເຈົ້າຢາເວ​ໄດ້​ຂ້າ​ລູກຊາຍກົກ​ຫົວປີ​ທັງໝົດ​ຂອງ​ຊາວ​ເອຢິບ​ຄື: ລູກຊາຍກົກ​ຂອງ​ຄົນ​ແລະ​ທັງ​ລູກຫົວປີ​ຂອງ​ສັດ​ໂຕ​ເຖິກ​ຄື​ກັນ. ດ້ວຍເຫດນີ້ ພວກເຮົາ​ຈຶ່ງ​ຕ້ອງ​ຖວາຍບູຊາ​ລູກຫົວປີ​ຂອງ​ສັດ​ໂຕ​ເຖິກ​ແກ່​ພຣະເຈົ້າຢາເວ, ແຕ່​ສ່ວນ​ລູກຊາຍກົກ​ນັ້ນ ພວກເຮົາ​ໄຖ່​ຄືນ​ໄວ້​ໄດ້.


“ຈົ່ງ​ອຸທິດ​ຖວາຍ​ລູກຊາຍກົກ​ທຸກຄົນ​ແກ່​ເຮົາ. ລູກຊາຍກົກ​ຂອງ​ຊາວ​ອິດສະຣາເອນ​ທຸກໆ​ຄົນ ແລະ​ສັດ​ໂຕ​ເຖິກ​ຫົວປີ​ທຸກໆ​ໂຕ​ເປັນ​ຂອງເຮົາ.”


ຈົ່ງ​ນຳ​ພືດຜົນ​ເປັນເມັດ, ເຫຼົ້າ​ອະງຸ່ນ ແລະ​ນໍ້າມັນ​ໝາກກອກເທດ​ທີ່​ຕ້ອງ​ຖວາຍ​ຕາມ​ກຳນົດ​ນັ້ນ​ມາ​ຖວາຍ​ແກ່​ເຮົາ. ຈົ່ງ​ຖວາຍ​ລູກຊາຍກົກ​ຂອງ​ພວກເຈົ້າ​ແກ່​ເຮົາ.


ແຕ່​ລໍ​ເຖິກ​ນັ້ນ ເຈົ້າ​ຊື້​ຄືນ​ໄວ້​ໄດ້​ໂດຍ​ໃຫ້​ຖວາຍ​ແກະ​ແທນ. ຖ້າ​ພວກເຈົ້າ​ບໍ່​ຊື້​ຄືນ​ກໍ​ໃຫ້​ຫັກ​ຄໍ​ມັນ​ຖິ້ມ​ເສຍ. ສ່ວນ​ລູກຊາຍກົກ​ຂອງ​ພວກເຈົ້າ​ນັ້ນ ໃຫ້​ຊື້​ເອົາ​ໄວ້​ຄືນ​ທຸກໆ​ຄົນ. ຢ່າ​ໃຫ້​ຜູ້ໃດ​ເຂົ້າ​ມາ​ເຝົ້າ​ເຮົາ​ມື​ເປົ່າ ໂດຍ​ບໍ່ມີ​ເຄື່ອງ​ຖວາຍ​ມາ​ນຳ.


ສິ່ງ​ທີ່​ຖືກ​ໄຖ່ຄືນ​ນັ້ນ ຈົ່ງ​ໄຖ່​ໄວ້​ແຕ່​ອາຍຸ​ໜຶ່ງ​ເດືອນ​ຂຶ້ນ​ໄປ ໃຫ້​ໄຖ່​ເອົາ​ຄືນ​ໄດ້​ໃນ​ລາຄາ​ເງິນ​ຫ້າ​ຫລຽນ ຕາມ​ອັດຕາ​ເງິນ​ຂອງ​ສຳນັກ​ນະມັດສະການ​ຊຶ່ງ​ໄດ້​ກຳນົດ​ໄວ້.


ອັນ​ນີ້​ກໍ​ເປັນ​ຜົນ​ສືບເນື່ອງ​ມາ​ຈາກ ໃນ​ມື້​ທີ່​ເຮົາ​ໄດ້​ຂ້າ​ລູກກົກ​ທັງໝົດ​ຂອງ​ຊາວ​ເອຢິບ​ນັ້ນ ເຮົາ​ໄດ້​ໄວ້​ຊີວິດ​ລູກກົກ​ຂອງ​ຊາວ​ອິດສະຣາເອນ​ທຸກໆ​ຄົນ ແລະ​ສັດ​ໂຕເຖິກ​ຫົວປີ​ທຸກໆ​ໂຕ. ລູກຫົວປີ​ເຫຼົ່ານັ້ນ​ເປັນ​ຂອງເຮົາ. ເຮົາ​ແມ່ນ​ພຣະເຈົ້າຢາເວ.”


ແຕ່​ເນື່ອງ​ຈາກ​ວ່າ​ລູກຊາຍ​ກົກ​ຂອງ​ຊາວ​ອິດສະຣາເອນ ມີ​ຈຳນວນ​ເກີນ​ຊາວ​ເລວີ​ຢູ່ 273 ຄົນ; ເຈົ້າ​ຕ້ອງ​ໄຖ່​ຈຳນວນ​ທີ່​ເກີນ​ນັ້ນ​ຄືນ.


“ຈົ່ງ​ແຍກ​ລູກຫົວປີ​ຂອງ​ງົວເຖິກ​ແລະ​ແກະ​ທຸກໆ​ໂຕ​ສຳລັບ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ; ຢ່າ​ໃຊ້​ແຮງ​ສັດ​ແລະ​ຢ່າ​ຕັດ​ຂົນແກະ​ເຫຼົ່ານັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka