Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 17:11 - ພຣະຄຳພີສັກສິ

11 ໂມເຊ​ກໍ​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ທຸກປະການ.

Uka jalj uñjjattʼäta Copia luraña




ຈົດບັນຊີ 17:11
6 Jak'a apnaqawi uñst'ayäwi  

ເມື່ອໃດ​ທີ່​ຊາວ​ເມືອງ​ອື່ນໆ​ນຳ​ຄະດີ​ຂ້າ​ຄົນ ຫລື​ການ​ຝ່າຝືນ​ກົດໝາຍ ຫລື​ຝ່າຝືນ​ຄຳສັ່ງ​ມາ​ຫາ​ພວກທ່ານ; ພວກທ່ານ​ຕ້ອງ​ແນະນຳ​ພວກເຂົາ​ຢ່າງ​ລະມັດ​ລະວັງ​ວ່າ ພວກເຂົາ​ຄວນ​ປະພຶດ​ຢ່າງໃດ​ໃນ​ລະຫວ່າງ​ການ​ສອບສວນ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່​ເປັນ​ຝ່າຍ​ຜິດ​ໂດຍ​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ. ເວັ້ນເສຍ​ແຕ່​ພວກທ່ານ​ຂືນ​ເຮັດ​ເທົ່ານັ້ນ ພວກທ່ານ​ກັບ​ພວກ​ພີ່ນ້ອງ​ຊາວ​ເມືອງ​ກໍ​ຈະ​ຖືກ​ພຣະອົງ​ໂກດຮ້າຍ​ຢ່າງໜັກ. ແຕ່​ຖ້າ​ພວກທ່ານ​ປະຕິບັດ​ຕາມ​ໜ້າທີ່​ຂອງ​ພວກທ່ານ ພວກທ່ານ​ກໍ​ຈະ​ບໍ່​ເປັນ​ຝ່າຍ​ຜິດ.


ຫລັງຈາກ​ນັ້ນ ເພິ່ນ​ຈະ​ຕ້ອງ​ຂ້າ​ແບ້​ເພື່ອ​ຖວາຍ​ລຶບລ້າງ​ບາບ​ຂອງ​ປະຊາຊົນ ແລ້ວ​ນຳ​ເລືອດ​ແບ້​ນັ້ນ​ເຂົ້າ​ໄປ​ໃນ​ບ່ອນ​ສັກສິດ​ທີ່ສຸດ ເພື່ອ​ຊິດ​ໃສ່​ເທິງ​ຝາອັດ​ຫີບ​ແລະ​ຊິດ​ໃສ່​ທາງ​ດ້ານ​ໜ້າ​ຂອງ​ຫີບ​ພັນທະສັນຍາ ແບບ​ດຽວ​ກັບ​ຊິດ​ເລືອດ​ຂອງ​ງົວເຖິກ​ໜຸ່ມ.


ດັ່ງນີ້ ເພິ່ນ​ຈຶ່ງ​ຈະ​ເຮັດ​ພິທີ​ຊຳລະ​ບ່ອນ​ສັກສິດ​ທີ່ສຸດ ໃຫ້​ພົ້ນ​ຈາກ​ມົນທິນ​ຂອງ​ປະຊາຊົນ​ອິດສະຣາເອນ ແລະ​ຈາກ​ການບາບ​ທຸກຢ່າງ​ຂອງ​ພວກເຂົາ. ເພິ່ນ​ຈະ​ເຮັດ​ພິທີ​ຊຳລະ​ນີ້​ໃຫ້​ຫໍເຕັນ​ບ່ອນ​ຊຸມນຸມ ເພາະວ່າ​ຫໍເຕັນ​ໄດ້​ຕັ້ງ​ຢູ່​ກາງ​ຄ້າຍ ຊຶ່ງ​ເປັນມົນທິນ​ຕາມ​ກົດບັນຍັດ.


ໃນ​ຂະນະທີ່​ພວກເຂົາ​ຍັງ​ມີ​ຊີ້ນ​ກິນ​ຢ່າງ​ອຸດົມສົມບູນ​ຢູ່​ນັ້ນ ພຣະເຈົ້າຢາເວ​ຊໍ້າ​ໂກດຮ້າຍ​ປະຊາຊົນ ແລະ​ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ເກີດ​ໂຣກ​ອະຫິວາ​ໃນ​ທ່າມກາງ​ພວກເຂົາ.


ແລະ​ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ໂມເຊ​ວ່າ, “ຈົ່ງ​ເອົາ​ໄມ້ຄ້ອນເທົ້າ​ຂອງ​ອາໂຣນ ໄປ​ວາງ​ໄວ້​ຕໍ່ໜ້າ​ຫີບ​ພັນທະສັນຍາ ເພື່ອ​ຮັກສາ​ໄວ້​ເປັນ​ສິ່ງ​ເຕືອນໃຈ​ຊາວ​ອິດສະຣາເອນ​ຜູ້​ກະບົດ​ຕໍ່​ເຮົາ​ວ່າ ພວກເຂົາ​ຈະ​ເຊົາ​ຈົ່ມຮ້າຍ​ຕໍ່​ເຮົາ ເພື່ອ​ພວກເຂົາ​ຈະ​ບໍ່​ຕາຍ.”


ປະຊາຊົນ​ອິດສະຣາເອນ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ, “ພວກເຮົາ​ກຳລັງ​ຈະ​ຈິບຫາຍ ພວກເຮົາ​ໝົດ​ກຳລັງ​ເສຍ​ແລ້ວ, ພວກເຮົາ​ທັງໝົດ​ຈະ​ຕາຍ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka