Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 17:5 - ພຣະຄຳພີສັກສິ

5 ແລ້ວ​ໄມ້ຄ້ອນເທົ້າ​ຂອງ​ໃຜ​ທີ່​ເຮົາ​ໄດ້​ເລືອກ​ເອົາ ກໍ​ຈະ​ອອກ​ດອກ. ດ້ວຍ​ວິທີ​ນີ້ ເຮົາ​ຈະ​ເຮັດ​ໃຫ້​ຊາວ​ອິດສະຣາເອນ​ເຊົາ​ຈົ່ມຮ້າຍ​ໃສ່​ພວກເຈົ້າ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 17:5
21 Jak'a apnaqawi uñst'ayäwi  

ແຕ່​ເມື່ອ​ກະສັດ​ອຸດຊີຢາ​ໄດ້​ມີ​ອຳນາດ​ເຂັ້ມແຂງ​ແລ້ວ ເພິ່ນ​ກໍ​ຈອງຫອງ​ຂຶ້ນ​ອັນ​ເປັນເຫດ​ໃຫ້​ເພິ່ນ​ຫຼົ້ມຈົມ. ເພິ່ນ​ໄດ້​ໝິ່ນປະໝາດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ ໂດຍ​ເຂົ້າ​ໄປ​ໃນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ເພື່ອ​ເຜົາ​ເຄື່ອງຫອມ​ຖວາຍບູຊາ​ທີ່​ແທ່ນ​ໂດຍ​ຕົນເອງ.


ແລ້ວ​ພຣະອົງ​ກໍໄດ້​ສົ່ງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະອົງ​ໄປ ແລະ​ສົ່ງ​ອາໂຣນ​ຜູ້​ທີ່​ພຣະອົງ​ໄດ້​ເລືອກໄວ້.


ໃນ​ຕອນເຊົ້າ ພວກເຈົ້າ​ຈະ​ໄດ້​ເຫັນ​ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ. ພຣະເຈົ້າຢາເວ​ໄດ້ຍິນ​ສຽງ​ຈົ່ມຮ້າຍ​ຂອງ​ພວກເຈົ້າ​ຕໍ່ສູ້​ພຣະອົງ ແນ່ນອນ​ແມ່ນ​ພວກເຈົ້າ​ໄດ້​ຈົ່ມ​ຕໍ່ສູ້​ພຣະອົງ​ແທ້ ເພາະ​ພວກເຮົາ​ທັງສອງ​ເປັນ​ພຽງແຕ່​ຜູ້​ປະຕິບັດ​ຕາມ​ຄຳແນະນຳ​ຂອງ​ພຣະອົງ​ເທົ່ານັ້ນ.”


ເຊື້ອວົງ​ຂອງ​ກະສັດ​ດາວິດ​ເປັນ​ດັ່ງ​ກົກໄມ້​ທີ່​ຖືກ​ປໍ້າ​ລົງ​ແລ້ວ, ແຕ່​ຍັງ​ມີ​ກິ່ງ​ເກີດ​ອອກ​ມາ​ຈາກ​ຕໍ​ນັ້ນ​ສັນໃດ ກໍ​ຈະ​ມີ​ກະສັດ​ອົງ​ໃໝ່ ເກີດຂຶ້ນ​ມາ​ຈາກ​ເຊື້ອສາຍ​ຂອງ​ດາວິດ​ສັນນັ້ນ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ນຳ​ໄພພິບັດ​ມາ​ເທິງ​ແຜ່ນດິນ​ໂລກ ແລະ​ລົງໂທດ​ຄົນຊົ່ວຮ້າຍ​ທຸກຄົນ​ເພາະ​ການບາບ​ຂອງ​ພວກເຂົາ. ເຮົາ​ຈະ​ເຮັດ​ໃຫ້​ຄົນ​ອວດອົ່ງ​ຈອງຫອງ​ທຸກຄົນ​ຖ່ອມໃຈ ແລະ​ຈະ​ລົງໂທດ​ຄົນ​ອວດດີ​ແລະ​ຄົນ​ຮ້າຍກາດ​ທຸກຄົນ.


ໃນ​ວັນ​ນັ້ນ ປະຊາຊົນ​ອິດສະຣາເອນ​ຜູ້​ເປັນ​ເຊື້ອສາຍ​ຂອງ​ຢາໂຄບ ຈະ​ຢັ່ງຮາກ​ລົງ​ດັ່ງ​ຮາກ​ຂອງ​ຕົ້ນໄມ້​ແລະ​ຈະ​ອອກ​ດອກ​ຈູມ​ດອກບານ. ໂລກນີ້​ຈະ​ເຕັມ​ໄປ​ດ້ວຍ​ໝາກຜົນ​ຂອງ​ພວກເຂົາ.


ສະນັ້ນ ບັດນີ້ ເຟືອງ ແລະ​ຫຍ້າແຫ້ງ​ຖືກ​ເຜົາ​ໄໝ້​ໃນ​ໄຟ​ສັນໃດ ຮາກເຫງົ້າ​ຂອງ​ພວກເຈົ້າ​ຈະ​ຂຸ​ແລະ​ດອກ​ຂອງ​ພວກເຈົ້າ​ຈະ​ຫ່ຽວແຫ້ງ ທັງ​ຖືກ​ລົມ​ພັດ​ໜີໄປ​ສັນນັ້ນ; ເພາະ​ພວກເຈົ້າ​ໄດ້​ປະຖິ້ມ​ຄຳສັ່ງສອນ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຄື​ດູຖູກ​ຢຽບຫຍາມ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ໄດ້​ສັ່ງສອນ​ພວກເຮົາ.


ພວກເຂົາ​ຈະ​ຈູດ​ເຮືອນ​ຂອງເຈົ້າ​ຖິ້ມ ແລະ​ປ່ອຍ​ໃຫ້​ພວກຜູ້ຍິງ​ເຫັນ​ໂທດກຳ​ຂອງ​ເຈົ້າ. ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເຊົາ​ເປັນ​ຍິງໂສເພນີ ແລະ​ເຊົາ​ໃຫ້​ຂອງຂວັນ​ແກ່​ທຸກຄົນ​ທີ່​ເຈົ້າ​ຮັກ.


ເຮົາ​ຈະ​ເຮັດ​ໃຫ້​ຣາຄະ​ຕັນຫາ​ກັບ​ການ​ຊົ່ວຊ້າ​ຕ່າງໆ​ທີ່​ເຈົ້າ​ໄດ້​ເຮັດ ແຕ່​ຄາວ​ເຈົ້າ​ຢູ່​ປະເທດ​ເອຢິບ​ນັ້ນ​ສິ້ນສຸດ​ໄປ. ເຈົ້າ​ຈະ​ບໍ່ໄດ້​ແນມເບິ່ງ​ຮູບເຄົາຣົບ ຫລື​ຄິດເຖິງ​ປະເທດ​ເອຢິບ​ອີກ​ຕໍ່ໄປ.”


ເຮົາ​ຈະ​ເຮັດ​ຕໍ່​ຊາດ​ອິດສະຣາເອນ​ດັ່ງ​ສາຍ​ຝົນ ທີ່​ຕົກ​ລິນ​ມາ​ໃນ​ດິນແດນ​ທີ່​ແຫ້ງແລ້ງ. ພວກເຂົາ​ຈະ​ເບີກບານ​ເໝືອນ​ໝູ່​ມວນ​ມາລີ ຢັ່ງຮາກ​ໝັ້ນຄົງ​ດັ່ງ​ຕົ້ນໄມ້​ທີ່​ເລບານອນ​ນັ້ນ.


ເມື່ອ​ພວກເຈົ້າ​ຍົກຍ້າຍ​ຄ້າຍພັກ​ເທື່ອໃດ ພວກ​ເລວີ​ກໍ​ຈະ​ມ້າງ​ຫໍເຕັນ​ສັກສິດ​ລົງ ແລະ​ຕັ້ງ​ຂຶ້ນ​ອີກ​ຢູ່​ໃນ​ຄ້າຍພັກ​ບ່ອນ​ໃໝ່​ເທື່ອນັ້ນ. ຜູ້ໃດ​ຜູ້ໜຶ່ງ​ທີ່​ເຂົ້າ​ມາ​ໃກ້​ຫໍເຕັນ​ສັກສິດ ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.


ປະຊາຊົນ​ໄດ້​ເລີ່ມ​ຈົ່ມທຸກ​ຕໍ່​ພຣະເຈົ້າຢາເວ​ເຖິງ​ຄວາມ​ເດືອດຮ້ອນ​ຂອງ​ພວກເຂົາ. ເມື່ອ​ພຣະເຈົ້າຢາເວ​ໄດ້ຍິນ​ພວກເຂົາ ພຣະອົງ​ກໍ​ໂກດຮ້າຍ​ແລະ​ສົ່ງ​ໄຟ​ລົງ​ມາ​ເທິງ​ພວກເຂົາ. ໄຟ​ພຣະເຈົ້າຢາເວ​ໄດ້​ລຸກ​ໄໝ້​ຢູ່​ທ່າມກາງ​ພວກເຂົາ ແລະ​ໄດ້​ທຳລາຍ​ສົ້ນ​ໜຶ່ງ​ຂອງ​ຄ້າຍພັກ.


ເມື່ອ​ພວກເຈົ້າ​ກ່າວ​ຮ້າຍ​ໃສ່​ອາໂຣນ​ກໍ​ສໍ່າ​ກັບ​ວ່າ ພວກເຈົ້າ​ກ່າວ​ຮ້າຍ​ໃສ່​ພຣະເຈົ້າຢາເວ ອົງ​ທີ່​ພວກເຈົ້າ​ແລະ​ພັກພວກ​ກຳລັງ​ກະບົດ​ຕໍ່ສູ້​ຢູ່​ນີ້.”


ແລ້ວ​ເພິ່ນ​ກໍໄດ້​ບອກ​ໂກຣາ​ແລະ​ພັກພວກ​ຂອງ​ລາວ​ວ່າ, “ໃນ​ມື້ອື່ນ​ເຊົ້າ ພຣະເຈົ້າຢາເວ​ຈະ​ສຳແດງ​ໃຫ້​ພວກເຮົາ​ເຫັນ​ວ່າ​ຜູ້ໃດ​ເປັນ​ຂອງ​ພຣະອົງ ພຣະອົງ​ຈະ​ໃຫ້​ຜູ້​ທີ່​ເປັນ​ຂອງ​ພຣະອົງ ຄື​ຜູ້​ທີ່​ພຣະອົງ​ໄດ້​ເລືອກ​ນັ້ນ ຫຍັບ​ເຂົ້າ​ໃກ້​ພຣະອົງ​ທີ່​ແທ່ນບູຊາ.


ແລະ​ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ໂມເຊ​ວ່າ, “ຈົ່ງ​ເອົາ​ໄມ້ຄ້ອນເທົ້າ​ຂອງ​ອາໂຣນ ໄປ​ວາງ​ໄວ້​ຕໍ່ໜ້າ​ຫີບ​ພັນທະສັນຍາ ເພື່ອ​ຮັກສາ​ໄວ້​ເປັນ​ສິ່ງ​ເຕືອນໃຈ​ຊາວ​ອິດສະຣາເອນ​ຜູ້​ກະບົດ​ຕໍ່​ເຮົາ​ວ່າ ພວກເຂົາ​ຈະ​ເຊົາ​ຈົ່ມຮ້າຍ​ຕໍ່​ເຮົາ ເພື່ອ​ພວກເຂົາ​ຈະ​ບໍ່​ຕາຍ.”


ດັ່ງນັ້ນ ໂມເຊ​ຈຶ່ງ​ກ່າວ​ແກ່​ຊາວ​ອິດສະຣາເອນ ແລະ​ຜູ້ນຳ​ຂອງ​ພວກເຂົາ​ແຕ່ລະຄົນ​ກໍໄດ້​ນຳ​ໄມ້ຄ້ອນເທົ້າ​ອັນໜຶ່ງ​ມາ​ໃຫ້​ເຜົ່າລະ​ອັນ​ຄື: ທັງໝົດ​ມີ​ຢູ່​ສິບສອງ​ອັນ​ແລະ​ມີ​ໄມ້​ຄ້ອນ​ເທົ້າ​ຂອງ​ອາໂຣນ​ຮ່ວມ​ຢູ່​ດ້ວຍ.


ວັນ​ຕໍ່ມາ ເມື່ອ​ໂມເຊ​ໄດ້​ເຂົ້າ​ໄປ​ໃນ​ຫໍເຕັນ ເພິ່ນ​ຈຶ່ງ​ໄດ້​ເຫັນ​ວ່າ​ໄມ້ຄ້ອນເທົ້າ​ຂອງ​ອາໂຣນ ຊຶ່ງ​ເປັນ​ຂອງ​ເຜົ່າເລວີ​ນັ້ນ​ອອກ​ດອກ​ຄື: ດອກຈູມ, ດອກບານ ແລະ​ມີ​ໝາກອາມອນ​ສຸກ​ຄ້າຍໆ​ໝາກບົກ​ຕິດ​ຢູ່​ດ້ວຍ


ພວກເຈົ້າ​ຢ່າ​ຈົ່ມ ດັ່ງ​ທີ່​ບາງຄົນ​ໃນ​ພວກ​ນັ້ນ​ໄດ້​ຈົ່ມ ແລະ​ພວກເຂົາ​ກໍ​ຖືກ​ທຳລາຍ​ດ້ວຍ​ເພັດຊະຄາດ.


ກໍ​ໃຫ້​ພວກເຈົ້າ​ບອກ​ວ່າ, ເມື່ອ​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ຂ້າມ​ແມ່ນໍ້າ​ນັ້ນ ແມ່ນໍ້າ​ຈໍແດນ​ໄດ້​ເຊົາ​ໄຫລ. ກ້ອນຫີນ​ເຫຼົ່ານີ້​ຈະ​ເປັນ​ສິ່ງ​ເຕືອນ​ປະຊາຊົນ​ອິດສະຣາເອນ​ຢູ່​ສະເໝີ ເຖິງ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ນັ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka