ຈົດບັນຊີ 16:9 - ພຣະຄຳພີສັກສິ9 ພວກເຈົ້າຖືເປັນເລື່ອງເລັກນ້ອຍຊັ້ນບໍ ທີ່ພຣະເຈົ້າຂອງຊາດອິດສະຣາເອນໄດ້ຕັ້ງພວກເຈົ້າໄວ້ຕ່າງຫາກຈາກຊຸມຊົນ ເພື່ອວ່າພວກເຈົ້າຈະໄດ້ເຂົ້າໃກ້ຊິດພຣະອົງ ແລະເຮັດພິທີຕ່າງໆຢູ່ໃນຫໍເຕັນສັກສິດຂອງພຣະເຈົ້າຢາເວ ພ້ອມທັງເຮັດໜ້າທີ່ຮັບໃຊ້ຊຸມຊົນດ້ວຍ. Uka jalj uñjjattʼäta |
ເພິ່ນຍັງໄດ້ແນະນຳຊາວເລວີ ຄູສອນຂອງຊາດອິດສະຣາເອນ ຜູ້ທີ່ໄດ້ຊຳລະຕົວໃຫ້ບໍຣິສຸດແກ່ພຣະເຈົ້າຢາເວວ່າ, “ຈົ່ງເອົາຫີບອັນບໍຣິສຸດເຂົ້າໄປໄວ້ໃນວິຫານທີ່ເຈົ້າໂຊໂລໂມນລູກຊາຍຂອງດາວິດກະສັດແຫ່ງອິດສະຣາເອນໄດ້ສ້າງຂຶ້ນ. ພວກເຈົ້າບໍ່ຕ້ອງເອົາໄປທີ່ນັ້ນທີ່ນີ້ອີກຕໍ່ໄປ, ແຕ່ໃຫ້ພວກເຈົ້າບົວລະບັດຮັບໃຊ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະປະຊາຊົນອິດສະຣາເອນຂອງພຣະອົງ.
ໃນເວລານັ້ນ ພວກເຂົາໄດ້ຊອກຫາຜູ້ຮັບຜິດຊອບບ່ອນມ້ຽນເຄື່ອງຂອງ ທີ່ຄົນນຳມາບໍລິຈາກສຳລັບພຣະວິຫານ ຊຶ່ງປະກອບດ້ວຍໜຶ່ງສ່ວນສິບ, ຜົນລະປູກເທື່ອທຳອິດຂອງພືດຜົນເປັນເມັດ ແລະໝາກໄມ້ສຸກເທື່ອທຳອິດໃນຕົ້ນປີ. ຄົນເຫຼົ່ານີ້ແມ່ນຮັບຜິດຊອບຮວບຮວມເຄື່ອງປູກຂອງຝັງ ຈາກໄຮ່ນາໃກ້ຄຽງໃນເມືອງຕ່າງໆທີ່ນຳມາບໍລິຈາກ ສຳລັບພວກປະໂຣຫິດແລະຊາວເລວີ ຕາມທີ່ກົດບັນຍັດໄດ້ກຳນົດໄວ້. ປະຊາຊົນຊາວຢູດາທັງໝົດຕ່າງກໍພໍໃຈນຳພວກປະໂຣຫິດແລະຊາວເລວີ