ຈົດບັນຊີ 17:10 - ພຣະຄຳພີສັກສິ10 ແລະພຣະເຈົ້າຢາເວໄດ້ກ່າວຕໍ່ໂມເຊວ່າ, “ຈົ່ງເອົາໄມ້ຄ້ອນເທົ້າຂອງອາໂຣນ ໄປວາງໄວ້ຕໍ່ໜ້າຫີບພັນທະສັນຍາ ເພື່ອຮັກສາໄວ້ເປັນສິ່ງເຕືອນໃຈຊາວອິດສະຣາເອນຜູ້ກະບົດຕໍ່ເຮົາວ່າ ພວກເຂົາຈະເຊົາຈົ່ມຮ້າຍຕໍ່ເຮົາ ເພື່ອພວກເຂົາຈະບໍ່ຕາຍ.” Uka jalj uñjjattʼäta |
ແຜ່ນນີ້ເປັນສິ່ງເຕືອນຊາວອິດສະຣາເອນວ່າ ຢ່າໃຫ້ຜູ້ໃດຜູ້ໜຶ່ງທີ່ບໍ່ແມ່ນລູກຫລານຂອງອາໂຣນມາໃກ້ແທ່ນບູຊາ ເພື່ອເຜົາເຄື່ອງຫອມຖວາຍຕໍ່ໜ້າພຣະເຈົ້າຢາເວ. ບໍ່ດັ່ງນັ້ນ ເຂົາຈະຖືກທຳລາຍເໝືອນດັ່ງໂກຣາ ແລະພັກພວກຂອງຕົນ. ເອເລອາຊາກໍໄດ້ເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ຜ່ານທາງໂມເຊທຸກປະການ.