Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 16:19 - ພຣະຄຳພີສັກສິ

19 ແລ້ວ​ໂກຣາ​ກໍ​ຮວບຮວມ​ພັກພວກ​ຂອງຕົນ ມາ​ຢືນ​ປະເຊີນ​ໜ້າ​ກັບ​ໂມເຊ​ແລະ​ອາໂຣນ ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ. ໃນ​ທັນໃດນັ້ນ ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ ກໍ​ປາກົດ​ຕໍ່​ຊຸມຊົນ​ທັງໝົດ

Uka jalj uñjjattʼäta Copia luraña




ຈົດບັນຊີ 16:19
12 Jak'a apnaqawi uñst'ayäwi  

ໃນ​ຂະນະທີ່​ອາໂຣນ​ກຳລັງ​ກ່າວ​ແກ່​ຊຸມຊົນ​ອິດສະຣາເອນ​ຢູ່​ນັ້ນ ພວກເຂົາ​ຕ່າງ​ກໍ​ຫັນໜ້າ​ແນມ​ໄປ​ທາງ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ໃນ​ທັນໃດນັ້ນ ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ກໍໄດ້​ປາກົດ​ຂຶ້ນ​ໃນ​ເມກ.


ໃນ​ຕອນເຊົ້າ ພວກເຈົ້າ​ຈະ​ໄດ້​ເຫັນ​ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ. ພຣະເຈົ້າຢາເວ​ໄດ້ຍິນ​ສຽງ​ຈົ່ມຮ້າຍ​ຂອງ​ພວກເຈົ້າ​ຕໍ່ສູ້​ພຣະອົງ ແນ່ນອນ​ແມ່ນ​ພວກເຈົ້າ​ໄດ້​ຈົ່ມ​ຕໍ່ສູ້​ພຣະອົງ​ແທ້ ເພາະ​ພວກເຮົາ​ທັງສອງ​ເປັນ​ພຽງແຕ່​ຜູ້​ປະຕິບັດ​ຕາມ​ຄຳແນະນຳ​ຂອງ​ພຣະອົງ​ເທົ່ານັ້ນ.”


ໂມເຊ​ແລະ​ອາໂຣນ​ໄດ້​ເຂົ້າ​ໄປ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ເມື່ອ​ອອກ​ມາ​ແລ້ວ ພວກເພິ່ນ​ທັງສອງ​ໄດ້​ອວຍພອນ​ປະຊາຊົນ ແລະ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ກໍ​ປາກົດ​ໃຫ້​ປະຊາຊົນ​ທັງໝົດ​ໄດ້​ເຫັນ.


ໂມເຊ​ໄດ້​ກ່າວ​ວ່າ, “ພຣະເຈົ້າຢາເວ​ໄດ້​ສັ່ງ​ໃຫ້​ພວກເຈົ້າ​ເຮັດ​ສິ່ງ​ທັງໝົດ​ນີ້ ເພື່ອ​ວ່າ​ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຈະ​ປາກົດ​ແກ່​ພວກເຈົ້າ.”


ແລະ​ພຣະເຈົ້າຢາເວ​ໄດ້​ລົງ​ມາ​ໃນ​ເສົາເມກ ໂດຍ​ຢືນ​ຢູ່​ທາງ​ປະຕູເຂົ້າ​ຫໍເຕັນ​ແລະ​ພຣະອົງ​ໄດ້​ເອີ້ນ​ອາໂຣນ​ແລະ​ມີຣີອາມ​ອອກ​ມາ ເຂົາ​ທັງສອງ​ຈຶ່ງ​ກ້າວ​ອອກ​ໄປ​ຂ້າງໜ້າ


ຊຸມຊົນ​ທັງໝົດ​ກຳລັງ​ຈະ​ໃຊ້​ຫີນ​ແກວ່ງ​ໃສ່​ໂມເຊ​ແລະ​ອາໂຣນ​ໃຫ້​ຕາຍ, ແຕ່​ໃນ​ທັນໃດນັ້ນ ປະຊາຊົນ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ປາກົດ​ທີ່​ເທິງ​ຫໍເຕັນ​ບ່ອນ​ຊຸມນຸມ.


ດັ່ງນັ້ນ ທຸກໆ​ຄົນ​ຈຶ່ງ​ໄດ້​ເອົາ​ໝໍ້ຂາງ​ຂອງຕົນ​ໃສ່​ຖ່ານໄຟ​ທີ່​ກຳລັງ​ລຸກ​ຢູ່ ພ້ອມ​ທັງ​ເຄື່ອງຫອມ​ໂຮຍ​ໃສ່​ເທິງ​ຖື​ມາ ແລະ​ຢືນ​ຢູ່​ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ​ພ້ອມ​ກັບ​ໂມເຊ​ແລະ​ອາໂຣນ.


ແລະ​ພຣະເຈົ້າຢາເວ​ກໍໄດ້​ບອກ​ໂມເຊ​ແລະ​ອາໂຣນ​ວ່າ,


ຫລັງຈາກ​ທີ່​ພວກເຂົາ​ໄດ້​ມາ​ເຕົ້າໂຮມ​ກັນ ເພື່ອ​ປະທ້ວງ​ໂມເຊ​ກັບ​ອາໂຣນ​ແລ້ວ ພວກເຂົາ​ຕ່າງ​ກໍ​ຫັນ​ໜ້າ​ໄປ​ທາງ​ຫໍເຕັນ​ບ່ອນ​ຊຸມນຸມ; ພວກເຂົາ​ຈຶ່ງ​ເຫັນ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ປາກົດ​ຂຶ້ນ.


ໃນ​ບ່ອນ​ທີ່​ພວກເຂົາ​ຕັ້ງ​ຄ້າຍພັກ​ຢູ່​ນັ້ນ​ບໍ່ມີ​ນໍ້າ. ດັ່ງນັ້ນ ປະຊາຊົນ​ຈຶ່ງ​ມາ​ເຕົ້າໂຮມ​ກັນ​ອ້ອມ​ໂມເຊ​ກັບ​ອາໂຣນ


ໂມເຊ​ກັບ​ອາໂຣນ​ໄດ້​ພາກັນ​ຍ່າງ​ໜີ​ຈາກ​ປະຊາຊົນ ແລະ​ໄປ​ຢືນ​ຢູ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ. ພວກເພິ່ນ​ໝູບ​ໜ້າ​ລົງ​ດິນ ແລະ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ ກໍໄດ້​ປາກົດ​ຂຶ້ນ​ໃຫ້​ພວກເຂົາ​ເຫັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka