2 ໄດ້ຮ່ວມມືກັບລາວໂດຍມີຜູ້ນຳ 250 ຄົນ ທີ່ມີຊື່ສຽງດີໃນທ່າມກາງຊຸມນຸມເປັນຜູ້ສະໜັບສະໜູນ.
ໃນສະໄໝນັ້ນ ແລະທັງສະໄໝຕໍ່ມາ ມີຄົນຮູບຮ່າງໃຫຍ່ທີ່ເທິງແຜ່ນດິນໂລກ. ຄົນພວກນີ້ເກີດຈາກຜູ້ຍິງກັບລູກຊາຍທັງຫລາຍຂອງພຣະເຈົ້າ. ພວກເຂົາເປັນຄົນເກັ່ງກ້າສາມາດຫລາຍ ແລະເປັນຄົນທີ່ມີຊື່ສຽງດີໃນສະໄໝບູຮານ.
ຈາກເຜົ່າເອຟຣາອິມ: ຊາວພັນແປດຮ້ອຍຄົນ ເປັນທະຫານທີ່ມີຊື່ສຽງດີໃນຕະກຸນຂອງພວກເຂົາ;
ບຸກຄົນດັ່ງຕໍ່ໄປນີ້ແມ່ນຫົວໜ້າຂອງຕະກຸນຕ່າງໆມີດັ່ງນີ້: ເອເຟ, ອີຊີ, ເອລີເອນ, ອາຊະຣິເອນ, ເຢເຣມີຢາ, ໂຮດາວີຢາ ແລະຢາດີເອນ. ພວກເຂົາທັງໝົດເປັນທະຫານທີ່ເກັ່ງກ້າແລະເປັນຜູ້ນຳຕະກຸນທີ່ມີຊື່ສຽງດີ.
ເຈົ້າມີຊື່ສຽງໂດ່ງດັງໃນທຸກໆຊົນຊາດ ຍ້ອນຄວາມງາມອັນບໍ່ມີທີ່ຕິຂອງເຈົ້າ ເພາະເຮົາເປັນຜູ້ໄດ້ເຮັດໃຫ້ເຈົ້າໜ້າຮັກຫລາຍທີ່ສຸດ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
ພວກເຂົາໄດ້ແກ້ເຄື່ອງນຸ່ງຂອງນາງອອກ, ຈັບເອົາລູກຊາຍຍິງຂອງນາງໄປ ແລະໃຊ້ດາບຂ້ານາງຖິ້ມ. ພວກຜູ້ຍິງທົ່ວໄປຊຸບຊິບກັນເຖິງຊາຕາກຳຂອງນາງ.
ໂມເຊໄດ້ແຕ່ງງານກັບຍິງສາວຜູ້ໜຶ່ງທີ່ເປັນຊາວກູເຊ ແລະມີຣີອາມກັບອາໂຣນໄດ້ຕໍ່ສູ້ໂມເຊກ່ຽວກັບເລື່ອງນີ້.
ແລ້ວໄຟຈາກພຣະເຈົ້າຢາເວກໍໄດ້ລົງມາເຜົາຜານ 250 ຄົນ ຄືຜູ້ທີ່ໄດ້ເຜົາເຄື່ອງຫອມມາຖວາຍນັ້ນ.
ແລະພວກລູກຊາຍຂອງລາວມີ: ເນມູເອນ, ດາທານ ແລະອາບີຣາມ. (ດາທານແລະອາບີຣາມແມ່ນຜູ້ທີ່ຖືກເລືອກຂຶ້ນມາຈາກຊຸມຊົນ. ພວກເຂົາໄດ້ກະບົດຕໍ່ໂມເຊແລະອາໂຣນ ໂດຍເຂົ້າຮ່ວມເປັນພັກພວກກັບໂກຣາ ເມື່ອພວກເຂົາໄດ້ກະບົດຕໍ່ພຣະເຈົ້າຢາເວນັ້ນ.
“ພໍ່ຂອງພວກເຮົາໄດ້ຕາຍໃນຖິ່ນແຫ້ງແລ້ງກັນດານ ໂດຍບໍ່ມີລູກຊາຍຈັກຄົນ. ເພິ່ນບໍ່ແມ່ນພັກພວກຂອງໂກຣາຜູ້ທີ່ໄດ້ກະບົດຕໍ່ພຣະເຈົ້າຢາເວ ເພິ່ນໄດ້ຕາຍໄປຍ້ອນບາບກຳຂອງເພິ່ນເອງ.