13 ທຸກໆຄົນທີ່ເຂົ້າໄປໃກ້ຫໍເຕັນສັກສິດຂອງພຣະເຈົ້າຢາເວຕ້ອງຕາຍ ພວກເຮົາທັງໝົດຈະບໍ່ຕາຍໝົດບໍ?”
ພຣະເຈົ້າບອກພວກເຮົາບໍ່ໃຫ້ກິນ ຫລືແມ່ນແຕ່ແຕະຕ້ອງມັນເປັນເດັດຂາດ. ຖ້າພວກເຮົາຂືນກິນເມື່ອໃດ ພວກເຮົາກໍຈະຕາຍເມື່ອນັ້ນ.”
ເພິ່ນໄດ້ສ້າງແທ່ນບູຊາຖວາຍແກ່ພຣະເຈົ້າຢາເວຢູ່ທີ່ນັ້ນ ແລະຖວາຍເຄື່ອງເຜົາບູຊາຕະຫລອດທັງເຄື່ອງບູຊາເພື່ອຄວາມສາມັກຄີທຳ. ດັ່ງນັ້ນ ພຣະເຈົ້າຢາເວໄດ້ຕອບຄຳພາວັນນາອະທິຖານຂອງກະສັດດາວິດ ແລ້ວໂຣກລະບາດໃນດິນແດນອິດສະຣາເອນກໍໄດ້ໝົດໄປ.
ຍ້ອນພວກເຈົ້າບໍ່ໄດ້ໄປທີ່ນັ້ນເທື່ອທຳອິດ ເພື່ອຫາມຫີບພັນທະສັນຍາ; ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາຈຶ່ງໄດ້ລົງໂທດພວກເຮົາ ເພາະບໍ່ໄດ້ນະມັດສະການພຣະອົງຕາມທີ່ສົມຄວນ.”
ພວກຂ້ານ້ອຍຖືກທຳລາຍໂດຍຄວາມໂກດຮ້າຍຂອງພຣະອົງ ແລະຫວາດຫວັ່ນຕົກໃຈກົວຍ້ອນພຣະອົງກິ້ວໂກດ.
ຢ່າສູ່ຫົວຂວັນຕໍ່ຄຳເຕືອນທີ່ຂ້າພະເຈົ້າກຳລັງຈະມອບໃຫ້ພວກເຈົ້າ ຖ້າຫົວຂວັນມັນຈະຮ້າຍແຮງຫລາຍຂຶ້ນຈົນພວກເຈົ້າປົບໜີໄປບໍ່ໄດ້. ຂ້າພະເຈົ້າໄດ້ຍິນຄຳຕັດສິນໃຈຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ເພື່ອທຳລາຍດິນແດນທັງໝົດແລ້ວ.
ເພິ່ນໄດ້ບອກປະຊາຊົນວ່າ, “ຈົ່ງຍ້າຍໜີຈາກເຕັນຂອງຄົນຊົ່ວເຫຼົ່ານີ້ ແລະຢ່າແຕະຕ້ອງສິ່ງໃດສິ່ງໜຶ່ງທີ່ເປັນຂອງພວກເຂົາ. ບໍ່ດັ່ງນັ້ນ ພວກເຈົ້າຈະຖືກກວາດໄປນຳ ເພາະການບາບຂອງພວກເຂົາ.”
ພຣະເຈົ້າຢາເວໄດ້ບອກອາໂຣນວ່າ, “ເຈົ້າກັບພວກລູກຊາຍຂອງເຈົ້າ ພ້ອມທັງຊາວເລວີຕ້ອງເປັນຜູ້ຮັບຜົນກຳຈາກຄວາມຜິດໃນການຮັບໃຊ້ ແລະການປະຕິບັດໜ້າທີ່ໃນຫໍເຕັນບ່ອນເຮົາສະຖິດຢູ່, ແຕ່ເຈົ້າກັບພວກລູກຊາຍຂອງເຈົ້າໃນຖານະທີ່ເປັນປະໂຣຫິດຂອງເຮົາ ຈະເປັນຜູ້ຮັບຜິດຊອບຕໍ່ຄວາມຜິດນັ້ນ.
ແລະຊັດຫອກຂອງຕົນໃສ່ ຈົນຊອດເຂົາທັງສອງ. ດ້ວຍເຫດນີ້ ໂຣກລະບາດທີ່ພວມທຳລາຍຊາວອິດສະຣາເອນຢູ່ນັ້ນຈຶ່ງຢຸດຕິລົງ,
ພຣະເຈົ້າຢາເວໄດ້ໂກດຮ້າຍຕໍ່ປະຊາຊົນ ແລະເຮັດໃຫ້ພວກເຂົາທ່ອງທ່ຽວໄປມາໃນຖິ່ນແຫ້ງແລ້ງກັນດານເປັນເວລາ 40 ປີ ຈົນຄົນຢູ່ໃນລຸ້ນທີ່ພຣະອົງບໍ່ພໍໃຈນຳນັ້ນຕາຍໄປໝົດ.
ເມື່ອອານາເນຍໄດ້ຍິນຖ້ອຍຄຳເຫຼົ່ານີ້ ລາວກໍລົ້ມລົງສິ້ນໃຈຕາຍ ຝ່າຍຄົນທັງປວງທີ່ໄດ້ຍິນເຖິງເຫດການນັ້ນ ຕ່າງກໍຕົກໃຈຢ້ານກົວຢ່າງໃຫຍ່.
ແຕ່ບັດນີ້, ພວກເຈົ້າຢູ່ໃນພຣະຄຣິດເຈົ້າເຢຊູ ຊຶ່ງເມື່ອກ່ອນນັ້ນພວກເຈົ້າເຄີຍຢູ່ຫ່າງໄກ, ແຕ່ໄດ້ຫຍັບເຂົ້າມາໃກ້ໂດຍພຣະໂລຫິດຂອງພຣະຄຣິດ.
ຫລັງຈາກພວກເຂົາໄດ້ຕາຍໄປໝົດແລ້ວ