ຈົດບັນຊີ 16:39 - ພຣະຄຳພີສັກສິ39 ສະນັ້ນ ປະໂຣຫິດເອເລອາຊາຈຶ່ງເອົາໝໍ້ຂາງເຫຼົ່ານັ້ນ ມາຕີເປັນແຜ່ນບາງໆສຳລັບປົກຄຸມແທ່ນບູຊາ. Uka jalj uñjjattʼäta |
ເພື່ອສະກັດກັ້ນເພິ່ນໄວ້. ພວກເຂົາເວົ້າວ່າ, “ອຸດຊີຢາ ທ່ານບໍ່ມີສິດທີ່ຈະເຜົາເຄື່ອງຫອມຖວາຍແກ່ພຣະເຈົ້າຢາເວ. ມີແຕ່ປະໂຣຫິດທີ່ສືບເຊື້ອສາຍຈາກອາໂຣນ ຜູ້ທີ່ໄດ້ອຸທິດຕົວແລ້ວເທົ່ານັ້ນ ຖວາຍເຄື່ອງຫອມນີ້ໄດ້. ຈົ່ງອອກໄປຈາກບ່ອນສັກສິດດຽວນີ້. ທ່ານໄດ້ໝິ່ນປະໝາດພຣະເຈົ້າຢາເວ ພຣະເຈົ້າ ແລະພຣະອົງຈະບໍ່ອວຍພອນທ່ານຕໍ່ໄປ.”
ແຜ່ນນີ້ເປັນສິ່ງເຕືອນຊາວອິດສະຣາເອນວ່າ ຢ່າໃຫ້ຜູ້ໃດຜູ້ໜຶ່ງທີ່ບໍ່ແມ່ນລູກຫລານຂອງອາໂຣນມາໃກ້ແທ່ນບູຊາ ເພື່ອເຜົາເຄື່ອງຫອມຖວາຍຕໍ່ໜ້າພຣະເຈົ້າຢາເວ. ບໍ່ດັ່ງນັ້ນ ເຂົາຈະຖືກທຳລາຍເໝືອນດັ່ງໂກຣາ ແລະພັກພວກຂອງຕົນ. ເອເລອາຊາກໍໄດ້ເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ຜ່ານທາງໂມເຊທຸກປະການ.