Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 16:3 - ພຣະຄຳພີສັກສິ

3 ພວກເຂົາ​ໄດ້​ມາ​ເຕົ້າໂຮມ​ກັນ​ຕໍ່ສູ້​ໂມເຊ​ແລະ​ຕໍ່ສູ້​ອາໂຣນ ແລະ​ກ່າວ​ວ່າ, “ທ່ານ​ເຮັດ​ໂພດ​ເກີນ​ໄປ​ແລ້ວໃດ! ສະມາຊິກ​ທັງໝົດ​ຢູ່​ໃນ​ຊຸມຊົນ​ເປັນ​ຄົນ​ບໍຣິສຸດ ແລະ​ພຣະເຈົ້າຢາເວ​ກໍ​ສະຖິດ​ຢູ່​ນຳ​ພວກເຮົາ​ທຸກຄົນ. ແລ້ວ​ເປັນຫຍັງ​ທ່ານ​ຈຶ່ງ​ຖືຕົວ​ເໜືອ​ກວ່າ​ຊຸມຊົນ​ຂອງ​ພຣະເຈົ້າຢາເວ?”

Uka jalj uñjjattʼäta Copia luraña




ຈົດບັນຊີ 16:3
20 Jak'a apnaqawi uñst'ayäwi  

ຜູ້ຊາຍ​ຊາວຢິວ​ໄດ້​ແຕ່ງງານ​ກັບ​ພວກຜູ້ຍິງ​ຕ່າງຊາດ; ດັ່ງນັ້ນ ປະຊາຊົນ​ຜູ້​ບໍຣິສຸດ​ຂອງ​ພຣະເຈົ້າ​ຈຶ່ງ​ກາຍເປັນ​ປະຊາຊົນ​ຜູ້​ບໍ່​ບໍຣິສຸດ. ບັນດາ​ຜູ້ນຳ ແລະ​ບັນດາ​ຂ້າຣາຊການ​ໄດ້​ເປັນ​ຕົວການ​ໃນ​ເລື່ອງນີ້.”


ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ​ພວກເຂົາ​ອິດສາ​ໂມເຊ ທັງ​ອາໂຣນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ອົງ​ບໍຣິສຸດ​ດ້ວຍ.


ດ້ວຍ​ລົດຮົບ​ຢ່າງດີ​ພັນໆ​ຄັນ​ຂອງ​ພຣະອົງ​ນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ສະເດັດ​ມາ​ຈາກ​ພູເຂົາ​ຊີນາຍ ສູ່​ສະຖານທີ່​ສັກສິດ.


ແລະ​ເປັນ​ອານາຈັກ​ແຫ່ງ​ປະໂຣຫິດ​ທັງ​ເປັນ​ຊົນຊາດ​ບໍຣິສຸດ​ສຳລັບ​ເຮົາ.”


ພວກເຂົາ​ກໍ​ຈະ​ບອກ​ເລື່ອງ​ນັ້ນ​ໃຫ້​ແກ່​ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ນີ້. ຄົນ​ພວກ​ນັ້ນ​ໄດ້ຍິນ​ແລ້ວ​ວ່າ​ພຣະອົງ​ຄື​ພຣະເຈົ້າຢາເວ ສະຖິດ​ຢູ່​ທ່າມກາງ​ພວກ​ຂ້ານ້ອຍ ແລະ​ພຣະເຈົ້າຢາເວ​ໄດ້​ປາກົດ​ໜ້າ​ຕໍ່​ໜ້າ​ໃຫ້​ພວກ​ຂ້ານ້ອຍ​ເຫັນ, ແລະ​ເປັນ​ເສົາເມກ​ຊຶ່ງ​ຢຸດ​ຢູ່​ເທິງ​ພວກ​ຂ້ານ້ອຍ ແລະ​ພຣະອົງ​ຍັງ​ໄດ້​ນຳພາ​ພວກ​ຂ້ານ້ອຍ​ໄປ ເປັນ​ເສົາເມກ​ໃນ​ເວລາ​ກາງເວັນ ແລະ​ເປັນ​ເສົາໄຟ​ໃນ​ເວລາ​ກາງຄືນ.


ເມື່ອ​ພວກເຈົ້າ​ກ່າວ​ຮ້າຍ​ໃສ່​ອາໂຣນ​ກໍ​ສໍ່າ​ກັບ​ວ່າ ພວກເຈົ້າ​ກ່າວ​ຮ້າຍ​ໃສ່​ພຣະເຈົ້າຢາເວ ອົງ​ທີ່​ພວກເຈົ້າ​ແລະ​ພັກພວກ​ກຳລັງ​ກະບົດ​ຕໍ່ສູ້​ຢູ່​ນີ້.”


ວັນ​ຕໍ່ມາ ຊຸມຊົນ​ທັງໝົດ​ໄດ້​ມາ​ຈົ່ມຮ້າຍ​ໃສ່​ໂມເຊ​ແລະ​ອາໂຣນ​ວ່າ, “ທ່ານ​ເປັນ​ຜູ້​ເຮັດ​ໃຫ້​ປະຊາຊົນ​ບາງຄົນ​ຂອງ​ພຣະເຈົ້າຢາເວ ຖືກ​ຂ້າ​ຕາຍ.”


ຂ້າພະເຈົ້າ​ຫຼິງ​ເຫັນ​ວ່າ ອະນາຄົດ​ຂອງ​ຊາດ​ອິດສະຣາເອນ ຈະ​ບໍ່​ນຳ​ໂຊກຮ້າຍ​ໃດໆ ຫລື​ຄວາມ​ລຳບາກ​ມາ​ສູ່​ພວກເຂົາ​ຈັກດີ້. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ກໍ​ສະຖິດ​ຢູ່​ນຳ​ພວກເຂົາ ພວກເຂົາ​ປະກາດ​ວ່າ​ພຣະອົງ ເປັນ​ກະສັດ​ຂອງ​ພວກ​ເຂົາເຈົ້າ.


ຢ່າ​ເຮັດ​ໃຫ້​ດິນແດນ​ທີ່​ເຈົ້າ​ອາໄສ​ຢູ່​ນັ້ນ​ເປັນ​ມົນທິນ ເພາະວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ແລະ​ເຮົາ​ສະຖິດ​ຢູ່​ທ່າມກາງ​ປະຊາຊົນ​ອິດສະຣາເອນ.”


ຈົ່ງ​ໄລ່​ຄົນ​ເຫຼົ່ານີ້​ອອກ​ໄປ​ຢູ່​ນອກ​ຄ້າຍພັກ ບໍ່​ວ່າ​ຍິງ​ຫລື​ຊາຍ​ກໍຕາມ; ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່ໄດ້​ນຳ​ເອົາ​ຄວາມ​ໜ້າກຽດ​ໜ້າຊັງ​ມາສູ່​ຄ້າຍພັກ ບ່ອນ​ທີ່​ເຮົາ​ສະຖິດ​ຢູ່​ໃນ​ທ່າມກາງ​ປະຊາຊົນ​ຂອງເຮົາ.”


ແຕ່​ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ປະຕິເສດ​ທີ່​ຈະ​ເຊື່ອຟັງ​ເພິ່ນ ພວກເຂົາ​ໄດ້​ຊຸກ​ເພິ່ນ​ອອກ​ໜີ ແລະ​ຫວັງ​ວ່າ​ພວກ​ຕົນ​ຄົງ​ຈະ​ກັບຄືນ​ສູ່​ປະເທດ​ເອຢິບ​ໄດ້.


ພວກເຈົ້າ​ຊ່າງ​ດື້ດ້ານ​ແທ້​ນໍ ໃຈ​ຂອງ​ພວກເຈົ້າ​ຊ່າງ​ຄື​ກັບ​ໃຈ​ຄົນ​ທີ່​ບໍ່​ນັບຖື​ພຣະເຈົ້າ ຫູ​ຂອງ​ພວກເຈົ້າ​ຊ່າງ​ໜັກ​ຕໍ່​ພຣະຄຳ​ແທ້ໆ ບັນພະບຸລຸດ​ຂອງ​ພວກເຈົ້າ​ເປັນ​ຢ່າງ​ໃດ ພວກເຈົ້າ​ກໍ​ເປັນ​ຢ່າງ​ນັ້ນ ຄື​ເຈົ້າ​ທັງຫລາຍ​ຂັດຂວາງ​ພຣະວິນຍານ​ບໍຣິສຸດເຈົ້າ​ຢູ່​ສະເໝີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka