21 “ຈົ່ງຖ່ອຍໜີຈາກປະຊາຊົນເຫຼົ່ານີ້ ເຮົາຈະທຳລາຍພວກເຂົາດຽວນີ້.”
ເພາະພວກເຮົາກຳລັງຈະທຳລາຍເມືອງນີ້. ພຣະເຈົ້າຢາເວໄດ້ຍິນສຽງຟ້ອງຮ້ອງຢ່າງໜັກໜ່ວງ ຕໍ່ສູ້ປະຊາຊົນເຫຼົ່ານີ້. ສະນັ້ນ ພຣະເຈົ້າຢາເວຈຶ່ງໃຊ້ພວກເຮົາມາເພື່ອທຳລາຍເມືອງໂຊໂດມນີ້.”
ແລ້ວໂລດກໍໄປເວົ້າກັບຄູ່ໝັ້ນຂອງລູກສາວຕົນວ່າ, “ຈົ່ງໜີອອກຈາກເມືອງນີ້ໄວໆ ເພາະພຣະເຈົ້າຢາເວຈະທຳລາຍເມືອງນີ້.” ແຕ່ພວກເຂົາຄິດວ່າໂລດເວົ້າຫລິ້ນ.
ພວກເຂົາໄດ້ຖືກທຳລາຍຖິ້ມໃນຊົ່ວອຶດຫັນໃຈດຽວ ພວກເຂົາໄດ້ລົງໄປສູ່ຈຸດຈົບອັນໜ້າຢ້ານ.
ບັດນີ້ເຮົາໃຈຮ້າຍໃຫ້ພວກເຂົາແລ້ວ ແລະເຮົາຈະທຳລາຍພວກເຂົາຖິ້ມໝົດ. ຢ່າພະຍາຍາມຫ້າມເຮົາໄວ້ເລີຍ. ແລ້ວເຮົາກໍຈະເຮັດໃຫ້ເຈົ້າແລະເຊື້ອສາຍຂອງເຈົ້າ ກາຍເປັນຊົນຊາດໃຫຍ່.”
ເປັນຫຍັງຈຶ່ງຈະເຮັດໃຫ້ຊາວເອຢິບຕ້ອງໄດ້ເວົ້າໃຫ້ພຣະອົງວ່າ ພຣະອົງໄດ້ນຳປະຊາຊົນຂອງພຣະອົງອອກມາ ກໍເພື່ອວາງແຜນຂ້າພວກເຂົາຢູ່ໃນເທິງພູນີ້ ໂດຍທຳລາຍພວກເຂົາໃຫ້ໝົດສິ້ນໄປ? ຂໍຢ່າຊົງໂກດຮ້າຍ ແລະຢ່າທຳລາຍປະຊາຊົນຂອງພຣະອົງ.
ພຣະເຈົ້າຢາເວໄດ້ສັ່ງໂມເຊໃຫ້ບອກພວກເຂົາວ່າ, “ພວກເຈົ້າເປັນຄົນໃຈແຂງກະດ້າງດື້ດຶງ. ຖ້າເຮົາໄປກັບພວກເຈົ້າພຽງເວລາໜ້ອຍດຽວ ເຮົາອາດທຳລາຍພວກເຈົ້າຈົນໝົດສິ້ນກໍໄດ້. ບັດນີ້ຈົ່ງປົດເຄື່ອງເອ້ຂອງພວກເຈົ້າອອກສາ ແລະເຮົາຈະຕັດສິນໃຈວ່າ ຄວນເຮັດຢ່າງໃດດີກັບພວກເຈົ້າໃນຂັ້ນຕໍ່ໄປ.”
ຕໍ່ມາ ເທວະດາຕົນໜຶ່ງຂອງພຣະເຈົ້າຢາເວໄດ້ເຂົ້າໄປ ທີ່ຄ້າຍພັກຂອງກອງທັບອັດຊີເຣຍ ແລະຂ້າທະຫານໜຶ່ງຮ້ອຍແປດສິບຫ້າພັນຄົນ. ພໍເຊົ້າຂອງວັນໃໝ່ ພວກເຂົາທັງໝົດກໍນອນຕາຍເດຍລະດາດຢູ່ທີ່ນັ້ນ
ບັນດານັກຍິງໜ້າທະນູຂອງພວກເຂົາເປັນທະຫານທີ່ເກັ່ງກ້າ ແລະຂ້າຄົນໂດຍບໍ່ມີຄວາມເມດຕາ.
ເຮົາຈະສົ່ງໂຣກລະບາດຮ້າຍແຮງທຳລາຍພວກເຂົາ ແຕ່ເຮົາຈະເຮັດໃຫ້ເຈົ້າເປັນພໍ່ຂອງຊົນຊາດໃຫຍ່ຊາດໜຶ່ງ ແລະມີອຳນາດຫລາຍກວ່າພວກເຂົາ.”
ມາບັດນີ້ ຖ້າພຣະອົງຫາກຂ້າປະຊາຊົນຂອງພຣະອົງທັງໝົດ ຊົນຊາດທັງຫລາຍທີ່ໄດ້ຍິນເຖິງຊື່ສຽງຂອງພຣະອົງກໍຈະກ່າວວ່າ
ແລະພຣະເຈົ້າຢາເວກໍໄດ້ບອກໂມເຊແລະອາໂຣນວ່າ,
“ຈົ່ງຖອຍອອກຫ່າງຈາກປະຊາຊົນເຫຼົ່ານີ້ສາ ເພາະເຮົາຈະທຳລາຍພວກເຂົາກັບບ່ອນນີ້.” ທັງສອງພາກັນໝູບໜ້າລົງດິນ
ແລະພຣະເຈົ້າຢາເວໄດ້ກ່າວຕໍ່ໂມເຊວ່າ, “ຈົ່ງເອົາໄມ້ຄ້ອນເທົ້າຂອງອາໂຣນ ໄປວາງໄວ້ຕໍ່ໜ້າຫີບພັນທະສັນຍາ ເພື່ອຮັກສາໄວ້ເປັນສິ່ງເຕືອນໃຈຊາວອິດສະຣາເອນຜູ້ກະບົດຕໍ່ເຮົາວ່າ ພວກເຂົາຈະເຊົາຈົ່ມຮ້າຍຕໍ່ເຮົາ ເພື່ອພວກເຂົາຈະບໍ່ຕາຍ.”
ແລ້ວເປໂຕກໍສັ່ງ ແລະຕັກເຕືອນໜູນໃຈພວກເຂົາຕື່ມອີກຫລາຍປະການ ເພິ່ນກ່າວວ່າ, “ຈົ່ງເອົາຕົວລອດພົ້ນຈາກເຊື້ອຊາດອັນຄົດໂກງນີ້ເສຍ.”
ດ້ວຍເຫດນັ້ນ ອົງພຣະຜູ້ເປັນເຈົ້າຈຶ່ງກ່າວວ່າ, “ຈົ່ງແຍກຕົວອອກຈາກທ່າມກາງພວກເຂົາ ແລະຈົ່ງຕັ້ງຢູ່ຕ່າງຫາກ ຢ່າແຕະຕ້ອງສິ່ງທີ່ເປັນມົນທິນ ແລະເຮົາຈຶ່ງຈະຮັບເອົາພວກເຈົ້າໄວ້.
ແລ້ວຂ້າພະເຈົ້າກໍໄດ້ຍິນສຽງໜຶ່ງອີກຈາກສະຫວັນກ່າວວ່າ, “ໄພ່ພົນຂອງເຮົາເອີຍ, ຈົ່ງອອກມາຈາກມະຫານະຄອນນັ້ນເສຍ ເພື່ອເຈົ້າທັງຫລາຍຈະບໍ່ມີສ່ວນ ໃນການບາບຂອງມັນ ເພື່ອເຈົ້າຈະບໍ່ໄດ້ຖືກໄພອັນຕະລາຍ ທີ່ຈະເກີດແກ່ມັນນັ້ນ,