Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 17:12 - ພຣະຄຳພີສັກສິ

12 ປະຊາຊົນ​ອິດສະຣາເອນ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ, “ພວກເຮົາ​ກຳລັງ​ຈະ​ຈິບຫາຍ ພວກເຮົາ​ໝົດ​ກຳລັງ​ເສຍ​ແລ້ວ, ພວກເຮົາ​ທັງໝົດ​ຈະ​ຕາຍ

Uka jalj uñjjattʼäta Copia luraña




ຈົດບັນຊີ 17:12
8 Jak'a apnaqawi uñst'ayäwi  

ພວກ​ຂ້ານ້ອຍ​ຖືກ​ທຳລາຍ​ໂດຍ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ແລະ​ຫວາດຫວັ່ນ​ຕົກໃຈກົວ​ຍ້ອນ​ພຣະອົງ​ກິ້ວໂກດ.


ບາງຄົນ​ເຮັດ​ສິ່ງ​ໂງ່ງ່າວ​ກໍ​ທຳລາຍ​ຕົນເອງ ແລ້ວ​ກໍ​ເປັ່ງ​ສຽງ​ກ່າວຫາ​ພຣະເຈົ້າຢາເວ.


ເຮົາ​ໄດ້​ໃຫ້​ຊີວິດ​ແກ່​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ຈະ​ບໍ່​ສືບຕໍ່​ກ່າວຫາ​ຫລື​ໂກດຮ້າຍ​ພວກເຂົາ​ຕະຫລອດໄປ.


ຂ້າພະເຈົ້າ​ເວົ້າ​ຂຶ້ນ​ວ່າ, “ຂ້ານ້ອຍ​ໝົດຫວັງ​ສາແລ້ວ ເຄາະກຳ​ເປັນ​ຂອງ​ຂ້ານ້ອຍ​ສາແລ້ວ ຍ້ອນ​ຄຳເວົ້າ​ທຸກ​ຄຳ​ທີ່​ອອກ​ຈາກ​ປາກ​ຂອງ​ຂ້ານ້ອຍ​ນັ້ນ​ລ້ວນແຕ່​ຊົ່ວ​ມົວໝອງ ຂ້ານ້ອຍ​ໄດ້​ອາໄສ​ຢູ່​ນຳ​ຊົນຊາດ​ທີ່​ເວົ້າ​ແຕ່​ສິ່ງ​ຊົ່ວຊ້າ. ບັດນີ້​ຂ້ານ້ອຍ​ໄດ້​ເຫັນ​ກະສັດ ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກັບ​ຕາ​ຂອງ​ຂ້ານ້ອຍ​ເອງ​ແລ້ວ.”


ໂມເຊ​ກໍ​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ທຸກປະການ.


ຄື​ລາວ​ຕະຫລອດ​ທັງ​ເຊື້ອສາຍ​ຂອງ​ລາວ​ຈະ​ໄດ້​ເປັນ​ປະໂຣຫິດ​ຮັບໃຊ້​ເຮົາ​ສືບໆໄປ ເພາະວ່າ​ລາວ​ໄດ້​ຈັດການ​ຢ່າງ​ເດັດຂາດ​ກັບ​ທຸກໆ​ຄົນ​ທີ່​ກະບົດ​ຕໍ່​ເຮົາ ແລະ​ໄດ້​ເຮັດ​ໃຫ້​ເຮົາ​ຍົກໂທດ​ປະຊາຊົນ​ອິດສະຣາເອນ ເພາະ​ພວກເຂົາ​ໄດ້​ເຮັດ​ບາບ.”


ແຕ່​ພວກ​ລູກຊາຍ​ຂອງ​ໂກຣາ​ບໍ່ໄດ້​ຖືກ​ຂ້າ.)


ແລະ​ພວກເຈົ້າ​ໄດ້​ລືມ​ຄຳເຕືອນ ທີ່​ພຣະອົງ​ໄດ້​ຊົງ​ເຕືອນ​ໃນ​ຖານະ​ທີ່​ເປັນ​ລູກ​ວ່າ, “ລູກ​ຂອງເຮົາ​ເອີຍ ຢ່າ​ປະໝາດ​ຕໍ່​ການ​ຕີສອນ​ ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຢ່າ​ນ້ອຍໃຈ​ເມື່ອ​ພຣະອົງ​ ຊົງ​ຕິຕຽນ​ເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka