Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 16:28 - ພຣະຄຳພີສັກສິ

28 ໂມເຊ​ກ່າວ​ຕໍ່​ປະຊາຊົນ​ວ່າ, “ດ້ວຍ​ວິທີ​ນີ້ ພວກເຈົ້າ​ຈຶ່ງ​ຈະ​ຮູ້​ວ່າ ພຣະເຈົ້າຢາເວ​ໄດ້​ໃຊ້​ຂ້າພະເຈົ້າ​ມາ​ເຮັດ​ສິ່ງ​ທັງໝົດ​ນີ້ ແລະ​ຂ້າພະເຈົ້າ​ບໍ່ໄດ້​ເລືອກ​ເຮັດ​ເອງ.

Uka jalj uñjjattʼäta Copia luraña




ຈົດບັນຊີ 16:28
17 Jak'a apnaqawi uñst'ayäwi  

ພໍ​ເຖິງ​ຍາມ​ຖວາຍບູຊາ​ຕອນແລງ ຜູ້ທຳນວາຍ​ເອລີຢາ​ກໍ​ຍ່າງ​ເຂົ້າ​ໄປ​ໃກ້​ແທ່ນບູຊາ ແລະ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ; ບັດນີ້ ຂໍ​ພຣະອົງ​ພິສູດ​ໃຫ້​ເຫັນ​ວ່າ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ແລະ​ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ ຂ້ານ້ອຍ​ໄດ້​ເຮັດ​ສິ່ງ​ເຫຼົ່ານີ້​ທັງໝົດ​ຕາມ​ຄຳສັ່ງ​ຂອງ​ພຣະອົງ.


ພຣະເຈົ້າ​ໄດ້ກ່າວ​ວ່າ, “ເຮົາ​ຈະ​ຢູ່​ກັບ​ເຈົ້າ. ໝາຍສຳຄັນ​ດັ່ງ​ຕໍ່ໄປນີ້​ຈະ​ສຳແດງ​ໃຫ້​ເຈົ້າ​ຮູ້​ວ່າ ເຮົາ​ເປັນ​ຜູ້​ໃຊ້​ເຈົ້າ​ໄປ​ຄື: ເມື່ອ​ເຈົ້າ​ນຳພາ​ປະຊາຊົນ​ຂອງເຮົາ​ອອກ​ໄປ​ຈາກ​ປະເທດ​ເອຢິບ​ແລ້ວ ພວກເຈົ້າ​ຈະ​ໄດ້​ນະມັດສະການ​ເຮົາ​ຢູ່​ທີ່​ເທິງ​ພູເຂົາ​ນີ້.”


ບັດນີ້​ໂມເຊ​ເອີຍ ເຈົ້າ​ຈົ່ງ​ໄປ ເຮົາ​ຈະ​ຊ່ວຍ​ເຈົ້າ​ກ່າວ ແລະ​ຈະ​ບອກ​ສິ່ງ​ທີ່​ເຈົ້າ​ຈະ​ກ່າວ.”


ເຈົ້າ​ຈົ່ງ​ກ່າວ​ແກ່​ລາວ ແລະ​ບອກ​ເລື່ອງ​ຕ່າງໆ​ນັ້ນ​ໃຫ້​ລາວ​ເວົ້າ. ເຮົາ​ຈະ​ຊ່ວຍ​ພວກເຈົ້າ​ກ່າວ ແລະ​ທັງ​ຈະ​ບອກ​ເຈົ້າ​ທັງສອງ​ວ່າ​ຄວນ​ຈະ​ເຮັດ​ຢ່າງ​ໃດ.


“ຖ້າ​ກະສັດ​ຟາໂຣ​ບອກ​ພວກເຈົ້າ​ໃຫ້​ເຮັດ​ການ​ອັດສະຈັນ ຈົ່ງ​ບອກ​ອາໂຣນ​ຈັບ​ເອົາ​ໄມ້ຄ້ອນເທົ້າ​ຂອງຕົນ​ຖິ້ມ​ລົງ​ຕໍ່ໜ້າ​ກະສັດ​ຟາໂຣ ແລ້ວ​ໄມ້ຄ້ອນເທົ້າ​ນັ້ນ​ກໍ​ຈະ​ກາຍເປັນ​ງູ.”


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ກ່າວ​ແກ່​ຊາວ​ນະຄອນ​ເຢຣູຊາເລັມ​ວ່າ, “ຢ່າ​ສູ່ຟັງ​ສິ່ງ​ທີ່​ພວກ​ຜູ້ທຳນວາຍ​ເວົ້າ; ພວກເຂົາ​ໃຫ້​ພວກເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມຫວັງ​ທີ່​ຈອມປອມ. ພວກເຂົາ​ບອກ​ພວກເຈົ້າ​ໃນ​ສິ່ງ​ທີ່​ພວກເຂົາ​ໄດ້​ປັ້ນແຕ່ງ​ຂຶ້ນມາເອງ ແຕ່​ບໍ່ແມ່ນ​ຈາກ​ປາກ​ຂອງ​ພຣະເຈົ້າຢາເວ.


“ມະນຸດ​ເອີຍ ບັດນີ້​ຈົ່ງ​ແນມ​ເບິ່ງ​ພວກ​ແມ່ຍິງ ໃນ​ທ່າມກາງ​ປະຊາຊົນ​ຂອງ​ເຈົ້າ​ທີ່​ທຳນວາຍ​ໄປ​ຕາມ​ຄວາມຄິດ​ຂອງ​ຕົນເອງ. ຈົ່ງ​ປະນາມ​ພວກເຂົາ


“ພຣະອົງ​ເອງ​ຈະ​ຕໍ່ສູ້​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ຖືກ​ປຸ້ນຈີ້​ໂດຍ​ປະຊາຊົນ ທີ່​ຄັ້ງໜຶ່ງ​ເຄີຍ​ເປັນ​ຂ້ອຍໃຊ້​ຂອງ​ພວກເຈົ້າ. ເມື່ອ​ເຫດການ​ນີ້​ເກີດຂຶ້ນ ທຸກຄົນ​ຈະ​ຮູ້ວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ໃຊ້​ຂ້າພະເຈົ້າ​ມາ.”


ກ່າວ​ວ່າ, “ເຊຣຸບບາເບນ​ໄດ້​ວາງ​ຮາກຖານ​ຂອງ​ພຣະວິຫານ​ແລ້ວ ແລະ​ລາວ​ຈະ​ສ້າງ​ຕຶກ​ໃຫ້​ສຳເລັດ. ເມື່ອ​ເຫດການ​ນີ້​ເກີດຂຶ້ນ ປະຊາຊົນ​ຂອງເຮົາ​ຈະ​ຮູ້ວ່າ​ແມ່ນ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ທີ່​ໄດ້​ໃຊ້​ເຈົ້າ​ໄປ​ຫາ​ພວກເຂົາ. 10(ກ) ພວກເຂົາ​ຜິດຫວັງ​ກໍ​ເພາະວ່າ​ວຽກງານ​ບໍ່​ກ້າວໜ້າ. ແຕ່​ພວກເຂົາ​ຈະ​ເຫັນ​ເຊຣຸບບາເບນ​ສືບຕໍ່​ສ້າງ​ພຣະວິຫານ ແລະ​ພວກເຂົາ​ກໍ​ຈະ​ຊົມຊື່ນ​ຍິນດີ.”


ແມ່ນແຕ່​ທ່ານ​ຈະ​ເອົາ​ເງິນຄຳ​ທັງໝົດ​ໃນ​ຣາຊວັງ​ໃຫ້​ຂ້າພະເຈົ້າ ຂ້າພະເຈົ້າ​ກໍ​ບໍ່​ອາດ​ຝ່າຝືນ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ໄດ້​ໂດຍ​ເຮັດ​ຕາມໃຈ​ຂອງທ່ານ. ຂ້າພະເຈົ້າ​ກ່າວ​ໄດ້​ພຽງແຕ່​ສິ່ງ​ທີ່​ພຣະເຈົ້າຢາເວ​ບອກ​ໃຫ້​ຂ້າພະເຈົ້າ​ກ່າວ​ເທົ່ານັ້ນ.”


ຂ້ານ້ອຍ​ຮູ້​ວ່າ​ພຣະບິດາເຈົ້າ​ຟັງ​ຂ້ານ້ອຍ​ຢູ່​ສະເໝີ, ແຕ່​ຂ້ານ້ອຍ​ເວົ້າ​ຢ່າງ​ນີ້​ກໍ​ເພື່ອ​ເຫັນ​ແກ່​ຄົນ​ທັງຫລາຍ​ທີ່​ຢືນ​ອ້ອມ​ຢູ່​ນີ້ ເພື່ອ​ພວກເຂົາ​ຈະ​ໄດ້​ເຊື່ອ​ວ່າ ແມ່ນ​ພຣະບິດາເຈົ້າ​ທີ່​ເປັນ​ຜູ້​ໄດ້​ໃຊ້​ຂ້ານ້ອຍ​ມາ.”


ຈົ່ງ​ເຊື່ອ​ເຮົາ​ວ່າ ເຮົາ​ຢູ່​ໃນ​ພຣະບິດາເຈົ້າ ແລະ​ພຣະບິດາເຈົ້າ​ຢູ່​ໃນ​ເຮົາ ຖ້າ​ພວກເຈົ້າ​ບໍ່​ເຊື່ອ​ເຮົາ ກໍ​ໃຫ້​ເຊື່ອ​ໃນ​ພາລະກິດ​ທີ່​ເຮົາ​ໄດ້​ເຮັດ​ນັ້ນ.


“ເຮົາ​ເຮັດ​ສິ່ງໜຶ່ງ​ສິ່ງໃດ​ຕາມ​ລຳພັງໃຈ​ຂອງເຮົາ​ເອງ​ບໍ່ໄດ້ ເຮົາ​ຕັດສິນ​ຕາມ​ທີ່​ພຣະເຈົ້າ​ບອກ​ເຮົາ​ເທົ່ານັ້ນ ແລະ​ການ​ຕັດສິນ​ຂອງເຮົາ​ກໍ​ຍຸດຕິທຳ ເພາະ​ເຮົາ​ບໍ່ໄດ້​ພະຍາຍາມ​ເຮັດ​ຕາມ​ໃຈ​ຂອງເຮົາ​ເອງ ແຕ່​ເຮັດ​ຕາມ​ໃຈ​ຂອງ​ພຣະອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ.”


ແຕ່​ເຮົາ​ມີ​ຄຳ​ພະຍານ​ທີ່​ສຳຄັນ​ກວ່າ​ຄຳ​ພະຍານ​ຂອງ​ໂຢຮັນ​ອີກ​ຄື: ວຽກງານ​ທີ່​ພຣະບິດາເຈົ້າ​ໄດ້​ມອບ​ແກ່​ເຮົາ​ເພື່ອ​ເຮັດ​ໃຫ້​ສຳເລັດ ແມ່ນ​ງານ​ທີ່​ເຮົາ​ເຮັດ​ຢູ່​ດຽວ​ນີ້​ແຫຼະ ທີ່​ເປັນ​ພະຍານ​ໃຫ້​ແກ່​ເຮົາ​ວ່າ​ພຣະບິດາເຈົ້າ​ໄດ້​ໃຊ້​ເຮົາ​ມາ.


ເພາະ​ເຮົາ​ໄດ້​ລົງ​ມາ​ຈາກ​ສະຫວັນ ບໍ່ແມ່ນ​ເພື່ອ​ເຮັດ​ຕາມ​ໃຈ​ຂອງ​ຕົນເອງ ແຕ່​ເພື່ອ​ເຮັດ​ຕາມ​ຄວາມປະສົງ​ຂອງ​ພຣະອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ.


ຖ້າ​ຜູ້ທຳນວາຍ​ຄົນ​ໃດ​ກ່າວ​ໃນ​ນາມຊື່​ຂອງ​ພຣະເຈົ້າຢາເວ ແລະ​ສິ່ງ​ທີ່​ລາວ​ກ່າວ​ໄປ​ນັ້ນ​ບໍ່​ເປັນ​ຄວາມຈິງ ຖ້ອຍຄຳ​ນັ້ນ​ກໍ​ບໍ່ໄດ້​ມາ​ຈາກ​ພຣະເຈົ້າຢາເວ. ມັນ​ເປັນ​ຖ້ອຍຄຳ​ທີ່​ຜູ້ທຳນວາຍ​ກ່າວ​ໂດຍ​ສິດ​ອຳນາດ​ຂອງຕົນເອງ. ສະນັ້ນ ພວກເຈົ້າ​ບໍ່​ຕ້ອງ​ສົນໃຈ​ໃນ​ຄຳເວົ້າ​ຂອງ​ລາວ.”’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka