Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 16:27 - ພຣະຄຳພີສັກສິ

27 ສະນັ້ນ ປະຊາຊົນ​ຈຶ່ງ​ຍ້າຍ​ໜີ​ຈາກ​ເຕັນ​ຂອງ​ໂກຣາ, ດາທານ ແລະ​ອາບີຣາມ. ດາທານ​ແລະ​ອາບີຣາມ​ພ້ອມ​ດ້ວຍ​ເມຍ​ແລະ​ລູກ​ຂອງ​ພວກເຂົາ ໄດ້​ອອກ​ມາ​ຢືນ​ຢູ່​ຕໍ່ໜ້າ​ເຕັນ​ຂອງ​ພວກເຂົາ.

Uka jalj uñjjattʼäta Copia luraña




ຈົດບັນຊີ 16:27
9 Jak'a apnaqawi uñst'ayäwi  

ພຣະເຈົ້າ​ແສນ​ສະຫລາດ​ແລະ​ຊົງ​ຣິດອຳນາດ​ຍິ່ງ ບໍ່ມີ​ມະນຸດ​ຄົນໃດ​ສູ້​ຄະດີ​ກັບ​ພຣະອົງ​ໄດ້​ດອກ.


ເມື່ອໃດ​ໂມເຊ​ອອກ​ຈາກ​ເຕັນ​ຂອງຕົນ​ໄປ​ທີ່​ຫໍເຕັນ ເມື່ອນັ້ນ​ປະຊາຊົນ​ຕ່າງ​ກໍ​ຢືນ​ຢູ່​ຕໍ່ໜ້າ​ຄ້າຍພັກ​ຂອງ​ໃຜ​ລາວ ເບິ່ງ​ໂມເຊ​ຍ່າງ​ເຂົ້າ​ໄປ​ໃນ​ຫໍເຕັນ.


ຄວາມ​ອວດຕົວ​ຈອງຫອງ​ນຳ​ໄປ​ສູ່​ການທຳລາຍ ແລະ​ຄຳເວົ້າ​ຫຍາບຊ້າ​ກໍ​ນຳ​ໄປ​ສູ່​ການ​ຫຼົ້ມຈົມ.


ການ​ອວດດີ​ນັ້ນ​ນຳ​ຄົນ​ໄປ​ສູ່​ໄພພິບັດ ການ​ຖ່ອມຕົວ​ນຳ​ຄົນ​ໃຫ້​ມີ​ກຽດ.


ບັດນີ້ ພວກເຈົ້າ​ຄົນ​ອວດດີ​ເອີຍ ຄື​ຜູ້ປົກຄອງ​ປະຊາຊົນ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ; ຈົ່ງ​ຟັງ​ສິ່ງ​ທີ່​ພຣະເຈົ້າຢາເວ​ກຳລັງ​ກ່າວ.


ໂກຣາ ລູກຊາຍ​ຂອງ​ອີຊະຮາ ຊາວ​ເລວີ​ຢູ່​ໃນ​ຕະກຸນ​ໂກຮາດ ກໍ​ໄດ້​ຍົກຍໍ​ຕົວຂຶ້ນ​ກະບົດ​ຕໍ່​ໂມເຊ. ສະມາຊິກ​ໃນ​ເຜົ່າ​ຣູເບັນ​ສາມ​ຄົນ​ຄື: ດາທານ, ອາບີຣາມ ລູກຊາຍ​ຂອງ​ເອລີອາບ ແລະ​ອອນ​ລູກຊາຍ​ຂອງ​ເປເລັດ


ແຕ່​ພວກ​ລູກຊາຍ​ຂອງ​ໂກຣາ​ບໍ່ໄດ້​ຖືກ​ຂ້າ.)


Jiwasaru arktasipxañani:

Anuncios ukanaka


Anuncios ukanaka