Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 16:15 - ພຣະຄຳພີສັກສິ

15 ໂມເຊ​ໃຈຮ້າຍ​ແລະ​ກ່າວ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂໍ​ພຣະອົງ​ຢ່າ​ຮັບ​ເຄື່ອງ​ຖວາຍ​ໃດໆ ທີ່​ຄົນ​ເຫຼົ່ານີ້​ນຳ​ມາ​ເລີຍ. ຂ້ານ້ອຍ​ບໍ່ໄດ້​ເຮັດ​ຜິດ​ຫຍັງ​ຕໍ່​ພວກເຂົາ; ແມ່ນແຕ່​ລໍ​ໂຕໜຶ່ງ​ຂ້ານ້ອຍ​ກໍ​ບໍ່ໄດ້​ເອົາ​ມາ​ຈາກ​ພວກເຂົາ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 16:15
18 Jak'a apnaqawi uñst'ayäwi  

ສ່ວນ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ​ຂ້ານ້ອຍ​ກໍ​ເຊື່ອຟັງ ທັງ​ບໍ່ໄດ້​ຫັນ​ໜີ​ຈາກ​ພຣະເຈົ້າ​ຈັກເທື່ອ.


ເມື່ອ​ໂມເຊ​ຮອດ​ຄ້າຍພັກ​ແລະ​ເຫັນ​ຮູບ​ງົວ​ຄຳ ທັງ​ປະຊາຊົນ​ກຳລັງ​ຮ້ອງລຳ​ທຳເພງ​ກັນ​ຢູ່ ເພິ່ນ​ຈຶ່ງ​ໂກດຮ້າຍ​ຫຼາຍ. ເພິ່ນ​ໄດ້​ໂຍນ​ແຜ່ນຫີນ​ທີ່​ເພິ່ນ​ຖື​ມາ​ນັ້ນ​ໃສ່​ຕີນ​ພູ ແລະ​ແຜ່ນ​ຫີນ​ນັ້ນ​ແຕກ.


ເຄື່ອງ​ຖວາຍບູຊາ​ຂອງ​ຄົນຊົ່ວ​ເປັນ​ໜ້າ​ກຽດຊັງ ໂດຍ​ສະເພາະ​ເມື່ອ​ເຂົາ​ຖວາຍ​ດ້ວຍ​ເຈດຕະນາ​ອັນ​ບໍ່​ດີ.


ໂມເຊ​ເປັນ​ຄົນ​ອ່ອນນ້ອມ​ຖ່ອມຕົວ​ທີ່ສຸດ​ກວ່າ​ທຸກໆ​ຄົນ​ໃນ​ເທິງ​ແຜ່ນດິນ​ໂລກ​ນີ້).


ໂມເຊ​ໄດ້​ເວົ້າ​ຕໍ່​ໂກຣາ​ວ່າ, “ມື້ອື່ນ ໃຫ້​ເຈົ້າ​ແລະ​ພັກພວກ 250 ຄົນ​ຂອງ​ເຈົ້າ ມາ​ຕໍ່ໜ້າ​ພຣະເຈົ້າຢາເວ ອາໂຣນ​ຈະ​ໄປ​ທີ່​ນັ້ນ​ຄື​ກັນ.


ແຕ່​ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ຜູ້ໃດ​ທີ່​ໂກດຮ້າຍ​ເຄືອງໃຈ ຕໍ່​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ ຈະ​ຖືກ​ນຳ​ຂຶ້ນ​ສານ​ເພື່ອ​ຕັດສິນ​ລົງໂທດ ຜູ້ໃດ​ທີ່​ເອີ້ນ​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ​ວ່າ, ‘ຄົນໂງ່ຈ້າ’ ຈະ​ຖືກ​ນຳ​ຂຶ້ນ​ສານສູງ​ເພື່ອ​ຕັດສິນ​ລົງໂທດ ແລະ​ຜູ້ໃດ​ທີ່​ເອີ້ນ​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ​ວ່າ, ‘ຄົນບ້າ’ ຜູ້ນັ້ນ​ຈະ​ຕົກ​ບຶງ​ໄຟ​ນະຣົກ.


ພຣະອົງ​ຫລຽວ​ເບິ່ງ​ອ້ອມຮອບ​ພວກເຂົາ​ດ້ວຍ​ຄວາມ​ເຄືອງໃຈ ພຣະອົງ​ເປັນທຸກໃຈ​ຫລາຍ ເພາະ​ພວກເຂົາ​ມີ​ໃຈແຂງ​ກະດ້າງ. ສະນັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ຊາຍ​ຄົນ​ນັ້ນ​ວ່າ, “ຈົ່ງ​ຢຽດ​ມື​ຂອງ​ເຈົ້າ​ອອກ.” ລາວ​ຈຶ່ງ​ຢຽດ​ມື​ອອກ ແລະ ມື​ຂອງ​ລາວ​ກໍດີ​ເປັນ​ປົກກະຕິ.


ແຕ່​ເຮົາ​ບໍ່ໄດ້​ໃຊ້​ສິດ​ເຫຼົ່ານັ້ນ​ຈັກ​ຢ່າງ ທີ່​ເຮົາ​ຂຽນ​ເຖິງ​ເລື່ອງ​ນີ້ ບໍ່ແມ່ນ​ເພື່ອ​ຈະ​ໃຫ້​ເຂົາ​ເຮັດ​ຢ່າງ​ນັ້ນ​ແກ່​ເຮົາ. ດ້ວຍວ່າ, ເຮົາ​ຍອມ​ຕາຍ​ເສຍ​ກໍດີກວ່າ ທີ່​ຈະ​ເຮັດ​ຢ່າງ​ນັ້ນ ຢ່າ​ໃຫ້​ຜູ້ໃດ​ທຳລາຍ​ເຫດ​ແຫ່ງ​ການ​ອວດອ້າງ​ຂອງເຮົາ.


ນີ້​ແຫຼະ ແມ່ນ​ສິ່ງ​ທີ່​ພວກເຮົາ​ເອກອ້າງ​ໄດ້​ຄື: ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຮົາ​ກໍ​ເປັນ​ພະຍານ​ວ່າ, ການ​ດຳເນີນ​ຊີວິດ​ຂອງ​ພວກເຮົາ​ຢູ່​ໃນ​ໂລກນີ້ ດ້ວຍ​ຄວາມ​ບໍຣິສຸດ​ໃຈ​ແລະ​ດ້ວຍ​ຄວາມ​ຈິງໃຈ​ທີ່​ມາ​ຈາກ​ພຣະເຈົ້າ ບໍ່ແມ່ນ​ໂດຍ​ປັນຍາ​ຂອງ​ມະນຸດ ແຕ່​ເປັນ​ມາ​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ.


ຈົ່ງ​ເປີດ​ໃຈ​ຂອງ​ພວກເຈົ້າ​ອອກ​ໃຫ້​ກວ້າງ ໄວ້​ຕ້ອນຮັບ​ພວກເຮົາ​ເຖີດ ພວກເຮົາ​ບໍ່ໄດ້​ເຮັດ​ຜິດ​ຄິດຮ້າຍ​ຕໍ່​ຜູ້ໃດ ພວກເຮົາ​ບໍ່ໄດ້​ທຳລາຍ​ຜູ້ໃດ ທັງ​ບໍ່ໄດ້​ຊອກ​ເອົາລັດ​ເອົາປຽບ​ຜູ້ໃດ​ຈັກເທື່ອ.


ຈະ​ຮ້າຍ​ກໍ​ຮ້າຍ​ໄດ້ ແຕ່​ຢ່າ​ໃຫ້​ຄວາມ​ຮ້າຍ​ເປັນ​ເຫດ​ໃຫ້​ເກີດ​ການ​ຜິດບາບ ຢ່າ​ຮ້າຍ​ຢູ່​ຈົນ​ຕາເວັນ​ຕົກ.


ພວກເຈົ້າ​ເປັນ​ພະຍານ​ໃຫ້​ພວກເຮົາ​ໄດ້ ແລະ​ພຣະເຈົ້າ​ກໍ​ເຊັ່ນດຽວ​ກັນ​ວ່າ, ຄວາມ​ປະພຶດ​ຂອງ​ພວກເຮົາ​ຕໍ່​ພວກເຈົ້າ​ຜູ້​ທີ່​ເຊື່ອ​ນັ້ນ ແມ່ນ​ບໍຣິສຸດ, ຖືກຕ້ອງ, ທ່ຽງທຳ ແລະ​ປາສະຈາກ​ຄວາມຜິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka