Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 16:29 - ພຣະຄຳພີສັກສິ

29 ຖ້າ​ຄົນ​ເຫຼົ່ານີ້​ຫາກ​ຕາຍ​ແບບ​ທຳມະດາ ໂດຍ​ບໍ່ໄດ້​ຖືກ​ລົງໂທດ​ພວກເຂົາ​ແຕ່​ຢ່າງໃດ​ຢ່າງໜຶ່ງ ກໍ​ໝາຍຄວາມວ່າ​ພຣະເຈົ້າຢາເວ​ບໍ່ໄດ້​ໃຊ້​ຂ້າພະເຈົ້າ​ມາ.

Uka jalj uñjjattʼäta Copia luraña




ຈົດບັນຊີ 16:29
11 Jak'a apnaqawi uñst'ayäwi  

ພໍ​ເຖິງ​ຍາມ​ຖວາຍບູຊາ​ຕອນແລງ ຜູ້ທຳນວາຍ​ເອລີຢາ​ກໍ​ຍ່າງ​ເຂົ້າ​ໄປ​ໃກ້​ແທ່ນບູຊາ ແລະ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ; ບັດນີ້ ຂໍ​ພຣະອົງ​ພິສູດ​ໃຫ້​ເຫັນ​ວ່າ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ແລະ​ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ ຂ້ານ້ອຍ​ໄດ້​ເຮັດ​ສິ່ງ​ເຫຼົ່ານີ້​ທັງໝົດ​ຕາມ​ຄຳສັ່ງ​ຂອງ​ພຣະອົງ.


ມີກາອີຢາ​ຮ້ອງ​ຂຶ້ນ​ວ່າ, “ຖ້າ​ທ່ານ​ກັບຄືນ​ມາ​ຢ່າງ​ປອດໄພ ກໍ​ໝາຍຄວາມວ່າ​ພຣະເຈົ້າຢາເວ​ບໍ່ໄດ້​ເວົ້າ​ຜ່ານ​ທາງ​ຂ້ານ້ອຍ.” ແລະ​ລາວ​ເວົ້າ​ຕື່ມ​ວ່າ, “ທຸກໆຄົນ ຈົ່ງ​ຟັງ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ເວົ້າມາ​ນີ້ເຖີດ.”


ມີກາອີຢາ​ຮ້ອງ​ຂຶ້ນ​ວ່າ, “ຖ້າ​ທ່ານ​ກັບຄືນ​ມາ​ຢ່າງ​ປອດໄພ ກໍ​ແມ່ນ​ພຣະເຈົ້າຢາເວ​ບໍ່ໄດ້​ເວົ້າ​ຜ່ານ​ທາງ​ຂ້ານ້ອຍ.” ລາວ​ເວົ້າ​ຕື່ມ​ວ່າ, “ທຸກຄົນ​ຈົ່ງ​ຈຳ​ສິ່ງ​ທີ່​ຂ້ານ້ອຍ​ໄດ້​ເວົ້າ​ເຖີດ.”


ເຈົ້າ​ຄິດ​ວ່າ​ພຣະເຈົ້າ​ບໍ່​ລົງໂທດ​ທັນ ຫລື​ພຣະອົງ​ບໍ່​ສົນໃຈ​ຕໍ່​ບາບ​ອັນ​ເລັກນ້ອຍ.


ຢ່າ​ນົບ​ຫລື​ຂາບໄຫວ້​ຮູບ​ເຫຼົ່ານັ້ນ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ແລະ​ເຮົາ​ເປັນ​ພຣະເຈົ້າ​ທີ່​ຫວງແຫນ. ເຮົາ​ນຳ​ການ​ລົງໂທດ​ມາ​ສູ່​ພວກ​ທີ່​ກຽດຊັງ​ເຮົາ ຕະຫລອດ​ທັງ​ລູກຫລານ​ຂອງ​ພວກເຂົາ ເຖິງ​ສາມ ແລະ​ສີ່​ຊົ່ວ​ເຊັ່ນ​ຄົນ.


ບັດນີ້​ຈົ່ງ​ໄປ​ສາ ນຳ​ປະຊາຊົນ​ໃຫ້​ໄປ​ເຖິງ​ບ່ອນ​ທີ່​ເຮົາ​ໄດ້​ບອກ​ເຈົ້າ​ນັ້ນ. ຈົ່ງ​ຈົດຈຳ​ໄວ້​ວ່າ ເທວະດາ​ຂອງເຮົາ​ຈະ​ນຳ​ໜ້າ​ເຈົ້າ​ໄປ. ເມື່ອ​ເຖິງ​ເວລາ​ທີ່​ໄດ້​ກຳນົດ​ໄວ້​ແລ້ວ ເຮົາ​ຈະ​ລົງໂທດ​ພວກ​ທີ່​ໄດ້​ເຮັດ​ບາບ​ນັ້ນ.”


ແລ້ວ​ຊາຕາກຳ​ຢ່າງ​ດຽວກັນ​ກໍ​ລໍຄອຍ​ທັງ​ຄົນ ແລະ​ສັດ​ຢູ່​ຄື: ຕ່າງ​ກໍ​ຕ້ອງ​ຕາຍໄປ​ທັງໝົດ ຕ່າງ​ກໍ​ຖືກ​ສ້າງ​ຂຶ້ນ​ມາ​ຄືກັນ ແລະ​ມະນຸດ​ຄົນໜຶ່ງ​ບໍ່ໄດ້​ດີ​ໄປ​ກວ່າ​ສັດ​ໂຕໜຶ່ງ ເພາະ​ທຸກສິ່ງ​ແມ່ນ​ອະນິຈັງ.


ພວກເຈົ້າ​ຈະ​ເຮັດ​ຢ່າງໃດ​ເມື່ອ​ພຣະເຈົ້າ​ລົງໂທດ​ພວກເຈົ້າ? ພວກເຈົ້າ​ຈະ​ເຮັດ​ຢ່າງໃດ ເມື່ອ​ພຣະອົງ​ນຳ​ໄພພິບັດ​ຈາກ​ດິນແດນ​ທີ່​ຫ່າງໄກ​ມາ​ສູ່​ພວກເຈົ້າ? ພວກເຈົ້າ​ຈະ​ແລ່ນ​ໄປ​ຫາ​ຜູ້ໃດ​ໃຫ້​ມາ​ຊ່ວຍເຫລືອ? ພວກເຈົ້າ​ຈະ​ເຊື່ອງ​ຊັບສົມບັດ​ຂອງ​ພວກເຈົ້າ​ໄວ້​ຢູ່​ທີ່ໃດ?


ເພາະ​ເລື່ອງ​ນີ້ ເຮົາ​ຈະ​ບໍ່ຄວນ​ລົງໂທດ​ພວກເຂົາ​ບໍ? ຊົນຊາດ​ບາບ​ດັ່ງນີ້ ຄວນ​ຈະ​ຖືກ​ແກ້ແຄ້ນ​ຫລື​ບໍ່?


ພູເຂົາ​ຊີໂອນ​ໄດ້​ຊົດໃຊ້​ຄ່າ​ບາບ​ທີ່​ຕົນ​ໄດ້​ກະທຳ ພຣະເຈົ້າ​ຈະ​ບໍ່​ໃຫ້​ພວກເຮົາ​ເປັນ​ຊະເລີຍ​ຕໍ່ໄປ​ອີກ; ແຕ່​ພຣະອົງ​ຈະ​ລົງໂທດ​ເຈົ້າ ເອໂດມ​ເອີຍ ພຣະອົງ​ຈະ​ເປີດເຜີຍ​ການກະທຳ​ຜິດ​ຂອງເຈົ້າ.


ຖ້າ​ຜູ້ໃດ​ພະຍາຍາມ​ເຮັດ​ຮ້າຍ​ໃຫ້​ພະຍານ​ທັງສອງ​ນັ້ນ ໄຟ​ຈະ​ອອກ​ມາ​ຈາກ​ປາກ​ຂອງ​ພວກເພິ່ນ ແລະ​ເຜົາຜານ​ສັດຕູ​ຂອງ​ພວກເພິ່ນ​ເສຍ. ຖ້າ​ຜູ້ໃດ​ທີ່​ຢາກ​ທຳຮ້າຍ​ພວກເພິ່ນ ຜູ້ນັ້ນ​ກໍ​ຕ້ອງ​ຕາຍ​ຢ່າງ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka