Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 18:12 - ພຣະຄຳພີສັກສິ

12 ຜົນລະປູກ​ຫົວປີ​ອັນ​ດີທີ່ສຸດ ຊຶ່ງ​ຊາວ​ອິດສະຣາເອນ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ​ແຕ່ລະປີ​ເຊັ່ນ: ນໍ້າມັນ​ໝາກກອກເທດ, ເຫຼົ້າ​ອະງຸ່ນ ແລະ​ພືດຜົນ​ເປັນເມັດ​ເຮົາ​ໄດ້​ມອບ​ໃຫ້​ແກ່​ເຈົ້າ.

Uka jalj uñjjattʼäta Copia luraña




ຈົດບັນຊີ 18:12
19 Jak'a apnaqawi uñst'ayäwi  

ຂໍ​ໃຫ້​ພຣະເຈົ້າ​ປະທານ​ຄວາມ​ຊຸ່ມຊື່ນ ຈາກ​ສະຫວັນ​ລົງ​ມາ​ແຜ່ ລ້ຽງ​ທົ່ງນາ​ແລະ​ຕົ້ນ​ເຂົ້າ ທັງ​ເຫຼົ້າ​ອະງຸ່ນ​ໃຫ້​ມີ​ຫລາຍ.


ຄັ້ງໜຶ່ງ ຍັງ​ມີ​ຊາຍ​ຄົນ​ໜຶ່ງ​ມາ​ຈາກ​ເມືອງ​ບາອານ​ຊາລີຊາ ລາວ​ໄດ້​ນຳ​ເອົາ​ເຂົ້າຈີ່​ຊາວ​ກ້ອນ ທີ່​ເຮັດ​ດ້ວຍ​ເຂົ້າບາເລ​ທີ່​ເກັບກ່ຽວ​ໃໝ່ໆ​ໃນ​ປີ​ນັ້ນ ແລະ​ຮວງເຂົ້າ​ທີ່​ຫາ​ກໍ​ຕັດ​ໃໝ່ໆ ມາ​ໃຫ້​ເອລີຊາ. ແລ້ວ​ເອລີຊາ​ກໍ​ບອກ​ຄົນ​ຮັບໃຊ້​ຂອງຕົນ ໃຫ້​ນຳ​ອາຫານ​ເຫຼົ່ານີ້​ໄປ​ລ້ຽງ​ຄົນ​ຂອງ​ພຣະເຈົ້າ​ກຸ່ມ​ໜຶ່ງ;


ພໍ​ກະສັດ​ໄດ້​ປະກາດ​ອອກ​ເທົ່ານັ້ນ ປະຊາຊົນ​ອິດສະຣາເອນ​ກໍໄດ້​ນຳ​ຂອງຂວັນ​ມາ​ຖວາຍ​ດັ່ງນີ້: ເຂົ້າ​ເມັດ​ງາມ, ເຫຼົ້າ​ອະງຸ່ນ, ນໍ້າມັນ​ໝາກກອກເທດ, ນໍ້າເຜິ້ງ ແລະ​ພືດຜົນ​ຊະນິດ​ຕ່າງໆ​ຈາກ​ທົ່ງນາ ແລະ​ພວກເຂົາ​ຍັງ​ໄດ້​ນຳ​ໜຶ່ງສ່ວນສິບ ຂອງ​ສັບພະທຸກສິ່ງ​ທີ່​ພວກເຂົາ​ມີ ມາ​ຖວາຍ​ຄືກັນ.


ພຣະອົງ​ຮັກສາ​ຊາຍແດນ​ຂອງເຈົ້າ​ໃຫ້​ປອດໄພ ແລະ​ໃຫ້​ເຈົ້າ​ອີ່ມໜຳ​ສຳລານ​ດ້ວຍ​ເຂົ້າບາເລ​ອັນ​ດີເລີດ.


ແຕ່​ເຮົາ​ຈະ​ປ້ອນ​ພວກເຈົ້າ​ດ້ວຍ​ເຂົ້າ​ຊະນິດ​ດີທີ່ສຸດ ແລະ​ໃຫ້​ກິນ​ອີ່ມໜຳ​ສຳລານ​ດ້ວຍ​ນໍ້າເຜິ້ງ​ປ່າ​ທີ່​ມາ​ຈາກ​ຫີນ.”


ຈົ່ງ​ນຳ​ພືດຜົນ​ເປັນເມັດ, ເຫຼົ້າ​ອະງຸ່ນ ແລະ​ນໍ້າມັນ​ໝາກກອກເທດ​ທີ່​ຕ້ອງ​ຖວາຍ​ຕາມ​ກຳນົດ​ນັ້ນ​ມາ​ຖວາຍ​ແກ່​ເຮົາ. ຈົ່ງ​ຖວາຍ​ລູກຊາຍກົກ​ຂອງ​ພວກເຈົ້າ​ແກ່​ເຮົາ.


ຈົ່ງ​ນຳ​ພືດຜົນ​ທີ່​ດີ​ເລີດ ຊຶ່ງ​ໄດ້​ເກັບກ່ຽວ​ຄັ້ງແຮກ ມາ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ຢ່າ​ຕົ້ມ​ຊີ້ນ​ລູກແກະ ຫລື​ລູກ​ແບ້​ດ້ວຍ​ນໍ້ານົມ​ແມ່​ຂອງ​ມັນ.


ຈົ່ງ​ນຳ​ພືດຜົນ​ທີ່​ດີເລີດ​ຊຶ່ງ​ເກັບກ່ຽວ​ແຕ່ລະ​ຫົວປີ ມາ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ຢ່າ​ຕົ້ມ​ຊີ້ນ​ລູກແກະ​ຫລື​ລູກ​ແບ້​ດ້ວຍ​ນໍ້ານົມ​ແມ່​ຂອງ​ມັນ.”


ພວກ​ປະໂຣຫິດ​ຈະ​ໄດ້​ຮັບ​ພືດຜົນ​ດີທີ່ສຸດ​ໃນ​ລະດູ​ເກັບກ່ຽວ​ຄັ້ງ​ທຳອິດ ແລະ​ສິ່ງ​ອື່ນໆ​ທຸກຢ່າງ​ທີ່​ໄດ້​ຖວາຍ​ແກ່​ເຮົາ. ທຸກ​ເທື່ອ​ທີ່​ປະຊາຊົນ​ເຮັດ​ເຂົ້າຈີ່ ພວກເຂົາ​ຕ້ອງ​ເອົາ​ເຂົ້າຈີ່​ກ້ອນ​ທຳອິດ​ໃຫ້​ປະໂຣຫິດ​ເປັນ​ເຄື່ອງ​ຖວາຍ ແລະ​ພຣະພອນ​ຂອງເຮົາ​ກໍ​ຈະ​ດຳລົງ​ຢູ່​ໃນ​ຄອບຄົວ​ຂອງ​ພວກ​ເຂົາເຈົ້າ.


ພືດຜົນ​ເປັນເມັດ​ຫົວປີ​ທີ່​ພວກເຈົ້າ​ເກັບກ່ຽວ​ໄດ້​ແຕ່ລະ​ປີ​ນັ້ນ ຕ້ອງ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ແລະ​ເຄື່ອງ​ຖວາຍ​ເຊັ່ນ​ນີ້​ຢ່າ​ໄດ້​ເຜົາ​ເທິງ​ແທ່ນບູຊາ​ດ້ວຍ​ໄຟ.


ເມື່ອ​ເຈົ້າ​ນຳ​ພືດຜົນ​ເປັນເມັດ​ທີ່​ເກັບກ່ຽວ​ໄດ້​ແຕ່ລະ​ປີ ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ຈົ່ງ​ຢ້າງ​ໄຟ​ຫລື​ບົດ​ໃຫ້​ໝຸ່ນ​ລະອຽດ​ເສຍ​ກ່ອນ ຈຶ່ງ​ນຳ​ມາ​ຖວາຍ.


ໃຫ້​ແຕ່ລະ​ຄອບຄົວ​ນຳ​ເຂົ້າຈີ່​ສອງ​ກ້ອນ ມາ​ຖວາຍ​ຍົກ​ຂຶ້ນ​ແກວ່ງໄປ​ແກວ່ງມາ​ເປັນ​ເຄື່ອງ​ຖວາຍ​ພິເສດ. ເຂົ້າຈີ່​ແຕ່ລະ​ກ້ອນ​ນັ້ນ​ຈະ​ຕ້ອງ​ເຮັດ​ດ້ວຍ​ແປ້ງ​ສອງ​ກິໂລກຼາມ​ຕີ​ໃສ່​ກັບ​ເຊື້ອແປ້ງ ແລະ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ແບບ​ພືດຜົນ​ເປັນເມັດ​ສຳລັບ​ການ​ເກັບກ່ຽວ​ຄັ້ງ​ທຳອິດ.


ປະໂຣຫິດ​ຈະ​ຕ້ອງ​ນຳ​ເຄື່ອງ​ບູຊາ​ນີ້​ແກວ່ງໄປ​ແກວ່ງມາ ພ້ອມ​ກັບ​ລູກແກະ​ສອງ​ໂຕ ມາ​ຖວາຍ​ເປັນ​ຂອງ​ຖວາຍ​ແກວ່ງໄປ​ແກວ່ງມາ​ຕໍ່ໜ້າ​ພຣະເຈົ້າຢາເວ. ເຄື່ອງ​ຖວາຍ​ເຫຼົ່ານີ້​ແມ່ນ​ເຄື່ອງ​ຖວາຍ​ບູຊາ​ສັກສິດ​ແກ່​ພຣະເຈົ້າຢາເວ​ສຳລັບ​ປະໂຣຫິດ.


ເມື່ອໃດ​ມີ​ການ​ຂ້າ​ງົວ​ແລະ​ແກະ​ເປັນ​ການ​ຖວາຍບູຊາ ບັນດາ​ປະໂຣຫິດ​ຈະ​ໄດ້​ຮັບ​ຊີ້ນ​ຂາໜ້າ, ຊີ້ນ​ຄາງ ແລະ​ຊີ້ນ​ໜັງ​ທ້ອງ.


ພວກເຂົາ​ຈະ​ໄດ້​ຮັບ​ພືດຜົນ​ຫົວປີ​ເປັນ​ສ່ວນແບ່ງ​ເຊັ່ນ: ເຂົ້າ, ເຫຼົ້າ​ອະງຸ່ນ, ນໍ້າມັນ​ໝາກກອກເທດ ແລະ​ຂົນແກະ.


ຈົ່ງ​ໃຫ້​ແຕ່ລະ​ຄົນ​ໃນ​ພວກເຈົ້າ​ເອົາ​ຜົນລະປູກ​ແຕ່ລະ​ຊະນິດ​ທີ່​ເກັບກ່ຽວ​ມາ​ຈາກ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ ຈົ່ງ​ເອົາ​ຜົນ​ທຳອິດ​ໃສ່​ກະຕ່າ ແລະ​ໄປ​ໃນ​ບ່ອນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ເລືອກໄວ້​ໃຫ້​ນາມຊື່​ຂອງ​ພຣະອົງ​ຕັ້ງຢູ່.


ພວກເຂົາ​ມີ​ງົວ​ແລະ​ແບ້ ບຽດ​ຢັດ​ເຕັມຝູງ ຜະລິດ​ນໍ້ານົມ​ໄດ້​ຫລາຍ ຢ່າງ​ອຸດົມສົມບູນ​ແທ້ ພວກເຂົາ​ມີ​ແກະ​ແລະ​ແບ້ ທັງ​ງົວ​ໂຕ​ທີ່​ຕຸ້ຍພີ​ຍິ່ງ ທັງ​ເຂົ້າ​ບະເລ​ອັນ​ດີເລີດ ແລະ​ເຫຼົ້າ​ອະງຸ່ນ​ຊັ້ນ​ດີທີ່ສຸດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka