Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 16:46 - ພຣະຄຳພີສັກສິ

46 ແລະ​ໂມເຊ​ບອກ​ອາໂຣນ​ວ່າ, “ຈົ່ງ​ເອົາ​ໝໍ້ຂາງ​ໄປ​ໃສ່​ຖ່ານໄຟ​ໃນ​ແທ່ນບູຊາ ແລະ​ເອົາ​ເຄື່ອງຫອມ​ໂຮຍ​ໃສ່​ເທິງ​ເພື່ອ​ເຮັດ​ພິທີ​ຊຳລະ​ປະຊາຊົນ​ໄວໆ. ພຣະເຈົ້າຢາເວ​ໂກດຮ້າຍ ແລະ​ເຮັດ​ໃຫ້​ໂຣກ​ລະບາດ​ເກີດຂຶ້ນ​ແລ້ວ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 16:46
23 Jak'a apnaqawi uñst'ayäwi  

ໂຢອາບ ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ໄດ້​ລົງມື​ຈົດ​ຊື່​ປະຊາຊົນ ແຕ່​ເພິ່ນ​ເຮັດ​ບໍ່​ສຳເລັດ. ພຣະເຈົ້າ​ໄດ້​ລົງໂທດ​ຊາດ​ອິດສະຣາເອນ ຍ້ອນ​ການ​ຈົດ​ຊື່​ຈຳນວນ​ປະຊາຊົນ​ນີ້; ດັ່ງນັ້ນ ຕົວ​ເລກ​ອັນ​ແທ້ຈິງ​ຈຶ່ງ​ບໍ່ໄດ້​ຖືກ​ບັນທຶກ​ໄວ້​ໃນ​ເອກະສານ​ທາງການ​ຂອງ​ກະສັດ​ດາວິດ.


ພວກເຂົາ​ເຮັດ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ​ໂດຍ​ກະທຳ​ຜິດ ແລະ​ພະຍາດ​ອັນ​ຮ້າຍແຮງ​ກໍໄດ້​ລະບາດ​ເຂົ້າ​ໄປ​ໃນ​ທ່າມກາງ​ພວກ​ເຂົາເຈົ້າ.


ຂໍ​ໃຫ້​ຄຳພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ​ເປັນ​ດັ່ງ​ເຄື່ອງຫອມ​ບູຊາ ແລະ​ຍໍ​ມື​ຂຶ້ນ​ໄຫວ້ວອນ​ເປັນ​ດັ່ງ​ເຄື່ອງ​ຖວາຍບູຊາ​ໃນ​ຕອນແລງ​ເຖີດ.


ຕໍ່ມາ ໂມເຊ​ໄດ້​ກ່າວ​ກັບ​ອາໂຣນ ແລະ​ເອເລອາຊາ​ແລະ​ອີທາມາ ລູກຊາຍ​ຂອງ​ອາໂຣນ​ວ່າ, “ຢ່າ​ປ່ອຍ​ຜົມ​ໃຫ້​ຫຍຸ້ງ​ຫລື​ຈີກ​ເຄື່ອງນຸ່ງຫົ່ມ ເພື່ອ​ສະແດງ​ວ່າ​ພວກເຈົ້າ​ກຳລັງ​ໄວ້ທຸກ. ຖ້າ​ພວກເຈົ້າ​ເຮັດ ພວກເຈົ້າ​ກໍ​ຈະ​ຕາຍ ແລະ​ພຣະເຈົ້າຢາເວ​ຈະ​ໂກດຮ້າຍ ແລະ​ລົງໂທດ​ຊຸມຊົນ​ທັງໝົດ​ນີ້. ແຕ່​ໃຫ້​ພີ່ນ້ອງ​ຊາວ​ອິດສະຣາເອນ​ຄົນອື່ນໆ​ພາກັນ​ໄວ້ທຸກ ຍ້ອນ​ການ​ຕາຍ​ດ້ວຍ​ໄຟ​ທີ່​ພຣະເຈົ້າຢາເວ​ໄດ້​ສົ່ງ​ມາ.


ໄຟ​ໄດ້ລົງ​ມາ​ຕໍ່ໜ້າ​ພຣະເຈົ້າຢາເວ​ໄໝ້​ເຄື່ອງ​ຖວາຍບູຊາ​ແລະ​ສ່ວນ​ຕ່າງໆ​ຂອງ​ໄຂມັນ​ທີ່​ເທິງ​ແທ່ນບູຊາ. ເມື່ອ​ປະຊາຊົນ​ໄດ້​ເຫັນ​ດັ່ງນັ້ນ ພວກເຂົາ​ກໍ​ພາກັນ​ໂຮຮ້ອງ​ຂຶ້ນ​ດ້ວຍ​ສຽງດັງ​ກ້ອງສະໜັ່ນ ແລະ​ຂາບລົງ​ຈົນ​ໜ້າ​ຈຸ​ດິນ.


ພຣະອົງ​ໃຫ້​ໂຣຄາ​ພະຍາດ​ເກີດຂຶ້ນ​ຊ້ອງໜ້າ​ພຣະອົງ ສັ່ງ​ຄວາມຕາຍ​ໃຫ້​ເກີດ​ມີ​ມາ​ຕາມ​ທີຫລັງ.


ນາມຊື່​ຂອງ​ເຮົາ​ເປັນ​ທີ່​ຍິ່ງໃຫຍ່​ໃນ​ທ່າມກາງ​ບັນດາ​ປະຊາຊາດ​ທົ່ວໂລກ ຈາກ​ທິດ​ຕາເວັນອອກ​ເຖິງ​ທິດ​ຕາເວັນຕົກ. ໃນ​ທຸກທີ່​ທຸກບ່ອນ​ມີ​ຄົນ​ເຜົາ​ເຄື່ອງຫອມ​ຖວາຍ​ແກ່​ນາມຊື່​ຂອງ​ເຮົາ ແລະ​ໄດ້ນຳ​ເຄື່ອງບູຊາ​ທີ່​ບໍຣິສຸດ​ມາຖວາຍ​ແກ່​ນາມຊື່​ຂອງ​ເຮົາ. ເພາະ​ນາມຊື່​ຂອງ​ເຮົາ​ເປັນ​ທີ່​ຍິ່ງໃຫຍ່​ໃນ​ທ່າມກາງ​ບັນດາ​ປະຊາຊາດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ສ່ວນ​ພວກ​ເລວີ​ນັ້ນ ພວກເຂົາ​ຈະ​ຕ້ອງ​ຕັ້ງ​ຄ້າຍ​ອ້ອມຮອບ​ຫໍເຕັນ​ສັກສິດ​ແຫ່ງ​ພັນທະສັນຍາ​ໄວ້ ເພື່ອ​ຈະ​ບໍ່ມີ​ໃຜ​ເຂົ້າ​ມາ​ໃກ້ ແລະ​ກໍ່​ເຫດ​ໃຫ້​ມີ​ຄວາມ​ໂກດຮ້າຍ​ຕໍ່​ຊຸມຊົນ​ອິດສະຣາເອນ​ໄດ້. ໃຫ້​ພວກ​ເລວີ​ເຝົ້າຮັກສາ​ຫໍເຕັນ​ສັກສິດ​ແຫ່ງ​ພັນທະສັນຍາ​ໄວ້.”


ໃນ​ຂະນະທີ່​ພວກເຂົາ​ຍັງ​ມີ​ຊີ້ນ​ກິນ​ຢ່າງ​ອຸດົມສົມບູນ​ຢູ່​ນັ້ນ ພຣະເຈົ້າຢາເວ​ຊໍ້າ​ໂກດຮ້າຍ​ປະຊາຊົນ ແລະ​ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ເກີດ​ໂຣກ​ອະຫິວາ​ໃນ​ທ່າມກາງ​ພວກເຂົາ.


ເຈົ້າ​ແລະ​ພວກ​ລູກຊາຍ​ຂອງ​ເຈົ້າ​ເທົ່ານັ້ນ ຈະ​ຕ້ອງ​ຮັບຜິດຊອບ​ຕໍ່​ບ່ອນ​ສັກສິດ​ແລະ​ຕໍ່​ແທ່ນບູຊາ ເພື່ອ​ຄວາມ​ໂກດຮ້າຍ​ຂອງເຮົາ​ຈະ​ບໍ່ໄດ້​ຕົກຖືກ​ປະຊາຊົນ​ອິດສະຣາເອນ​ອີກ.


ຄື​ລາວ​ຕະຫລອດ​ທັງ​ເຊື້ອສາຍ​ຂອງ​ລາວ​ຈະ​ໄດ້​ເປັນ​ປະໂຣຫິດ​ຮັບໃຊ້​ເຮົາ​ສືບໆໄປ ເພາະວ່າ​ລາວ​ໄດ້​ຈັດການ​ຢ່າງ​ເດັດຂາດ​ກັບ​ທຸກໆ​ຄົນ​ທີ່​ກະບົດ​ຕໍ່​ເຮົາ ແລະ​ໄດ້​ເຮັດ​ໃຫ້​ເຮົາ​ຍົກໂທດ​ປະຊາຊົນ​ອິດສະຣາເອນ ເພາະ​ພວກເຂົາ​ໄດ້​ເຮັດ​ບາບ.”


ແລະ​ຊັດ​ຫອກ​ຂອງຕົນ​ໃສ່ ຈົນ​ຊອດ​ເຂົາ​ທັງສອງ. ດ້ວຍເຫດນີ້ ໂຣກ​ລະບາດ​ທີ່​ພວມ​ທຳລາຍ​ຊາວ​ອິດສະຣາເອນ​ຢູ່​ນັ້ນ​ຈຶ່ງ​ຢຸດຕິລົງ,


ເຮົາ​ໄດ້​ມອບ​ພວກ​ເລວີ​ໃຫ້​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ເປັນ​ຂອງ​ຖວາຍ​ຈາກ​ຊາວ​ອິດສະຣາເອນ; ເພື່ອ​ໃຫ້​ພວກ​ເລວີ​ບົວລະບັດ​ຫໍເຕັນ​ບ່ອນ​ຊຸມນຸມ​ແທນ​ປະຊາຊົນ​ອິດສະຣາເອນ​ທັງໝົດ ແລະ​ເພື່ອ​ປ້ອງກັນ​ພວກເລວີ​ຈາກ​ໄພພິບັດ​ທີ່​ຈະ​ມາ​ຖືກ​ພວກເຂົາ ເມື່ອໃດ​ທີ່​ພວກເຂົາ​ເຂົ້າ​ມາ​ໃກ້​ສະຖານທີ່​ສັກສິດ​ເກີນ​ໄປ.”


ເມື່ອ​ພວກເຈົ້າ​ໄດ້​ອາໄສ​ຢູ່​ທີ່​ຕາເບຣາ, ມັດສາ ແລະ​ກິບໂຣດ ຮັດຕາອາວາ ພວກເຈົ້າ​ກໍໄດ້​ເຮັດ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ​ເໝືອນກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka