Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 16:14 - ພຣະຄຳພີສັກສິ

14 ທ່ານ​ບໍ່ໄດ້​ນຳ​ພວກເຮົາ​ເຂົ້າ​ໄປ​ໃນ​ດິນແດນ​ອັນ​ອຸດົມສົມບູນ​ແລະ​ຮັ່ງມີ ຫລື​ມອບ​ໄຮ່​ນາ​ແລະ​ສວນອະງຸ່ນ​ໃຫ້​ພວກເຮົາ​ເປັນ​ກຳມະສິດ ແລະ​ບັດນີ້ ທ່ານ​ກຳລັງ​ພະຍາຍາມ​ຫລອກລວງ​ພວກເຮົາ​ອີກ. ພວກເຮົາ​ບໍ່​ໄປ​ດອກ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 16:14
12 Jak'a apnaqawi uñst'ayäwi  

ຖ້າ​ຜູ້ໜຶ່ງ​ປ່ອຍ​ສັດ​ຂອງຕົນ ກິນ​ຫຍ້າ​ຢູ່​ໃນ​ໄຮ່ນາ ຫລື​ຢູ່​ໃນ​ສວນອະງຸ່ນ ແລະ​ມັນ​ຫລົງ​ຝູງ​ໄປ​ກິນ​ຜົນລະປູກ ທີ່​ເກີດ​ໃນ​ໄຮ່ນາ​ຂອງ​ຄົນອື່ນ; ເຈົ້າຂອງ​ສັດ​ນັ້ນ​ຕ້ອງ​ໃຊ້​ຈ່າຍ​ຄ່າ​ເສຍຫາຍ​ຄືນ ເປັນ​ຜົນລະປູກ​ທີ່ດີ​ທີ່ສຸດ​ຈາກ​ໄຮ່ນາ ແລະ​ສວນອະງຸ່ນ​ຂອງຕົນ ໃຫ້​ແກ່​ຜູ້​ທີ່​ໄດ້​ຮັບ​ຄວາມ​ເສຍຫາຍ​ນັ້ນ.


ຈົ່ງ​ຫວ່ານ​ພືດ ແລະ​ເກັບກ່ຽວ​ຜົນລະປູກ​ໃນ​ນາ​ຂອງ​ເຈົ້າ​ຕະຫລອດ​ຫົກ​ປີ.


ແຕ່​ໃນ​ປີ​ທີ​ເຈັດ ຈົ່ງ​ປະ​ໃຫ້​ນາ​ນັ້ນ​ວ່າງ​ເປົ່າ ແລະ​ຢ່າ​ເກັບກ່ຽວ​ຫຍັງ​ທີ່​ເກີດຂຶ້ນ​ໃນ​ນາ​ນັ້ນ. ຄົນ​ຍາກຈົນ​ອາດ​ເກັບ​ກິນ​ສິ່ງ​ທີ່​ເກີດຂຶ້ນ​ໃນ​ນາ​ນັ້ນ​ໄດ້ ແລະ​ສັດປ່າ​ທັງຫລາຍ​ອາດ​ກິນ​ສິ່ງ​ທີ່​ເຫຼືອ​ນັ້ນ​ໄດ້. ຈົ່ງ​ເຮັດ​ຢ່າງ​ດຽວກັນ​ສຳລັບ​ສວນອະງຸ່ນ ແລະ​ສວນ​ໝາກກອກເທດ​ຂອງເຈົ້າ.


ເຮົາ​ຕັດສິນໃຈ​ແລ້ວ​ວ່າ ຈະ​ນຳ​ພວກເຈົ້າ​ອອກ​ໄປ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຈົ້າ​ທົນທຸກ​ຢູ່​ນີ້ ແລະ​ເຮົາ​ຈະ​ນຳພາ​ພວກເຈົ້າ​ເຂົ້າ​ໄປ​ສູ່​ດິນແດນ​ທີ່​ອຸດົມສົມບູນ ແລະ​ຮັ່ງມີ​ຄື: ດິນແດນ​ຂອງ​ຊາວ​ການາອານ, ຊາວ​ຮິດຕີ, ຊາວ​ອາໂມ, ຊາວ​ເປຣີຊີ, ຊາວ​ຮີວີ ແລະ​ຊາວ​ເຢບຸດ.’


ສະນັ້ນ ເຮົາ​ຈຶ່ງ​ລົງ​ມາ​ຊ່ວຍກູ້​ພວກເຂົາ​ໃຫ້​ພົ້ນ​ຈາກ​ການ​ທາລຸນ​ຂອງ​ຊາວ​ເອຢິບ; ເພື່ອ​ນຳພາ​ພວກເຂົາ​ໄປ​ສູ່​ດິນແດນ​ທີ່​ອຸດົມສົມບູນ ແລະ​ຮັ່ງມີ​ບ່ອນ​ທີ່​ຊາວ​ການາອານ, ຮິດຕີ, ອາໂມ, ເປຣີຊີ, ຮີວີ ແລະ​ຊາວ​ເຢບຸດ​ອາໄສ​ຢູ່​ໃນ​ເວລາ​ນີ້.


ແຕ່​ເຮົາ​ໄດ້​ສັນຍາ​ໄວ້​ວ່າ ເຮົາ​ຈະ​ມອບ​ດິນແດນ​ທີ່​ອຸດົມສົມບູນ​ແລະ​ຮັ່ງມີ ນີ້​ໃຫ້​ເປັນ​ກຳມະສິດ​ຂອງ​ພວກເຈົ້າ ແລະ​ເຮົາ​ກໍ​ຈະ​ມອບ​ໃຫ້​ພວກເຈົ້າ​ແທ້. ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເຮົາ​ຈະ​ແຍກ​ພວກເຈົ້າ​ອອກ​ຕ່າງຫາກ​ຈາກ​ບັນດາ​ປະຊາຊາດ​ອື່ນໆ.


ພວກເຂົາ​ໄດ້​ບອກ​ໂມເຊ​ວ່າ, “ພວກເຮົາ​ໄດ້​ສຳຫລວດ​ເບິ່ງ​ດິນແດນ​ແລ້ວ ແລະ​ເຫັນ​ວ່າ​ເປັນ​ດິນແດນ​ທີ່​ອຸດົມ​ແລະ​ຮັ່ງມີ; ນີ້​ເດ ໝາກໄມ້​ບາງ​ຊະນິດ​ຈາກ​ທີ່​ນັ້ນ.


ຖ້າ​ພຣະເຈົ້າຢາເວ​ຫາກ​ພໍໃຈ​ນຳ​ພວກເຮົາ ພຣະອົງ​ກໍ​ຈະ​ນຳພາ​ພວກເຮົາ​ໄປ​ທີ່ນັ້ນ ແລະ​ມອບ​ດິນແດນ​ທີ່​ອຸດົມ​ແລະ​ຮັ່ງມີ​ໃຫ້​ແກ່​ພວກເຮົາ.


ເປັນຫຍັງ​ພວກທ່ານ​ຈຶ່ງ​ນຳພາ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ແລະ​ເຂົ້າ​ໄປ​ໃນ​ບ່ອນ​ທຸກຍາກ​ລຳບາກ​ເຊັ່ນນີ້ ຊຶ່ງ​ບໍ່ມີ​ພືດພັນ​ຫຍັງ​ເກີດຂຶ້ນ? ໃນ​ບ່ອນນີ້​ບໍ່ມີ​ເຂົ້າ​ກິນ, ບໍ່ມີ​ຕົ້ນ​ໝາກ​ເດື່ອເທດ, ບໍ່ມີ​ເຄືອ​ອະງຸ່ນ ແລະ​ບໍ່ມີ​ຕົ້ນ​ໝາກພີລາ ແມ່ນແຕ່​ນໍ້າ​ຈະ​ດື່ມ​ກໍ​ຍັງ​ບໍ່ມີ.”


ຕໍ່ມາ ພວກ​ຟີລິດສະຕິນ​ກໍ​ຈັບ​ແຊມຊັນ​ໄດ້ ແລະ​ເຈາະ​ແກ່ນຕາ​ທັງສອງ​ຂອງ​ລາວ. ພວກເຂົາ​ໄດ້​ນຳ​ລາວ​ໄປ​ທີ່​ເມືອງ​ກາຊາ ແລະ​ໃຊ້​ໂສ້​ທີ່​ເປັນ​ທອງສຳຣິດ​ລ່າມ​ລາວ​ໄວ້ ແລະ​ທັງ​ບັງຄັບ​ລາວ​ໃຫ້​ໂມ້ແປ້ງ​ຢູ່​ໃນ​ຄຸກ.


ນາຮາດ​ຕອບ​ວ່າ, “ເຮົາ​ຈະ​ເຮັດ​ສັນຍາ​ກັບ​ພວກເຈົ້າ​ໃນ​ເງື່ອນໄຂ​ຂໍ້​ໜຶ່ງ​ຄື: ເຮົາ​ຈະ​ເຈາະ​ແກ່ນຕາ​ເບື້ອງຂວາ​ທຸກຄົນ ເພື່ອ​ນຳ​ຄວາມ​ອັບອາຍ​ມາ​ສູ່​ຊາດ​ອິດສະຣາເອນ​ທັງໝົດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka