Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 16:30 - ພຣະຄຳພີສັກສິ

30 ແຕ່​ຖ້າ​ພຣະເຈົ້າຢາເວ​ຫາກ​ເຮັດ​ບາງ​ສິ່ງ​ບາງ​ຢ່າງ​ທີ່​ພວກເຈົ້າ​ບໍ່ເຄີຍ​ເຫັນ ແລະ​ພື້ນດິນ​ຍະ​ກືນກິນ​ພວກເຂົາ​ພ້ອມ​ກັບ​ທຸກສິ່ງ​ທີ່​ເປັນ​ຂອງ​ພວກເຂົາ ເພື່ອ​ໃຫ້​ລົງ​ໄປ​ສູ່​ແດນ​ມໍຣະນາ; ພວກເຈົ້າ​ກໍ​ຈະ​ຮູ້​ວ່າ ຄົນ​ພວກ​ນີ້​ໄດ້​ໝິ່ນປະໝາດ​ຢຽບ​ຢໍ່າ​ພຣະເຈົ້າຢາເວ​ໄປ​ເສຍ​ແລ້ວ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 16:30
12 Jak'a apnaqawi uñst'ayäwi  

ພຣະເຈົ້າ​ອົງ​ຍິ່ງໃຫຍ່​ເຮັດ​ຫຍັງ​ໃຫ້​ພວກເຮົາ​ແດ່​ບໍ? ພຣະອົງ​ສະໜອງ​ການກະທຳ​ຂອງ​ຄົນ​ຢ່າງໃດ​ແດ່?


ພຣະອົງ​ສົ່ງ​ຄວາມພິນາດ​ແລະ​ຄວາມ​ຈິບຫາຍ ມາ​ທຳລາຍ​ຄົນ​ທັງຫລາຍ​ທີ່​ເຮັດ​ການ​ຊົ່ວຮ້າຍ.


ພວກເຂົາ​ກໍ​ຈະ​ກືນກິນ​ພວກເຮົາ​ທັງເປັນ​ຈົນ​ໝົດກ້ຽງ ເພາະ​ຄວາມ​ຄຽດແຄ້ນ​ໃຫຍ່​ຕໍ່ສູ້​ພວກເຮົາ​ນັ້ນ.


ຂໍ​ໃຫ້​ສັດຕູ​ນັ້ນ​ຕາຍໄປ​ກ່ອນ​ເວລາ​ຂອງ​ພວກເຂົາ​ສາ ຂໍ​ໃຫ້​ລົງ​ໄປ​ສູ່​ແດນ​ມໍຣະນາ​ທັງເປັນ​ເຖີດ. ຄວາມ​ຊົ່ວຮ້າຍ​ຢູ່​ໃນ​ເຮືອນ​ຂອງ​ພວກເຂົາ ແລະ​ຢູ່​ໃນ​ຈິດໃຈ​ຂອງ​ພວກເຂົາ​ດ້ວຍ.


ພຣະເຈົ້າຢາເວ​ຈະ​ຕໍ່ສູ້ ດັ່ງ​ທີ່​ພຣະອົງ​ໄດ້​ຕໍ່ສູ້​ທີ່​ພູ​ເປຣາຊີມ ແລະ​ຢູ່​ໃນ​ຮ່ອມພູ​ກີເບໂອນ​ເພື່ອ​ເຮັດ​ໃນ​ສິ່ງ​ທີ່​ພຣະອົງ​ຢາກ​ເຮັດ; ການ​ກະທຳ​ຂອງ​ພຣະອົງ​ເບິ່ງ​ແລ້ວ​ເປັນ​ການ​ແປກ​ປະຫລາດ​ແທ້ ພຣະອົງ​ຈະ​ເຮັດ​ພາລະກິດ​ຂອງ​ພຣະອົງ​ໃຫ້​ຄົບຖ້ວນ ຄື​ພາລະກິດ​ທີ່​ລຶກລັບ​ຂອງ​ພຣະອົງ.


ຈົ່ງ​ເຝົ້າເບິ່ງ​ສິ່ງ​ໃໝ່ໆ​ທີ່​ກຳລັງ​ຈະ​ເກີດ​ມີ​ມາ ບັດນີ້ ພວກເຈົ້າ​ເບິ່ງເຫັນ​ເພາະ​ກຳລັງ​ຈະ​ເກີດຂຶ້ນ. ເຮົາ​ຈະ​ເຮັດ​ທາງ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ໃຫ້​ມີ​ແມ່ນໍ້າ​ຫ້ວຍ​ໄຫລ​ສຳລັບ​ພວກເຈົ້າ​ໃນ​ທີ່ນັ້ນ.


ແມ່ນ​ເຮົາ​ທີ່​ໄດ້​ນິຣະມິດ​ສ້າງ​ໂລກນີ້​ຂຶ້ນ​ມາ ໄດ້​ສ້າງ​ມະນຸດ​ທຸກຄົນ​ໃຫ້​ອາໄສ​ຢູ່​ໃນ​ທີ່ນັ້ນ. ເຮົາ​ໄດ້​ກາງ​ຟ້າ​ສະຫວັນ​ດ້ວຍ​ຣິດອຳນາດ​ຂອງເຮົາ ຄວບຄຸມ​ຕາເວັນ ເດືອນ ແລະ​ດາວ​ດ້ວຍ.


ເຮົາ​ໄດ້ສ້າງ​ຄວາມ​ສະຫວ່າງ​ຂຶ້ນ​ມາ ຄວາມມືດ ເຮົາ​ກໍ​ນິຣະມິດ​ສ້າງ​ຂຶ້ນ​ດ້ວຍ; ເຮົາ​ນຳ​ພອນ ແລະ​ຄວາມພິນາດ​ມາ​ຄືກັນ ເຮົາ​ຄື​ພຣະເຈົ້າຢາເວ​ເຮັດ​ທຸກສິ່ງ​ເຫຼົ່ານີ້.


ພວກເຈົ້າ​ຍັງ​ຈະ​ລັ່ງເລ​ໃຈ​ຢູ່​ອີກ​ດົນ​ປານໃດ​ນໍ? ຜູ້ຍິງ​ທີ່​ບໍ່​ສັດຊື່​ເອີຍ ເວລາ​ຕັດສິນໃຈ​ມາຮອດ​ແລ້ວ. ພຣະເຈົ້າຢາເວ​ໄດ້​ສ້າງ​ບາງ​ສິ່ງ​ໃໝ່ໆ​ໃຫ້​ແຕກຕ່າງ​ອອກ​ໄປ ຄື​ແມ່ຍິງ​ສາມາດ​ປ້ອງກັນ​ຜູ້ຊາຍ​ໄດ້.”


ເພາະສະນັ້ນ ແຕ່​ນີ້​ໄປ​ຈະ​ບໍ່ມີ​ຕົ້ນໄມ້​ໃດໆ ບໍ່​ວ່າ​ຈະ​ມີ​ນໍ້າ​ລໍ່ລ້ຽງ​ດີ​ປານໃດ​ກໍຕາມ ມີ​ຍອດ​ຢຽດ​ສູງ​ຈົນ​ຈຸເມກ ຫລື​ຈະ​ໃຫຍ່ ແລະ​ສູງ​ຂຶ້ນ​ເຊັ່ນນີ້​ອີກ. ພວກມັນ​ທັງໝົດ​ຈະ​ຕາຍ​ເພາະ​ເຄາະກຳ​ຢ່າງ​ມະນຸດ​ທຳມະດາ ຄື​ໄດ້​ຮັບ​ເຄາະກຳ​ເພື່ອ​ຈະ​ລົງ​ໄປ​ຮ່ວມ​ກັບ​ພວກ​ທີ່​ຢູ່​ແດນ​ມໍຣະນາ.


ພໍ​ໂມເຊ​ກ່າວ​ຈົບ ພື້ນດິນ​ບ່ອນ​ທີ່​ດາທານ​ແລະ​ອາບີຣາມ​ຢືນ​ຢູ່​ນັ້ນ


ພື້ນດິນ​ຍະ​ກືນກິນ​ພວກເຂົາ​ທັງເປັນ ແລະ​ທຸກຢ່າງ​ກໍ​ດັບສູນ​ໄປ​ໝົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka