35 ແລ້ວໄຟຈາກພຣະເຈົ້າຢາເວກໍໄດ້ລົງມາເຜົາຜານ 250 ຄົນ ຄືຜູ້ທີ່ໄດ້ເຜົາເຄື່ອງຫອມມາຖວາຍນັ້ນ.
ໄຟໄດ້ຕົກມາຖືກໝູ່ຄະນະຂອງພວກເຂົາ ແລ້ວກໍໄໝ້ເຜົາຜານປະຊາຊົນຜູ້ຊົ່ວຮ້າຍ.
ພຣະເຈົ້າຂອງພວກເຮົາກຳລັງມາຢ່າງໂດ່ງດັງ ພຣະອົງມີໄຟລຸກຢູ່ ແລະມີລົມພະຍຸອັນຮ້າຍແຮງພັດອ້ອມພຣະອົງໄວ້.
ບັນດາຜູ້ນຳຊາວອິດສະຣາເອນເຈັດສິບຄົນກໍຢູ່ທີ່ນັ້ນ ແລະຢາອາຊານີຢາລູກຊາຍຂອງຊາຟານກໍຮ່ວມຢູ່ດ້ວຍ, ແຕ່ລະຄົນກຳລັງຖືຖາດເຜົາບູຊາເຄື່ອງຫອມທີ່ກຳລັງລຸກໄໝ້ຢູ່ ແລະຄວັນກໍກຳລັງຟົ້ງຂຶ້ນ.
ດັ່ງນັ້ນ ພຣະເຈົ້າຢາເວໄດ້ສົ່ງໄຟລົງມາໄໝ້ພວກເຂົາຕາຍຄາທີ່ຢູ່ຊ້ອງໜ້າພຣະເຈົ້າຢາເວ.
ໃຫ້ພວກເຈົ້າແຕ່ລະຄົນຖືໝໍ້ຂາງທີ່ມີຖ່ານໄຟແດງ ແລະໂຮຍເຄື່ອງຫອມໃສ່ເທິງໝໍ້ຂາງ 250 ໜ່ວຍນັ້ນມາຕໍ່ໜ້າພຣະເຈົ້າຢາເວ ພວກເຈົ້າແຕ່ລະຄົນພ້ອມອາໂຣນໃຫ້ຖືໝໍ້ຂາງຂອງຕົນມາດ້ວຍ.”
ໄດ້ຮ່ວມມືກັບລາວໂດຍມີຜູ້ນຳ 250 ຄົນ ທີ່ມີຊື່ສຽງດີໃນທ່າມກາງຊຸມນຸມເປັນຜູ້ສະໜັບສະໜູນ.
ປະຊາຊົນອິດສະຣາເອນທຸກຄົນທີ່ຢູ່ໃນທີ່ນັ້ນ ໄດ້ແລ່ນປົບໜີໄປ ເມື່ອໄດ້ຍິນສຽງຮ້ອງຂອງຄົນເຫຼົ່ານັ້ນ. ປະຊາຊົນໄດ້ຮ້ອງຂຶ້ນວ່າ, “ແລ່ນໜີໄວໆ! ພື້ນດິນອາດຍະກືນກິນພວກເຮົາເໝືອນກັນກໍໄດ້.”
ຕໍ່ມາ ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ວ່າ,
ຈຳນວນຄົນຕາຍມີ 14.700 ຄົນໂດຍບໍ່ນັບຜູ້ທີ່ຕາຍຍ້ອນໂກຣາໄດ້ກະບົດ.
ພື້ນດິນໄດ້ຍະກືນກິນພວກເຂົາ ແລະ ພວກເຂົາໄດ້ຕາຍໄປພ້ອມກັບໂກຣາ ຕະຫລອດທັງພັກພວກ 250 ຄົນໃນຕອນທີ່ຖືກໄຟເຜົາຜານນັ້ນ. ສິ່ງນີ້ໄດ້ເກີດຂຶ້ນເພື່ອເຕືອນປະຊາຊົນທັງຫລາຍ.
ແຕ່ນາດາບແລະອາບີຮູໄດ້ຕາຍຕໍ່ໜ້າພຣະເຈົ້າຢາເວ ຕອນທີ່ພວກເຂົາໄດ້ຖວາຍໄຟອັນບໍ່ບໍຣິສຸດຕໍ່ໜ້າພຣະເຈົ້າຢາເວ ໃນຖິ່ນແຫ້ງແລ້ງກັນດານຊີນາຍ. ພວກເຂົາບໍ່ມີລູກ. ດັ່ງນັ້ນຈຶ່ງມີແຕ່ເອເລອາຊາແລະອີທາມາເທົ່ານັ້ນ ທີ່ໄດ້ຮັບໃຊ້ໃນຕຳແໜ່ງປະໂຣຫິດໃນຄາວທີ່ອາໂຣນຍັງມີຊີວິດຢູ່.
ຖ້າຜູ້ໃດພະຍາຍາມເຮັດຮ້າຍໃຫ້ພະຍານທັງສອງນັ້ນ ໄຟຈະອອກມາຈາກປາກຂອງພວກເພິ່ນ ແລະເຜົາຜານສັດຕູຂອງພວກເພິ່ນເສຍ. ຖ້າຜູ້ໃດທີ່ຢາກທຳຮ້າຍພວກເພິ່ນ ຜູ້ນັ້ນກໍຕ້ອງຕາຍຢ່າງນັ້ນ.