ຈົດບັນຊີ 18:13 - ພຣະຄຳພີສັກສິ13 ຜົນລະປູກລຸ້ນທຳອິດຂອງທຸກຢ່າງທີ່ຢູ່ໃນດິນແດນຂອງພວກເຂົາ ທີ່ພວກເຂົານຳມາຖວາຍແກ່ພຣະເຈົ້າຢາເວເປັນຂອງເຈົ້າ. ສະມາຊິກທຸກໆຄົນໃນຄອບຄົວຂອງເຈົ້າທີ່ບໍ່ເປັນມົນທິນ ກິນຂອງຖວາຍນັ້ນໄດ້. Uka jalj uñjjattʼäta |
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເມື່ອເຮົາພົບເຫັນຊາດອິດສະຣາເອນເທື່ອທຳອິດ ກໍເໝືອນໄດ້ພົບໝາກອະງຸ່ນທີ່ກຳລັງເກີດຂຶ້ນໃນຖິ່ນແຫ້ງແລ້ງກັນດານ. ເມື່ອເຮົາໄດ້ເຫັນບັນພະບຸລຸດຂອງພວກເຈົ້າເທື່ອທຳອິດ ກໍເໝືອນໄດ້ເຫັນໝາກເດື່ອເທດສຸກໃນຕົ້ນລະດູການ. ແຕ່ເມື່ອພວກເຂົາໄດ້ມາເຖິງພູເປອໍແລ້ວ ພວກເຂົາກໍໄດ້ເລີ່ມຂາບໄຫວ້ພະບາອານ ແລະບໍ່ດົນພວກເຂົາກໍເປັນໜ້າກຽດຊັງ ດັ່ງບັນດາຮູບພະທີ່ພວກເຂົາຮັກນັ້ນ.