2 “ຈົ່ງບອກປະຊາຊົນອິດສະຣາເອນໃຫ້ເອົາໄມ້ຄ້ອນເທົ້າສິບສອງອັນມາໃຫ້ເຈົ້າຄື: ໄມ້ຄ້ອນເທົ້າອັນໜຶ່ງຈາກຜູ້ນຳແຕ່ລະເຜົ່າ. ຈົ່ງຂຽນຊື່ຂອງຜູ້ນຳເຜົ່າໃສ່ໄມ້ຄ້ອນເທົ້າແຕ່ລະອັນ
ຢູດາ ຈະຖືຕາຕັ້ງອຳນາດແຫ່ງຣາຊາ ສືບຮອດຍາດວົງໃຫ້ເຊື້ອສາຍຄອງອຳນາດ ຈົນມີຫລາຍຊົນຊາດອາສາຫາຂອງຂວັນມາຖວາຍແດ່ ແລະກົ້ມຂາບລົງໄຫວ້ເຈົ້າຝູງຄົນເຝົ້າເຊື່ອຟັງ.
ພວກປະໂຣຫິດໄດ້ຮັບມອບໝາຍໜ້າທີ່ ຕາມແຕ່ລະຕະກຸນ ແລະຊາວເລວີຜູ້ມີອາຍຸຊາວປີຂຶ້ນໄປກໍໄດ້ຮັບມອບໝາຍໜ້າທີ່ຕາມທີ່ຕົນສັງກັດຢູ່.
ຈາກພູເຂົາຊີໂອນ, ພຣະອົງຈະແຜ່ອຳນາດແຫ່ງກະສັດ ໂດຍກ່າວວ່າ, “ຈົ່ງປົກຄອງສັດຕູຂອງເຈົ້າ.”
ຄົນຊົ່ວຈະບໍ່ປົກຄອງດິນແດນຄົນຊອບທຳເລື້ອຍໄປ ຖ້າເປັນດັ່ງນັ້ນ ຄົນຊອບທຳກໍອາດຈະຍື່ນມືກະທຳຊົ່ວຄືກັນ.
ຈົ່ງໃຊ້ນໍ້າມັນສັກສິດນີ້ຫົດສົງຫໍເຕັນບ່ອນຊຸມນຸມ, ຫີບພັນທະສັນຍາ,
ຈົ່ງຖືໄມ້ຄ້ອນເທົ້ານີ້ໄປພ້ອມ ເພື່ອເຈົ້າຈະໃຊ້ເຮັດໝາຍສຳຄັນການອັດສະຈັນຕ່າງໆ.”
ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງຖາມໂມເຊວ່າ, “ແມ່ນຫຍັງທີ່ເຈົ້າກຳລັງຖືຢູ່ນັ້ນ?” ໂມເຊຕອບວ່າ, “ແມ່ນໄມ້ຄ້ອນເທົ້າ.”
ໄຟໄດ້ໄໝ້ເຄືອໃຫຍ່ຂອງເຄືອອະງຸ່ນ ຈຶ່ງໄໝ້ລຸກລາມໄປເຖິງງ່າແລະໝາກດ້ວຍ ງ່າຕ່າງໆຂອງມັນນັ້ນຈະບໍ່ເຂັ້ມແຂງຕໍ່ໄປ ມັນຈະບໍ່ໄດ້ເປັນຄ້ອນເທົ້າແຫ່ງຣາຊາອີກແລ້ວ. ນີ້ແຫລະ ຄືບົດເພງລະບາຍຄວາມທຸກໃຈ; ຄົນຈະຮ້ອງເພງນີ້ຫລົບໄປຫລົບມາ.
ເປັນດາບທີ່ຝົນແລ້ວເພື່ອເອົາໄວ້ສັງຫານ ເປັນດາບຖືກຂັດໃຫ້ເຫລື້ອມໃສດັ່ງແສງຟ້າແມບ. ໃນທີ່ນັ້ນຈະບໍ່ມີສຽງຊົມຊື່ນຍິນດີຫຍັງເລີຍ ຍ້ອນຄົນບໍ່ໃສ່ໃຈຕໍ່ຄຳເຕືອນແລະການລົງໂທດ.
ເຮົາກຳລັງທົດສອບເບິ່ງປະຊາຊົນຂອງເຮົາ ແລະຖ້າພວກເຂົາບໍ່ກັບໃຈທຸກສິ່ງເຫຼົ່ານີ້ກໍຈະເກີດຂຶ້ນ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
ໂຜດໃຊ້ຄ້ອນເທົ້າຂອງພຣະອົງລ້ຽງປະຊາຊົນຂອງພຣະອົງດ້ວຍເຖີດ ຄືປະຊາຊົນທີ່ເປັນຂອງພຣະອົງພວກດຽວໃນປ່າ. ໃນອ້ອມແອ້ມພວກເຂົານັ້ນມີດິນດີ. ໂຜດປ່ອຍໃຫ້ພວກເຂົາໄປ ແລະລ້ຽງພວກເຂົາໃນທົ່ງຫຍ້າຂອງເມືອງບາຊານ ແລະກີເລອາດ ດັ່ງໃນຄາວກ່ອນແຕ່ດົນນານມາແລ້ວ.
ພຣະເຈົ້າຢາເວໄດ້ກ່າວກັບໂມເຊວ່າ,
ແລະໃຫ້ຂຽນຊື່ອາໂຣນໃສ່ເທິງໄມ້ຄ້ອນເທົ້າຂອງເຜົ່າເລວີ. ຫົວໜ້າແຕ່ລະເຜົ່າຈະມີໄມ້ຄ້ອນເທົ້າອັນໜຶ່ງ.
ໃນວັນທີ່ໂມເຊກາງຫໍເຕັນສັກສິດສຳເລັດຮຽບຮ້ອຍນັ້ນ; ເພິ່ນໄດ້ໃຊ້ນໍ້າມັນສັກສິດຫົດສົງ ແລະອຸທິດຖວາຍຫໍເຕັນກັບເຄື່ອງໃຊ້ຕ່າງໆປະຈຳຫໍເຕັນ ແລະແທ່ນບູຊາກັບເຄື່ອງໃຊ້ຕ່າງໆປະຈຳແທ່ນບູຊາ.