Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 17:7 - ພຣະຄຳພີສັກສິ

7 ແລ້ວ​ໂມເຊ​ກໍ​ເອົາ​ໄມ້ຄ້ອນເທົ້າ​ເຫຼົ່ານັ້ນ​ໄປ​ໄວ້​ໃນ​ຫໍເຕັນ ຕໍ່ໜ້າ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ຈົດບັນຊີ 17:7
9 Jak'a apnaqawi uñst'ayäwi  

ຕໍ່ໄປນີ້​ແມ່ນ​ບັນຊີ​ຈຳນວນ​ໂລຫະ​ທີ່​ໄດ້​ໃຊ້​ສ້າງ​ຫໍເຕັນ​ສັກສິດ, ຫໍເຕັນ​ສັກສິດ​ແຫ່ງ​ຄຳພິຍານ ບ່ອນ​ມີ​ຫີນ​ສອງ​ແຜ່ນ​ຈາລຶກ​ຄຳສັ່ງ​ຂອງ​ພຣະເຈົ້າ​ສິບ​ຂໍ້​ຖືກ​ບັນຈຸ​ໄວ້. ບັນຊີ​ນີ້​ໄດ້​ຂຽນ​ຂຶ້ນ​ຕາມ​ຄຳສັ່ງ​ຂອງ​ໂມເຊ ແລະ​ຊາວ​ເລວີ ເປັນ​ຜູ້​ລົງ​ມື​ປະຕິບັດ​ງານ ພາຍໃຕ້​ການ​ຊີ້ນຳ​ຂອງ​ອີທາມາ ລູກຊາຍ​ຂອງ​ປະໂຣຫິດ​ອາໂຣນ.


ແຕ່​ໃຫ້​ພວກເຂົາ​ກຳ​ກັບ​ຫໍເຕັນ​ສັກສິດ​ແຫ່ງ​ພັນທະສັນຍາ, ແລະ​ກຳ​ກັບ​ເຄື່ອງໃຊ້​ປະຈຳ​ແລະ​ສິ່ງຂອງ​ໃນນັ້ນ​ທັງໝົດ; ພວກເຂົາ​ຈະ​ແບກຫາມ​ຫໍເຕັນ​ສັກສິດ ແລະ​ເຄື່ອງໃຊ້​ຕ່າງໆ​ປະຈຳ​ຫໍເຕັນ​ສັກສິດ ຕະຫລອດ​ທັງ​ຮັບໃຊ້​ຢູ່​ໃນ​ທີ່ນັ້ນ ແລະ​ຕັ້ງ​ທີ່ພັກ​ອ້ອມຮອບ​ທີ່​ນັ້ນ​ດ້ວຍ.


ສ່ວນ​ພວກ​ເລວີ​ນັ້ນ ພວກເຂົາ​ຈະ​ຕ້ອງ​ຕັ້ງ​ຄ້າຍ​ອ້ອມຮອບ​ຫໍເຕັນ​ສັກສິດ​ແຫ່ງ​ພັນທະສັນຍາ​ໄວ້ ເພື່ອ​ຈະ​ບໍ່ມີ​ໃຜ​ເຂົ້າ​ມາ​ໃກ້ ແລະ​ກໍ່​ເຫດ​ໃຫ້​ມີ​ຄວາມ​ໂກດຮ້າຍ​ຕໍ່​ຊຸມຊົນ​ອິດສະຣາເອນ​ໄດ້. ໃຫ້​ພວກ​ເລວີ​ເຝົ້າຮັກສາ​ຫໍເຕັນ​ສັກສິດ​ແຫ່ງ​ພັນທະສັນຍາ​ໄວ້.”


ຊຸມຊົນ​ທັງໝົດ​ກຳລັງ​ຈະ​ໃຊ້​ຫີນ​ແກວ່ງ​ໃສ່​ໂມເຊ​ແລະ​ອາໂຣນ​ໃຫ້​ຕາຍ, ແຕ່​ໃນ​ທັນໃດນັ້ນ ປະຊາຊົນ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ປາກົດ​ທີ່​ເທິງ​ຫໍເຕັນ​ບ່ອນ​ຊຸມນຸມ.


ຈົ່ງ​ນຳ​ໄມ້ຄ້ອນເທົ້າ​ເຫຼົ່ານີ້​ໄປ​ທີ່​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ວາງ​ລົງ​ຕໍ່ໜ້າ​ຫີບ​ພັນທະສັນຍາ​ບ່ອນ​ທີ່​ເຮົາ​ພົບ​ກັບ​ເຈົ້າ.


ດັ່ງນັ້ນ ໂມເຊ​ຈຶ່ງ​ກ່າວ​ແກ່​ຊາວ​ອິດສະຣາເອນ ແລະ​ຜູ້ນຳ​ຂອງ​ພວກເຂົາ​ແຕ່ລະຄົນ​ກໍໄດ້​ນຳ​ໄມ້ຄ້ອນເທົ້າ​ອັນໜຶ່ງ​ມາ​ໃຫ້​ເຜົ່າລະ​ອັນ​ຄື: ທັງໝົດ​ມີ​ຢູ່​ສິບສອງ​ອັນ​ແລະ​ມີ​ໄມ້​ຄ້ອນ​ເທົ້າ​ຂອງ​ອາໂຣນ​ຮ່ວມ​ຢູ່​ດ້ວຍ.


ໃຫ້​ນຳ​ຍາດຕິພີ່ນ້ອງ​ໃນ​ເຜົ່າເລວີ​ຂອງ​ເຈົ້າ​ມາ​ເຮັດ​ວຽກ​ຊ່ວຍ​ເຈົ້າ ໃນ​ເວລາ​ທີ່​ພວກເຈົ້າ​ເຂົ້າ​ໄປ​ຮັບໃຊ້​ເຮົາ​ໃນ​ຫໍເຕັນ.


ໃນ​ມື້​ຕັ້ງ​ຫໍເຕັນ​ສັກສິດ, ໄດ້​ມີ​ເມກ​ມາ​ປົກຄຸມ​ຫໍເຕັນ​ສັກສິດ, ຫໍເຕັນ​ແຫ່ງ​ພັນທະສັນຍາ. ແຕ່​ຕອນ​ກາງຄືນ​ເມກ​ໄດ້ປົກຄຸມ​ຫໍເຕັນ​ສັກສິດ​ຈົນເຖິງ​ຕອນເຊົ້າ. ແລະ​ກາງຄືນ​ເບິ່ງ​ຄື​ໄຟ.


ເມື່ອ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ມີ​ຜ້າເຕັນ​ແຫ່ງ​ຄຳ​ພະຍານ ບ່ອນ​ທີ່​ພຣະເຈົ້າ​ສະຖິດ​ຢູ່​ນຳ​ພວກເຂົາ ພວກເຂົາ​ໄດ້​ເຮັດ​ຫໍເຕັນ ຕາມ​ທີ່​ພຣະເຈົ້າ​ໄດ້​ບອກ​ໂມເຊ​ໃຫ້​ເຮັດ​ຕາມ​ແບບ​ແຜນ​ທີ່​ພຣະເຈົ້າ​ໄດ້​ສຳແດງ​ໃຫ້​ໂມເຊ​ຮູ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka