Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 16:18 - ພຣະຄຳພີສັກສິ

18 ດັ່ງນັ້ນ ທຸກໆ​ຄົນ​ຈຶ່ງ​ໄດ້​ເອົາ​ໝໍ້ຂາງ​ຂອງຕົນ​ໃສ່​ຖ່ານໄຟ​ທີ່​ກຳລັງ​ລຸກ​ຢູ່ ພ້ອມ​ທັງ​ເຄື່ອງຫອມ​ໂຮຍ​ໃສ່​ເທິງ​ຖື​ມາ ແລະ​ຢືນ​ຢູ່​ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ​ພ້ອມ​ກັບ​ໂມເຊ​ແລະ​ອາໂຣນ.

Uka jalj uñjjattʼäta Copia luraña




ຈົດບັນຊີ 16:18
7 Jak'a apnaqawi uñst'ayäwi  

ແຕ່​ເມື່ອ​ກະສັດ​ອຸດຊີຢາ​ໄດ້​ມີ​ອຳນາດ​ເຂັ້ມແຂງ​ແລ້ວ ເພິ່ນ​ກໍ​ຈອງຫອງ​ຂຶ້ນ​ອັນ​ເປັນເຫດ​ໃຫ້​ເພິ່ນ​ຫຼົ້ມຈົມ. ເພິ່ນ​ໄດ້​ໝິ່ນປະໝາດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ ໂດຍ​ເຂົ້າ​ໄປ​ໃນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ເພື່ອ​ເຜົາ​ເຄື່ອງຫອມ​ຖວາຍບູຊາ​ທີ່​ແທ່ນ​ໂດຍ​ຕົນເອງ.


ເພິ່ນ​ຕ້ອງ​ເອົາ​ໝໍ້ຂາງ​ທີ່​ມີ​ຖ່ານໄຟ​ລຸກ​ແດງ​ຢູ່​ຈາກ​ແທ່ນບູຊາ​ທີ່​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ ພ້ອມ​ທັງ​ກຳຍານ​ທີ່​ບົດ​ໃຫ້​ລະອຽດ​ແລ້ວ​ສອງ​ກຳ ມາ​ບ່ອນ​ສັກສິດ​ທີ່ສຸດ.


ໃນ​ທີ່ນັ້ນ ໂດຍ​ຊ້ອງໜ້າ​ພຣະເຈົ້າຢາເວ ເພິ່ນ​ຈະ​ເອົາ​ກຳຍານ​ໂຮຍ​ໃສ່​ໄຟ ແລະ​ຄວັນ​ກຳຍານ​ກໍ​ຈະ​ພຸ່ງ​ຂຶ້ນ​ບັງ​ຝາ​ຫີບ​ພັນທະສັນຍາ​ໄວ້ ເພື່ອ​ວ່າ​ເພິ່ນ​ຈະ​ບໍ່ໄດ້​ເຫັນ​ສິ່ງ​ນັ້ນ ແລະ​ຖືກ​ຂ້າ.


ໃຫ້​ພວກເຈົ້າ​ແຕ່ລະຄົນ​ຖື​ໝໍ້ຂາງ​ທີ່​ມີ​ຖ່ານໄຟ​ແດງ ແລະ​ໂຮຍ​ເຄື່ອງຫອມ​ໃສ່​ເທິງ​ໝໍ້ຂາງ 250 ໜ່ວຍ​ນັ້ນ​ມາ​ຕໍ່ໜ້າ​ພຣະເຈົ້າຢາເວ ພວກເຈົ້າ​ແຕ່ລະຄົນ​ພ້ອມ​ອາໂຣນ​ໃຫ້​ຖື​ໝໍ້ຂາງ​ຂອງຕົນ​ມາ​ດ້ວຍ.”


ແລ້ວ​ໂກຣາ​ກໍ​ຮວບຮວມ​ພັກພວກ​ຂອງຕົນ ມາ​ຢືນ​ປະເຊີນ​ໜ້າ​ກັບ​ໂມເຊ​ແລະ​ອາໂຣນ ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ. ໃນ​ທັນໃດນັ້ນ ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ ກໍ​ປາກົດ​ຕໍ່​ຊຸມຊົນ​ທັງໝົດ


“ຈົ່ງ​ບອກ​ເອເລອາຊາ​ລູກຊາຍ​ຂອງ​ປະໂຣຫິດ​ອາໂຣນ ໃຫ້​ເອົາ​ຖ່ານໄຟ​ຢູ່​ໃນ​ໝໍ້ຂາງ​ທອງສຳຣິດ ຈາກ​ຄົນ​ທີ່​ຖືກ​ໄຟ​ເຜົາຜານ​ນັ້ນ​ໄປ​ຖອກຖິ້ມ​ບ່ອນ​ອື່ນ ເພາະ​ເປັນ​ໝໍ້ຂາງ​ບໍຣິສຸດ.


ໂຣກ​ລະບາດ​ຮ້າຍແຮງ​ຈຶ່ງ​ຢຸດ​ເຊົາ ແລະ​ເພິ່ນ​ໄດ້​ຢືນ​ຂຶ້ນ​ລະຫວ່າງ​ຄົນ​ເປັນ​ແລະ​ຄົນຕາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka