Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 16:32 - ພຣະຄຳພີສັກສິ

32 ກໍ​ຍະ​ອອກ​ກືນກິນ​ພວກເຂົາ​ແລະ​ຄອບຄົວ​ພ້ອມ​ພັກພວກ​ຂອງ​ໂກຣາ ແລະ​ສິ່ງ​ຂອງ​ທັງໝົດ​ຂອງ​ພວກເຂົາ.

Uka jalj uñjjattʼäta Copia luraña




ຈົດບັນຊີ 16:32
21 Jak'a apnaqawi uñst'ayäwi  

ເຈົ້າ​ຈະ​ຖືກ​ສາບແຊ່ງ ແລະ​ຖືກ​ຂັບໄລ່​ໃຫ້​ອອກ​ຈາກ​ທົ່ງນາ​ແຫ່ງ​ນີ້. ມັນ​ຊຸ່ມ​ໄປ​ດ້ວຍ​ເລືອດ​ນ້ອງຊາຍ​ຂອງ​ເຈົ້າ ເໝືອນ​ກັບ​ວ່າ​ພື້ນດິນ​ນັ້ນ​ອ້າ​ປາກ​ຮັບ​ເລືອດ​ຈາກ​ມື​ຂອງ​ເຈົ້າ ເມື່ອ​ຂ້າ​ນ້ອງຊາຍ​ນັ້ນ.


ບຸກຄົນ​ເຫຼົ່ານີ້​ແມ່ນ​ເຊື້ອສາຍ​ຈາກ​ເຊັ່ນໜຶ່ງ​ຫາ​ອີກ​ເຊັ່ນໜຶ່ງ​ຂອງ​ໂກຮາດ ມີ​ດັ່ງນີ້: ລູກຊາຍ​ຂອງ​ໂກຮາດ​ແມ່ນ​ອຳມີນາດາບ, ລູກຊາຍ​ຂອງ​ອຳມີນາດາບ​ແມ່ນ​ໂກຣາ, ລູກຊາຍ​ຂອງ​ໂກຣາ​ແມ່ນ​ອັດສີເຣ,


ຜູ້​ເປັນ​ລູກຊາຍ​ຂອງ​ຕາຮາດ ຜູ້​ເປັນ​ລູກຊາຍ​ຂອງ​ອັດສີເຣ ຜູ້​ເປັນ​ລູກຊາຍ​ຂອງ​ເອບີອາສັບ ຜູ້​ເປັນ​ລູກຊາຍ​ຂອງ​ໂກຣາ


ແລ້ວ​ແຜ່ນດິນ​ກໍໄດ້​ຍະ ແລະ​ກືນ​ກິນ​ດາທານ ທັງ​ໄດ້​ຖົມ​ອາບີຣາມ​ກັບ​ຄອບຄົວ​ຂອງ​ພວກເຂົາ​ດ້ວຍ.


ດັ່ງ​ໄມ້​ທີ່​ຖືກ​ຜ່າ​ແລະ​ຕັດ​ເປັນ​ທ່ອນໆ​ຢ່າງໃດ ກະດູກ​ຂອງ​ພວກເຂົາ​ກໍ​ຖືກ​ຊະຊາຍ​ໄປ​ທີ່​ແຄມ​ຂຸມຝັງສົບ​ຢ່າງນັ້ນ.


ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ຂ້ານ້ອຍ​ຮັກ​ພຣະວິຫານ​ຫລາຍ​ທີ່ສຸດ.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ເມດຕາ​ດິນແດນ​ຂອງ​ພຣະອົງ ພຣະອົງ​ໄດ້​ໂຜດ​ໃຫ້​ອິດສະຣາເອນ​ຮຸ່ງເຮືອງ​ຂຶ້ນ​ໃໝ່.


ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງຄວາມພົ້ນ​ຂອງ​ຂ້ານ້ອຍ​ເອີຍ ຂ້ານ້ອຍ​ມາ​ເຝົ້າ ຢູ່​ຕໍ່ໜ້າ​ພຣະອົງ​ຮ້ອງໄຫ້​ທັງເວັນ​ທັງຄືນ.


ໂລກ​ຈະ​ແຕກ​ເປັນ​ປ່ຽງ​ແລະ​ຍະ​ອອກ.


ແດນ​ມໍຣະນາ​ກໍ​ຫິວ​ຢາກ​ກິນ​ພວກເຂົາ ແລະ​ອ້າ​ປາກ​ຂອງ​ມັນ​ອອກ​ກວ້າງ​ລໍຖ້າ​ຢູ່. ມັນ​ຈະ​ກືນກິນ​ພວກ​ຂຸນນາງ​ຂອງ​ນະຄອນ​ເຢຣູຊາເລັມ ແລະ​ຝູງ​ຄົນ​ສາມັນ​ທີ່​ຮ້ອງ​ສຽງດັງ​ຢ່າງ​ອຶກກະທຶກ.


ໃຫ້​ພວກເຈົ້າ​ແຕ່ລະຄົນ​ຖື​ໝໍ້ຂາງ​ທີ່​ມີ​ຖ່ານໄຟ​ແດງ ແລະ​ໂຮຍ​ເຄື່ອງຫອມ​ໃສ່​ເທິງ​ໝໍ້ຂາງ 250 ໜ່ວຍ​ນັ້ນ​ມາ​ຕໍ່ໜ້າ​ພຣະເຈົ້າຢາເວ ພວກເຈົ້າ​ແຕ່ລະຄົນ​ພ້ອມ​ອາໂຣນ​ໃຫ້​ຖື​ໝໍ້ຂາງ​ຂອງຕົນ​ມາ​ດ້ວຍ.”


ແຕ່​ຖ້າ​ພຣະເຈົ້າຢາເວ​ຫາກ​ເຮັດ​ບາງ​ສິ່ງ​ບາງ​ຢ່າງ​ທີ່​ພວກເຈົ້າ​ບໍ່ເຄີຍ​ເຫັນ ແລະ​ພື້ນດິນ​ຍະ​ກືນກິນ​ພວກເຂົາ​ພ້ອມ​ກັບ​ທຸກສິ່ງ​ທີ່​ເປັນ​ຂອງ​ພວກເຂົາ ເພື່ອ​ໃຫ້​ລົງ​ໄປ​ສູ່​ແດນ​ມໍຣະນາ; ພວກເຈົ້າ​ກໍ​ຈະ​ຮູ້​ວ່າ ຄົນ​ພວກ​ນີ້​ໄດ້​ໝິ່ນປະໝາດ​ຢຽບ​ຢໍ່າ​ພຣະເຈົ້າຢາເວ​ໄປ​ເສຍ​ແລ້ວ.”


ພໍ​ໂມເຊ​ກ່າວ​ຈົບ ພື້ນດິນ​ບ່ອນ​ທີ່​ດາທານ​ແລະ​ອາບີຣາມ​ຢືນ​ຢູ່​ນັ້ນ


ພື້ນດິນ​ຍະ​ກືນກິນ​ພວກເຂົາ​ທັງເປັນ ແລະ​ທຸກຢ່າງ​ກໍ​ດັບສູນ​ໄປ​ໝົດ.


ຈຳນວນ​ຄົນຕາຍ​ມີ 14.700 ຄົນ​ໂດຍ​ບໍ່​ນັບ​ຜູ້​ທີ່​ຕາຍ​ຍ້ອນ​ໂກຣາ​ໄດ້​ກະບົດ.


ພື້ນດິນ​ໄດ້​ຍະ​ກືນກິນ​ພວກເຂົາ ແລະ ພວກເຂົາ​ໄດ້​ຕາຍໄປ​ພ້ອມ​ກັບ​ໂກຣາ ຕະຫລອດ​ທັງ​ພັກພວກ 250 ຄົນ​ໃນ​ຕອນ​ທີ່​ຖືກ​ໄຟ​ເຜົາຜານ​ນັ້ນ. ສິ່ງ​ນີ້​ໄດ້​ເກີດຂຶ້ນ​ເພື່ອ​ເຕືອນ​ປະຊາຊົນ​ທັງຫລາຍ.


ແຕ່​ພວກ​ລູກຊາຍ​ຂອງ​ໂກຣາ​ບໍ່ໄດ້​ຖືກ​ຂ້າ.)


“ພໍ່​ຂອງ​ພວກເຮົາ​ໄດ້​ຕາຍ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ໂດຍ​ບໍ່ມີ​ລູກຊາຍ​ຈັກ​ຄົນ. ເພິ່ນ​ບໍ່ແມ່ນ​ພັກພວກ​ຂອງ​ໂກຣາ​ຜູ້​ທີ່​ໄດ້​ກະບົດ​ຕໍ່​ພຣະເຈົ້າຢາເວ ເພິ່ນ​ໄດ້​ຕາຍໄປ​ຍ້ອນ​ບາບກຳ​ຂອງ​ເພິ່ນ​ເອງ.


“ຢ່າ​ປ່ອຍ​ໃຫ້​ຕະກຸນ​ໂກຮາດ​ຕ້ອງ​ຖືກ​ຂ້າ


ຈົ່ງ​ຫວນ​ຄິດເຖິງ​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ​ຕໍ່​ດາທານ​ແລະ​ອາບີຣາມ ລູກຊາຍ​ຂອງ​ເອລີອາບ​ແຫ່ງ​ເຜົ່າ​ຣູເບັນ. ຕໍ່ໜ້າ​ທຸກຄົນ ແຜ່ນດິນ​ໄດ້​ຍະ​ອອກ​ກືນກິນ​ພວກເຂົາ​ພ້ອມ​ກັບ​ຄອບຄົວ, ຜ້າເຕັນ, ຄົນ​ຮັບໃຊ້ ແລະ​ຝູງສັດ​ຂອງ​ພວກເຂົາ.


ແຕ່​ແຜ່ນດິນ​ໂລກ​ໄດ້​ຊ່ວຍ​ນາງ​ໄວ້ ດ້ວຍ​ການ​ຍະ​ອອກ​ກືນ​ກິນ​ນໍ້າ ທີ່​ພະຍານາກ​ໄດ້​ໃຊ້​ປາກ​ພົ່ນ​ອອກ​ມາ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka