ຈົດບັນຊີ 17:3 - ພຣະຄຳພີສັກສິ3 ແລະໃຫ້ຂຽນຊື່ອາໂຣນໃສ່ເທິງໄມ້ຄ້ອນເທົ້າຂອງເຜົ່າເລວີ. ຫົວໜ້າແຕ່ລະເຜົ່າຈະມີໄມ້ຄ້ອນເທົ້າອັນໜຶ່ງ. Uka jalj uñjjattʼäta |
ເພາະພວກເຈົ້າກຳລັງເຮັດຜິດພາດຢ່າງຮ້າຍແຮງ. ພວກເຈົ້າໄດ້ຂໍຮ້ອງຂ້ອຍໃຫ້ພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາສຳລັບພວກເຈົ້າວ່າ, ‘ຂໍທ່ານຈົ່ງພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ແລະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາສັ່ງສິ່ງໃດ ທ່ານຈົ່ງບອກພວກເຮົາ ແລະພວກເຮົາກໍຈະເຮັດຕາມທຸກສິ່ງທີ່ພຣະອົງສັ່ງ.’
ແຕ່ແມ່ນເຈົ້າກັບພວກລູກຊາຍຂອງເຈົ້າເທົ່ານັ້ນ ທີ່ຈະປະຕິບັດໜ້າທີ່ຄວາມຮັບຜິດຊອບທັງໝົດຂອງປະໂຣຫິດ ກ່ຽວກັບແທ່ນບູຊາແລະໃນບ່ອນສັກສິດທີ່ສຸດໃຫ້ສຳເລັດ. ສິ່ງເຫຼົ່ານີ້ເປັນຄວາມຮັບຜິດຊອບຂອງເຈົ້າ ກໍຍ້ອນວ່າເຮົາໄດ້ມອບຕຳແໜ່ງປະໂຣຫິດໃຫ້ເຈົ້າ. ຜູ້ອື່ນໃດທີ່ເຂົ້າມາໃກ້ ຈະໄດ້ຮັບໂທດເຖິງຕາຍ.”