34 ປະຊາຊົນອິດສະຣາເອນທຸກຄົນທີ່ຢູ່ໃນທີ່ນັ້ນ ໄດ້ແລ່ນປົບໜີໄປ ເມື່ອໄດ້ຍິນສຽງຮ້ອງຂອງຄົນເຫຼົ່ານັ້ນ. ປະຊາຊົນໄດ້ຮ້ອງຂຶ້ນວ່າ, “ແລ່ນໜີໄວໆ! ພື້ນດິນອາດຍະກືນກິນພວກເຮົາເໝືອນກັນກໍໄດ້.”
ເມື່ອພຣະອົງສູ້ຮົບແທນພວກຂ້ານ້ອຍນັ້ນ ຊົນຊາດທັງຫລາຍກໍແລ່ນປົບໜີໄປຈາກສຽງທີ່ຕໍ່ສູ້ກັນໃນສະໜາມຮົບ.
ພວກເຈົ້າຈະປົບໜີໄປທາງຮ່ອມພູນີ້ ຊຶ່ງແຍກພູເຂົາເປັນສອງໜ່ວຍ. ພວກເຈົ້າຈະໜີໄປດັ່ງປູ່ຍ່າຕາຍາຍຂອງພວກເຈົ້າໄດ້ໜີ ຄາວແຜ່ນດິນໄຫວໃນສະໄໝຂອງກະສັດອຸດຊີຢາແຫ່ງຢູດາຍນັ້ນ. ພຣະເຈົ້າຢາເວ ພຣະເຈົ້າຂອງຂ້າພະເຈົ້າ ຈະມາພ້ອມດ້ວຍຝູງເທວະດາທັງໝົດຂອງພຣະອົງ.
ພື້ນດິນຍະກືນກິນພວກເຂົາທັງເປັນ ແລະທຸກຢ່າງກໍດັບສູນໄປໝົດ.
ແລ້ວໄຟຈາກພຣະເຈົ້າຢາເວກໍໄດ້ລົງມາເຜົາຜານ 250 ຄົນ ຄືຜູ້ທີ່ໄດ້ເຜົາເຄື່ອງຫອມມາຖວາຍນັ້ນ.