48 ໂຣກລະບາດຮ້າຍແຮງຈຶ່ງຢຸດເຊົາ ແລະເພິ່ນໄດ້ຢືນຂຶ້ນລະຫວ່າງຄົນເປັນແລະຄົນຕາຍ.
ເພິ່ນໄດ້ສ້າງແທ່ນບູຊາຖວາຍແກ່ພຣະເຈົ້າຢາເວຢູ່ທີ່ນັ້ນ ແລະຖວາຍເຄື່ອງເຜົາບູຊາຕະຫລອດທັງເຄື່ອງບູຊາເພື່ອຄວາມສາມັກຄີທຳ. ດັ່ງນັ້ນ ພຣະເຈົ້າຢາເວໄດ້ຕອບຄຳພາວັນນາອະທິຖານຂອງກະສັດດາວິດ ແລ້ວໂຣກລະບາດໃນດິນແດນອິດສະຣາເອນກໍໄດ້ໝົດໄປ.
ແຕ່ຟີເນຮາໄດ້ລຸກຂຶ້ນລົງໂທດຜູ້ທີ່ເຮັດຜິດ ແລ້ວໂຣກລະບາດກໍໄດ້ຢຸດສະໜິດຈົນສິ້ນ.
ດັ່ງນັ້ນ ທຸກໆຄົນຈຶ່ງໄດ້ເອົາໝໍ້ຂາງຂອງຕົນໃສ່ຖ່ານໄຟທີ່ກຳລັງລຸກຢູ່ ພ້ອມທັງເຄື່ອງຫອມໂຮຍໃສ່ເທິງຖືມາ ແລະຢືນຢູ່ທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມພ້ອມກັບໂມເຊແລະອາໂຣນ.
ແລ້ວໄຟຈາກພຣະເຈົ້າຢາເວກໍໄດ້ລົງມາເຜົາຜານ 250 ຄົນ ຄືຜູ້ທີ່ໄດ້ເຜົາເຄື່ອງຫອມມາຖວາຍນັ້ນ.
ອາໂຣນກໍໄດ້ປະຕິບັດຕາມນັ້ນ ເພິ່ນໄດ້ເອົາໝໍ້ຂາງທີ່ມີຖ່ານໄຟລຸກແດງຢູ່ ແລ່ນໄປທ່າມກາງປະຊາຊົນ. ເມື່ອເຫັນວ່າໂຣກລະບາດຮ້າຍແຮງໄດ້ແຜ່ກວ້າງອອກໄປຫລາຍແລ້ວ ເພິ່ນກໍເອົາເຄື່ອງຫອມໂຮຍໃສ່ເທິງຖ່ານ ແລະເຮັດພິທີຊຳລະມົນທິນໃຫ້ປະຊາຊົນ.
ຈຳນວນຄົນຕາຍມີ 14.700 ຄົນໂດຍບໍ່ນັບຜູ້ທີ່ຕາຍຍ້ອນໂກຣາໄດ້ກະບົດ.
ພາຍຫລັງມາ ພຣະເຢຊູເຈົ້າໄດ້ພົບຊາຍຄົນນັ້ນໃນພຣະວິຫານ ແລ້ວພຣະອົງຈຶ່ງບອກລາວວ່າ, “ເຈົ້າດີພະຍາດແລ້ວ ຢ່າສູ່ເຮັດບາບອີກຕໍ່ໄປ ຢ້ານວ່າຈະມີເຫດຮ້າຍຫລາຍກວ່ານັ້ນເກີດຂຶ້ນກັບເຈົ້າ.”
ແລະຄອງຄອຍຖ້າພຣະບຸດຂອງພຣະອົງ ທີ່ຈະສະເດັດມາຈາກສະຫວັນ ຄືພຣະເຢຊູເຈົ້າ ພຣະບຸດຂອງພຣະອົງ ຜູ້ທີ່ພຣະອົງໄດ້ບັນດານໃຫ້ເປັນຄືນມາຈາກຕາຍ ແລະຜູ້ທີ່ຊ່ວຍກູ້ເອົາພວກເຮົາ ໃຫ້ພົ້ນຈາກຄວາມໂກດຮ້າຍຂອງພຣະເຈົ້າ ທີ່ກຳລັງຈະມາເຖິງ.
ເຫດສະນັ້ນ ເຈົ້າທັງຫລາຍ ຈົ່ງສາລະພາບຜິດຂອງຕົນຕໍ່ກັນແລະກັນ, ຈົ່ງພາວັນນາອະທິຖານເພື່ອກັນແລະກັນ, ເພື່ອເຈົ້າທັງຫລາຍຈະໄດ້ດີພະຍາດ. ຄຳພາວັນນາອະທິຖານຂອງຜູ້ຊອບທຳມີຣິດສັກສິດເຮັດໃຫ້ເກີດຜົນ.