31 ພໍໂມເຊກ່າວຈົບ ພື້ນດິນບ່ອນທີ່ດາທານແລະອາບີຣາມຢືນຢູ່ນັ້ນ
ໂລກຈະແຕກເປັນປ່ຽງແລະຍະອອກ.
ແຕ່ຖ້າພຣະເຈົ້າຢາເວຫາກເຮັດບາງສິ່ງບາງຢ່າງທີ່ພວກເຈົ້າບໍ່ເຄີຍເຫັນ ແລະພື້ນດິນຍະກືນກິນພວກເຂົາພ້ອມກັບທຸກສິ່ງທີ່ເປັນຂອງພວກເຂົາ ເພື່ອໃຫ້ລົງໄປສູ່ແດນມໍຣະນາ; ພວກເຈົ້າກໍຈະຮູ້ວ່າ ຄົນພວກນີ້ໄດ້ໝິ່ນປະໝາດຢຽບຢໍ່າພຣະເຈົ້າຢາເວໄປເສຍແລ້ວ.”
ກໍຍະອອກກືນກິນພວກເຂົາແລະຄອບຄົວພ້ອມພັກພວກຂອງໂກຣາ ແລະສິ່ງຂອງທັງໝົດຂອງພວກເຂົາ.
ແລະຈົ່ມຮ້າຍວ່າ, “ຖ້າພວກເຮົາຫາກໄດ້ຕາຍຢູ່ຕໍ່ໜ້າພຣະເຈົ້າຢາເວ ຮ່ວມກັບພີ່ນ້ອງອິດສະຣາເອນຂອງພວກເຮົາກໍຄົງເປັນການດີກວ່າດອກ
“ພໍ່ຂອງພວກເຮົາໄດ້ຕາຍໃນຖິ່ນແຫ້ງແລ້ງກັນດານ ໂດຍບໍ່ມີລູກຊາຍຈັກຄົນ. ເພິ່ນບໍ່ແມ່ນພັກພວກຂອງໂກຣາຜູ້ທີ່ໄດ້ກະບົດຕໍ່ພຣະເຈົ້າຢາເວ ເພິ່ນໄດ້ຕາຍໄປຍ້ອນບາບກຳຂອງເພິ່ນເອງ.
ຈົ່ງຫວນຄິດເຖິງສິ່ງທີ່ພຣະອົງໄດ້ເຮັດຕໍ່ດາທານແລະອາບີຣາມ ລູກຊາຍຂອງເອລີອາບແຫ່ງເຜົ່າຣູເບັນ. ຕໍ່ໜ້າທຸກຄົນ ແຜ່ນດິນໄດ້ຍະອອກກືນກິນພວກເຂົາພ້ອມກັບຄອບຄົວ, ຜ້າເຕັນ, ຄົນຮັບໃຊ້ ແລະຝູງສັດຂອງພວກເຂົາ.
ວິບັດ ຈົ່ງມີແກ່ພວກເຂົາ ເພາະພວກເຂົາໄດ້ຕິດຕາມທາງຂອງກາອິນໄປ ແລະເພື່ອເຫັນແກ່ສິນຈ້າງລາງວັນ ພວກເຂົາໄດ້ປ່ອຍຕົວໄປໃນທາງຜິດ ເໝືອນດັ່ງທີ່ບາລາອາມໄດ້ເຮັດ ແລະພວກເຂົາໄດ້ຈິບຫາຍໄປ ດ້ວຍການກະບົດຕາມຢ່າງຂອງໂກຣາ.