45 “ຈົ່ງຖອຍອອກຫ່າງຈາກປະຊາຊົນເຫຼົ່ານີ້ສາ ເພາະເຮົາຈະທຳລາຍພວກເຂົາກັບບ່ອນນີ້.” ທັງສອງພາກັນໝູບໜ້າລົງດິນ
ແລ້ວໂລດກໍໄປເວົ້າກັບຄູ່ໝັ້ນຂອງລູກສາວຕົນວ່າ, “ຈົ່ງໜີອອກຈາກເມືອງນີ້ໄວໆ ເພາະພຣະເຈົ້າຢາເວຈະທຳລາຍເມືອງນີ້.” ແຕ່ພວກເຂົາຄິດວ່າໂລດເວົ້າຫລິ້ນ.
ກະສັດດາວິດໄດ້ຫລຽວຂື້ນ ແລະໄດ້ເຫັນເທວະດາຂອງພຣະເຈົ້າຢາເວຕົນນັ້ນຢືນຢູ່ໃນກາງອາກາດ ໂດຍຖືດາບຢູ່ໃນມືຕຽມພ້ອມທີ່ຈະທຳລາຍນະຄອນເຢຣູຊາເລັມ. ແລ້ວກະສັດດາວິດ ແລະບັນດາຜູ້ນຳປະຊາຊົນ ທຸກຄົນລ້ວນແຕ່ໃສ່ເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ ໄດ້ຂາບລົງດິນ.
“ບອກໃຫ້ປະຊາຊົນຍ້າຍໜີຈາກເຕັນຂອງໂກຣາ, ດາທານ ແລະອາບີຣາມ ດຽວນີ້.”
ເພິ່ນໄດ້ບອກປະຊາຊົນວ່າ, “ຈົ່ງຍ້າຍໜີຈາກເຕັນຂອງຄົນຊົ່ວເຫຼົ່ານີ້ ແລະຢ່າແຕະຕ້ອງສິ່ງໃດສິ່ງໜຶ່ງທີ່ເປັນຂອງພວກເຂົາ. ບໍ່ດັ່ງນັ້ນ ພວກເຈົ້າຈະຖືກກວາດໄປນຳ ເພາະການບາບຂອງພວກເຂົາ.”
ແລະພຣະເຈົ້າຢາເວໄດ້ບອກໂມເຊວ່າ,
ໂມເຊກັບອາໂຣນໄດ້ພາກັນຍ່າງໜີຈາກປະຊາຊົນ ແລະໄປຢືນຢູ່ທາງເຂົ້າຫໍເຕັນບ່ອນຊຸມນຸມ. ພວກເພິ່ນໝູບໜ້າລົງດິນ ແລະສະຫງ່າຣາສີຂອງພຣະເຈົ້າຢາເວ ກໍໄດ້ປາກົດຂຶ້ນໃຫ້ພວກເຂົາເຫັນ.
ພຣະອົງຍ່າງເລີຍໄປໄກໜ້ອຍໜຶ່ງໝູບໜ້າລົງກັບພື້ນ ແລະພາວັນນາອະທິຖານວ່າ, “ພຣະບິດາເຈົ້າຂອງລູກເອີຍ ຖ້າເປັນໄປໄດ້ ຂໍໃຫ້ຈອກແຫ່ງຄວາມທົນທຸກທໍລະມານນີ້ ເລື່ອນພົ້ນໄປຈາກລູກທ້ອນ ແຕ່ເຖິງຢ່າງໃດກໍດີ ຂໍຢ່າໃຫ້ເປັນໄປຕາມໃຈປາຖະໜາຂອງລູກ ແຕ່ໃຫ້ເປັນໄປຕາມຄວາມປະສົງຂອງພຣະອົງ.”