4 ຈົ່ງນຳໄມ້ຄ້ອນເທົ້າເຫຼົ່ານີ້ໄປທີ່ຫໍເຕັນບ່ອນຊຸມນຸມ ແລະວາງລົງຕໍ່ໜ້າຫີບພັນທະສັນຍາບ່ອນທີ່ເຮົາພົບກັບເຈົ້າ.
ຈົ່ງເອົາສ່ວນໜຶ່ງມາຕຳໃຫ້ໝຸ່ນລະອຽດ ແລ້ວນຳໄປທີ່ຫໍເຕັນບ່ອນຊຸມນຸມ ແລະໂຮຍໃສ່ຕໍ່ໜ້າຫີບພັນທະສັນຍາ. ຈົ່ງຮັກສາເຄື່ອງຫອມນີ້ໄວ້ໃຫ້ສັກສິດທີ່ສຸດ.
ໃຫ້ຕັ້ງແທ່ນບູຊານັ້ນໄວ້ຂ້າງນອກຜ້າກັ້ງ ຊຶ່ງກາງຢູ່ຕໍ່ໜ້າຫີບພັນທະສັນຍາ. ຢູ່ໃນທີ່ນັ້ນແຫຼະ ແມ່ນບ່ອນທີ່ເຮົາຈະພົບກັບເຈົ້າ.
ແລະພຣະເຈົ້າຢາເວໄດ້ກ່າວຕໍ່ໂມເຊວ່າ, “ຈົ່ງເອົາໄມ້ຄ້ອນເທົ້າຂອງອາໂຣນ ໄປວາງໄວ້ຕໍ່ໜ້າຫີບພັນທະສັນຍາ ເພື່ອຮັກສາໄວ້ເປັນສິ່ງເຕືອນໃຈຊາວອິດສະຣາເອນຜູ້ກະບົດຕໍ່ເຮົາວ່າ ພວກເຂົາຈະເຊົາຈົ່ມຮ້າຍຕໍ່ເຮົາ ເພື່ອພວກເຂົາຈະບໍ່ຕາຍ.”
ແລະໃຫ້ຂຽນຊື່ອາໂຣນໃສ່ເທິງໄມ້ຄ້ອນເທົ້າຂອງເຜົ່າເລວີ. ຫົວໜ້າແຕ່ລະເຜົ່າຈະມີໄມ້ຄ້ອນເທົ້າອັນໜຶ່ງ.
ແລ້ວໂມເຊກໍເອົາໄມ້ຄ້ອນເທົ້າເຫຼົ່ານັ້ນໄປໄວ້ໃນຫໍເຕັນ ຕໍ່ໜ້າຫີບພັນທະສັນຍາຂອງພຣະເຈົ້າຢາເວ.