Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 16:5 - ພຣະຄຳພີສັກສິ

5 ແລ້ວ​ເພິ່ນ​ກໍໄດ້​ບອກ​ໂກຣາ​ແລະ​ພັກພວກ​ຂອງ​ລາວ​ວ່າ, “ໃນ​ມື້ອື່ນ​ເຊົ້າ ພຣະເຈົ້າຢາເວ​ຈະ​ສຳແດງ​ໃຫ້​ພວກເຮົາ​ເຫັນ​ວ່າ​ຜູ້ໃດ​ເປັນ​ຂອງ​ພຣະອົງ ພຣະອົງ​ຈະ​ໃຫ້​ຜູ້​ທີ່​ເປັນ​ຂອງ​ພຣະອົງ ຄື​ຜູ້​ທີ່​ພຣະອົງ​ໄດ້​ເລືອກ​ນັ້ນ ຫຍັບ​ເຂົ້າ​ໃກ້​ພຣະອົງ​ທີ່​ແທ່ນບູຊາ.

Uka jalj uñjjattʼäta Copia luraña




ຈົດບັນຊີ 16:5
38 Jak'a apnaqawi uñst'ayäwi  

ແລ້ວ​ພຣະອົງ​ກໍໄດ້​ສົ່ງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະອົງ​ໄປ ແລະ​ສົ່ງ​ອາໂຣນ​ຜູ້​ທີ່​ພຣະອົງ​ໄດ້​ເລືອກໄວ້.


ບັນດາ​ປະໂຣຫິດ​ເອີຍ ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ພຣະອົງ​ໃຫ້​ຄວາມ​ຊ່ວຍເຫລືອ​ແລະ​ຄຸ້ມຄອງ​ໄດ້.


ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ພຣະອົງ​ໄດ້​ເລືອກ​ເອົາ ໃຫ້​ເຂົ້າ​ມາ​ອາໄສ​ຢູ່​ໃນ​ຫໍ​ນະມັດສະການ​ໄດ້. ພວກ​ຂ້ານ້ອຍ​ຈະ​ອີ່ມ​ບໍຣິບູນ​ດ້ວຍ​ຂອງ​ດີ ທັງ​ພຣະພອນ​ນາໆ​ຈາກ​ພຣະວິຫານ​ອັນ​ສັກສິດ​ນັ້ນ.


“ຈົ່ງ​ເອີ້ນ​ອາໂຣນ ອ້າຍ​ຂອງ​ເຈົ້າ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ມາ​ເຊັ່ນ​ວ່າ: ນາດາບ, ອາບີຮູ, ເອເລອາຊາ ແລະ​ອີທາມາ. ຈົ່ງ​ແຍກ​ພວກເຂົາ​ຢູ່​ຕ່າງຫາກ ຈາກ​ປະຊາຊົນ​ອິດສະຣາເອນ ເພື່ອ​ວ່າ​ພວກເຂົາ​ຈະ​ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ.


ເຈົ້າ​ຈົ່ງ​ນຸ່ງ​ເຄື່ອງ​ເຫຼົ່ານີ້​ໃຫ້​ອາໂຣນ ອ້າຍ​ຂອງ​ເຈົ້າ​ແລະ​ພວກ​ລູກຊາຍ​ຂອງ​ລາວ. ແລ້ວ​ຈົ່ງ​ແຕ່ງຕັ້ງ​ແລະ​ອຸທິດ​ຖວາຍ​ພວກເຂົາ ໂດຍ​ໃຊ້​ນໍ້າມັນ​ເຈີມ​ສັກສິດ​ທີ່​ເຮັດ​ດ້ວຍ​ໝາກກອກເທດ​ຫົດສົງ ເພື່ອ​ພວກເຂົາ​ຈະ​ໄດ້​ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ.


ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ​ຕ້ອງ​ນຸ່ງ​ສົ້ງ​ຂາສັ້ນ​ຢູ່​ປະຈຳ ເມື່ອ​ພວກເຂົາ​ເຂົ້າ​ມາ​ຫໍເຕັນ​ບ່ອນ​ຊຸມນຸມ ຫລື​ເຂົ້າ​ມາ​ໃກ້​ແທ່ນບູຊາ​ເວລາ​ບົວລະບັດ​ຮັບໃຊ້​ເຮົາ ໃນ​ຖານະ​ປະໂຣຫິດ​ທີ່​ບ່ອນ​ສັກສິດ ເພື່ອ​ພວກເຂົາ​ຈະ​ບໍ່​ຕາຍ​ຍ້ອນ​ວ່າ​ບໍ່​ປົກປິດ​ຕົນຕົວ. ອັນ​ນີ້​ແມ່ນ​ກົດເກນ​ອັນ​ຖາວອນ ຊຶ່ງ​ອາໂຣນ​ແລະ​ເຊື້ອສາຍ​ຂອງ​ລາວ ຈະ​ຕ້ອງ​ປະຕິບັດ​ຕະຫລອດໄປ.”


ພວກ​ເຈົ້ານາຍ​ຂອງ​ພວກເຂົາ ຈະ​ມາ​ຈາກ​ຊົນຊາດ​ຂອງ​ພວກເຂົາ​ເອງ ກະສັດ​ຂອງ​ພວກເຂົາ ຈະ​ມາ​ຈາກ​ຊົນຊາດ​ຂອງ​ພວກເຂົາ​ເອງ​ດ້ວຍ. ລາວ​ຈະ​ຫຍັບ​ເຂົ້າ​ໃກ້ ເມື່ອ​ເຮົາ​ໄດ້​ເຊີນ​ລາວ ຜູ້​ທີ່​ບໍ່​ຖືກ​ເຊີນ ມີ​ຜູ້ໃດ​ແດ່​ກ້າ​ຫຍັບ​ມາ​ເຂົ້າ​ໃກ້? ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


“ສິງ​ອອກ​ຈາກ​ປ່າຕຶບ​ມາ​ສູ່​ແຄມ​ແມ່ນໍ້າ​ຈໍແດນ​ທີ່​ມີ​ຫຍ້າຂຽວ​ສັນໃດ; ເຮົາ​ກໍ​ຈະ​ມາ​ເຮັດ​ໃຫ້​ຊາວ​ເອໂດມ ແລ່ນ​ໜີ​ຈາກ​ດິນແດນ​ຂອງ​ພວກເຂົາ​ຢ່າງ​ກະທັນຫັນ​ສັນນັ້ນ. ແລ້ວ​ຜູ້ນຳ​ທີ່​ເຮົາ​ເລືອກເອົາ​ກໍ​ຈະ​ປົກຄອງ​ດິນແດນ. ຜູ້ໃດ​ແດ່​ທຽບເທົ່າ​ກັບ​ເຮົາ​ໄດ້? ຜູ້ໃດ​ແດ່​ກ້າ​ທ້າທາຍ​ເຮົາ​ໄດ້? ນັກ​ປົກຄອງ​ຜູ້ໃດ​ແດ່​ຕ້ານທານ​ເຮົາ​ໄດ້?


ສິງ​ກຳລັງ​ອອກ​ມາ​ຈາກ​ປ່າຕຶບ​ຂອງ​ແຄມ​ແມ່ນໍ້າ​ຈໍແດນ ສູ່​ທົ່ງຫຍ້າ​ຂຽວ​ສັນໃດ; ເຮົາ​ກໍ​ກຳລັງ​ອອກ​ມາ​ເຮັດ​ໃຫ້​ຊາວ​ບາບີໂລນ ແລ່ນ​ໜີ​ຈາກ​ເມືອງ​ຂອງ​ພວກເຂົາ​ຢ່າງ​ກະທັນຫັນ​ສັນນັ້ນ. ແລ້ວ​ພວກ​ເຈົ້ານາຍ​ທີ່​ເຮົາ​ເລືອກໄວ້​ກໍ​ຈະ​ປົກຄອງ​ປະເທດ. ຜູ້ໃດ​ປຽບທຽບ​ກັບ​ເຮົາ​ໄດ້​ແດ່? ຜູ້ໃດ​ທ້າທາຍ​ກັບ​ເຮົາ​ໄດ້​ແດ່? ມີ​ຜູ້ປົກຄອງ​ຄົນໃດ​ຕ້ານທານ​ເຮົາ​ໄດ້?


ແລະ​ຫ້ອງ​ທີ່​ຢູ່​ກົງ​ກັບ​ທິດເໜືອ​ແມ່ນ​ໄວ້​ໃຫ້​ພວກ​ປະໂຣຫິດ ທີ່​ໄດ້​ຮັບໃຊ້​ທີ່​ແທ່ນບູຊາ. ພວກ​ປະໂຣຫິດ​ລ້ວນແຕ່​ໄດ້​ສືບ​ເຊື້ອສາຍ​ມາ​ຈາກ​ຊາດົກ; ມີ​ແຕ່​ພວກເຂົາ​ເທົ່ານັ້ນ ຄື​ສະມາຊິກ​ຂອງ​ເຜົ່າເລວີ ທີ່​ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ໄປ​ໃກ້​ພຣະເຈົ້າຢາເວ​ເພື່ອ​ຮັບໃຊ້​ພຣະອົງ.”


ບັນດາ​ປະໂຣຫິດ​ເຫຼົ່ານັ້ນ​ທີ່​ເປັນ​ຄົນ​ຂອງ​ເຜົ່າເລວີ ຜູ້​ສືບ​ເຊື້ອສາຍ​ມາ​ຈາກ​ຊາດົກ ແມ່ນ​ພວກ​ດຽວ​ເທົ່ານັ້ນ​ທີ່​ຈະ​ເຂົ້າ​ມາ​ຮັບໃຊ້​ຊ້ອງໜ້າ​ເຮົາ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ. ເຈົ້າ​ຈະ​ຕ້ອງ​ຫາ​ງົວເຖິກໜຸ່ມ ມາ​ເປັນ​ເຄື່ອງ​ຖວາຍບູຊາ​ເພື່ອ​ລຶບລ້າງ​ບາບ.


ບ່ອນ​ນີ້​ຈະ​ເປັນ​ສ່ວນ​ສັກສິດ​ຂອງ​ປະເທດ ແຍກ​ໄວ້​ສຳລັບ​ພວກ​ປະໂຣຫິດ​ຜູ້​ທີ່​ຮັບໃຊ້​ອົງພຣະ​ຜູ້​ເປັນເຈົ້າ​ໃນ​ພຣະວິຫານ​ນີ້. ທີ່​ບໍລິເວນ​ນີ້​ຈະ​ມີ​ເຮືອນ​ຂອງ​ພວກເຂົາ ແລະ​ມີ​ດິນ​ຕອນ​ທີ່​ຖືກ​ຈັດ​ໄວ້​ສຳລັບ​ພຣະວິຫານ.


ແລ້ວ​ໂມເຊ​ໄດ້​ກ່າວ​ແກ່​ອາໂຣນ​ວ່າ, “ພຣະເຈົ້າຢາເວ​ໄດ້​ປະກາດ​ໄວ້​ດັ່ງນີ້: ‘ທຸກຄົນ​ທີ່​ຮັບໃຊ້​ເຮົາ​ຕ້ອງ​ຢຳເກງ​ຄວາມ​ບໍຣິສຸດ​ຂອງເຮົາ; ເຮົາ​ຈະ​ໃຫ້​ປະຊາຊົນ​ຂອງເຮົາ​ເຫັນ​ສະຫງ່າຣາສີ​ຂອງເຮົາ.”’ ສ່ວນ​ອາໂຣນ​ກໍໄດ້​ແຕ່​ຕົກສະເງີ້​ຈົນ​ປາກ​ບໍ່​ອອກ.


“ຈົ່ງ​ນຳ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ມາ​ທີ່​ປະຕູ​ເຂົ້າ​ຫໍເຕັນ​ບ່ອນ​ເຮົາ​ມາ​ປາກົດ ແລ້ວ​ເອົາ​ເຄື່ອງ​ປະຈຳ​ຕຳແໜ່ງ​ປະໂຣຫິດ​ມາ​ພ້ອມ​ກັບ​ນໍ້າມັນ​ເຈີມ​ສັກສິດ, ງົວເຖິກໜຸ່ມ​ໂຕໜຶ່ງ​ເພື່ອ​ຖວາຍ​ລຶບລ້າງ​ບາບ, ແກະເຖິກ ສອງ​ໂຕ ແລະ​ກະຕ່າ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ.


ອີກເທື່ອໜຶ່ງ ປະຊາຊົນ​ຂອງເຮົາ​ຈະ​ເຫັນ​ຄວາມ​ແຕກຕ່າງ​ລະຫວ່າງ​ສິ່ງ​ທີ່​ເກີດຂຶ້ນ​ຕໍ່​ຄົນ​ຊອບທຳ​ແລະ​ຄົນ​ອະທຳ ແລະ​ລະຫວ່າງ​ສິ່ງ​ທີ່​ເກີດຂຶ້ນ​ຕໍ່​ຜູ້​ທີ່​ຮັບໃຊ້​ພຣະເຈົ້າ ແລະ​ຕໍ່​ຜູ້​ທີ່​ບໍ່​ຮັບໃຊ້​ພຣະອົງ.”


ພວກເຂົາ​ໄດ້​ມາ​ເຕົ້າໂຮມ​ກັນ​ຕໍ່ສູ້​ໂມເຊ​ແລະ​ຕໍ່ສູ້​ອາໂຣນ ແລະ​ກ່າວ​ວ່າ, “ທ່ານ​ເຮັດ​ໂພດ​ເກີນ​ໄປ​ແລ້ວໃດ! ສະມາຊິກ​ທັງໝົດ​ຢູ່​ໃນ​ຊຸມຊົນ​ເປັນ​ຄົນ​ບໍຣິສຸດ ແລະ​ພຣະເຈົ້າຢາເວ​ກໍ​ສະຖິດ​ຢູ່​ນຳ​ພວກເຮົາ​ທຸກຄົນ. ແລ້ວ​ເປັນຫຍັງ​ທ່ານ​ຈຶ່ງ​ຖືຕົວ​ເໜືອ​ກວ່າ​ຊຸມຊົນ​ຂອງ​ພຣະເຈົ້າຢາເວ?”


ໃນ​ມື້ອື່ນ​ເຊົ້າ ໃຫ້​ເຈົ້າ​ກັບ​ພັກພວກ​ຂອງ​ເຈົ້າ​ເອົາ​ໝໍ້ຂາງ ແລະ​ໃສ່​ຖ່ານໄຟ​ທີ່​ລຸກ​ແດງ​ພ້ອມ​ທັງ​ໂຮຍ​ເຄື່ອງຫອມ​ໃສ່​ດ້ວຍ ແລະ​ຖື​ມາ​ຕໍ່ໜ້າ​ພຣະເຈົ້າຢາເວ ແລ້ວ​ພວກເຮົາ​ກໍ​ຈະ​ຮູ້​ວ່າ ແມ່ນ​ຜູ້ໃດ​ໃນ​ພວກເຮົາ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກ​ເອົາ. ແມ່ນ​ພວກເຈົ້າ​ຊາວ​ເລວີ​ນັ້ນ​ແຫຼະ ທີ່​ໄດ້​ເຮັດ​ໂພດ​ເກີນໄປ.”


ແລ້ວ​ໄມ້ຄ້ອນເທົ້າ​ຂອງ​ໃຜ​ທີ່​ເຮົາ​ໄດ້​ເລືອກ​ເອົາ ກໍ​ຈະ​ອອກ​ດອກ. ດ້ວຍ​ວິທີ​ນີ້ ເຮົາ​ຈະ​ເຮັດ​ໃຫ້​ຊາວ​ອິດສະຣາເອນ​ເຊົາ​ຈົ່ມຮ້າຍ​ໃສ່​ພວກເຈົ້າ.”


ວັນ​ຕໍ່ມາ ເມື່ອ​ໂມເຊ​ໄດ້​ເຂົ້າ​ໄປ​ໃນ​ຫໍເຕັນ ເພິ່ນ​ຈຶ່ງ​ໄດ້​ເຫັນ​ວ່າ​ໄມ້ຄ້ອນເທົ້າ​ຂອງ​ອາໂຣນ ຊຶ່ງ​ເປັນ​ຂອງ​ເຜົ່າເລວີ​ນັ້ນ​ອອກ​ດອກ​ຄື: ດອກຈູມ, ດອກບານ ແລະ​ມີ​ໝາກອາມອນ​ສຸກ​ຄ້າຍໆ​ໝາກບົກ​ຕິດ​ຢູ່​ດ້ວຍ


ບໍ່ແມ່ນ​ເຈົ້າ​ທັງຫລາຍ​ໄດ້​ເລືອກ​ເອົາ​ເຮົາ, ແຕ່​ຝ່າຍ​ເຮົາ​ໄດ້​ເລືອກ​ເອົາ​ພວກເຈົ້າ ແລະ​ແຕ່ງຕັ້ງ​ເຈົ້າ​ທັງຫລາຍ​ເພື່ອ​ໃຫ້​ອອກໄປ ແລະ​ເກີດຜົນ, ເພື່ອ​ຜົນ​ຂອງ​ພວກເຈົ້າ​ຈະ​ຕັ້ງ​ຢູ່​ຖາວອນ, ເພື່ອ​ວ່າ​ເມື່ອ​ເຈົ້າ​ທັງຫລາຍ​ຈະ​ທູນ​ຂໍ​ສິ່ງໃດ ຈາກ​ພຣະບິດາເຈົ້າ​ໃນ​ນາມ​ຂອງເຮົາ ພຣະອົງ​ກໍ​ຈະ​ຊົງ​ປະທານ​ສິ່ງ​ນັ້ນ​ໃຫ້​ແກ່​ພວກເຈົ້າ.


ຈົນເຖິງ​ວັນ​ທີ່​ພຣະອົງ​ຖືກ​ຮັບ​ຂຶ້ນ​ສູ່​ສະຫວັນ ກ່ອນ​ພຣະອົງ​ຖືກ​ຮັບ​ຂຶ້ນ​ດ້ວຍ​ຣິດເດດ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ​ນັ້ນ ພຣະອົງ​ໄດ້​ໃຫ້​ຄຳແນະນຳ ແກ່​ບັນດາ​ຜູ້​ທີ່​ພຣະອົງ​ໄດ້​ເລືອກ​ໄວ້ ຄື​ພວກ​ອັກຄະສາວົກ​ຂອງ​ພຣະອົງ.


ແລ້ວ​ພວກເພິ່ນ​ກໍ​ພາກັນ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະອົງເຈົ້າ ພຣະອົງ​ຢັ່ງ​ຮູ້​ຄວາມ​ນຶກຄິດ​ຈິດໃຈ​ຂອງ​ທຸກຄົນ. ສະນັ້ນ ໂຜດ​ຊີ້​ບອກ​ວ່າ​ໃນ​ສອງ​ຄົນ​ນີ້​ພຣະອົງ​ໄດ້​ເລືອກ​ເອົາ​ຜູ້ໃດ


ຂະນະທີ່​ພວກ​ພີ່ນ້ອງ​ກຳລັງ​ນະມັດສະການ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຖືສິນ​ອົດອາຫານ​ຢູ່​ນັ້ນ ພຣະວິນຍານ​ບໍຣິສຸດເຈົ້າ​ໄດ້​ບອກ​ກັບ​ພວກເພິ່ນ​ວ່າ, “ຈົ່ງ​ຄັດ​ເອົາ​ບາຣະນາບາ​ກັບ​ໂຊໂລ​ໄວ້​ໃຫ້​ເຮົາ ສຳລັບ​ພາລະກິດ​ທີ່​ເຮົາ​ໄດ້​ເອີ້ນ​ໃຫ້​ພວກເຂົາ​ເຮັດ​ນັ້ນ.”


ຫລັງຈາກ ໂຕ້ຖຽງ​ກັນ​ເປັນ​ເວລາ​ຍືດຍາວ​ແລ້ວ ເປໂຕ​ກໍ​ລຸກ​ຂຶ້ນ ແລະ​ກ່າວ​ວ່າ, “ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຈົ້າ​ກໍ​ຮູ້​ຢູ່​ວ່າ ເມື່ອ​ເລີ່ມຕົ້ນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ຂ້າພະເຈົ້າ​ຈາກ​ທ່າມກາງ​ພວກເຈົ້າ ໃຫ້​ປະກາດ​ຂ່າວປະເສີດ​ແກ່​ຄົນຕ່າງຊາດ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້ຍິນ ແລະ​ຈະ​ໄດ້​ເຊື່ອ.


ຈາກ​ນັ້ນ​ເພິ່ນ​ຈຶ່ງ​ເວົ້າ​ວ່າ, ‘ພຣະເຈົ້າ​ແຫ່ງ​ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ເລືອກ​ເອົາ​ເຈົ້າ ເພື່ອ​ໃຫ້​ຮູ້​ຄວາມປະສົງ​ຂອງ​ພຣະອົງ ເພື່ອ​ໃຫ້​ເຫັນ​ພຣະອົງ​ຜູ້​ຊອບທຳ ແລະ​ເພື່ອ​ໃຫ້​ເຈົ້າ​ໄດ້ຍິນ​ພຣະອົງ​ກ່າວ​ດ້ວຍ​ສຽງ​ຂອງ​ພຣະອົງ​ເອງ.


ແຕ່​ບັດນີ້, ພວກເຈົ້າ​ຢູ່​ໃນ​ພຣະຄຣິດເຈົ້າ​ເຢຊູ ຊຶ່ງ​ເມື່ອ​ກ່ອນ​ນັ້ນ​ພວກເຈົ້າ​ເຄີຍ​ຢູ່​ຫ່າງໄກ, ແຕ່​ໄດ້​ຫຍັບ​ເຂົ້າ​ມາ​ໃກ້​ໂດຍ​ພຣະ​ໂລຫິດ​ຂອງ​ພຣະຄຣິດ.


ແຕ່​ຮາກຖານ​ອັນ​ແຂງແກ່ນ ຊຶ່ງ​ພຣະເຈົ້າ​ໄດ້​ວາງ​ລົງ​ແລ້ວ​ນັ້ນ​ຕັ້ງໝັ້ນຄົງ​ຢູ່ ໂດຍ​ມີ​ຄຳ​ຂຽນ​ໄວ້​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ຮູ້ຈັກ​ຄົນ​ເຫຼົ່ານັ້ນ ທີ່​ເປັນ​ຂອງ​ພຣະອົງ” ແລະ “ທຸກຄົນ ຊຶ່ງ​ອອກ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ຕ້ອງ​ຫັນ​ໜີ​ຈາກ​ຄວາມ​ຊົ່ວຊ້າ.”


ຈົ່ງ​ພະຍາຍາມ​ທີ່​ຈະ​ຢູ່​ກັບ​ທຸກຄົນ​ຢ່າງ​ສະຫງົບສຸກ ແລະ​ຈົ່ງ​ພະຍາຍາມ​ທີ່​ຈະ​ມີ​ໃຈ​ບໍຣິສຸດ ເພາະ​ຖ້າ​ໃຈ​ບໍ່​ບໍຣິສຸດ ກໍ​ຈະ​ບໍ່ມີ​ຜູ້ໃດ​ໄດ້​ເຫັນ​ອົງພຣະ​ຜູ້​ເປັນເຈົ້າ.


ແລະ​ພຣະອົງ​ໄດ້​ຊົງ​ຕັ້ງ​ເຮົາ​ທັງຫລາຍ ໄວ້​ໃຫ້​ເປັນ​ອານາຈັກ​ແລະ​ເປັນ​ປະໂຣຫິດ​ຂອງ​ພຣະອົງ ພຣະກຽດ​ແລະ​ຣິດທານຸພາບ ຈົ່ງ​ມີ​ແດ່​ພຣະອົງ​ສືບໆໄປ​ເປັນນິດ ອາແມນ.


ຈາກ​ເຜົ່າ​ທັງໝົດ​ໃນ​ຊາດ​ອິດສະຣາເອນ ເຮົາ​ໄດ້​ເລືອກເອົາ​ຄອບຄົວ​ຂອງ​ລາວ​ໃຫ້​ເປັນ​ປະໂຣຫິດ ເພື່ອ​ບົວລະບັດ​ຮັບໃຊ້​ເຮົາ​ທີ່​ແທ່ນບູຊາ ເພື່ອ​ເຜົາ​ເຄື່ອງຫອມ​ແລະ​ເພື່ອ​ຖື​ເອໂຟດ ມາ​ປຶກສາ​ຫາລື​ກັບ​ເຮົາ. ເຮົາ​ໃຫ້​ພວກເຂົາ​ມີ​ສິດ​ຮັບ​ເອົາ​ສ່ວນແບ່ງ​ຂອງ​ເຄື່ອງ​ບູຊາ ທີ່​ເຜົາ​ຢູ່​ເທິງ​ແທ່ນບູຊາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka