12 ຕໍ່ມາ ໂມເຊໃຫ້ຄົນໄປຕາມດາທານ ແລະອາບີຣາມລູກຊາຍຂອງເອລີອາບມາ ແຕ່ພວກເຂົາເວົ້າວ່າ, “ພວກເຮົາບໍ່ໄປ!
ເມື່ອຄົນມີປັນຍາຟ້ອງຄົນໂງ່ຈ້າ ຄົນໂງ່ຈ້າກໍມີແຕ່ເວົ້າຈາດົ່ງດັງຫຍໍ້ຫຍັນ.
ທຸກຄົນຈະເອົາລັດເອົາປຽບຊຶ່ງກັນແລະກັນ. ຄົນໜຸ່ມຈະບໍ່ໃຫ້ຄວາມນັບຖືແກ່ພວກຜູ້ອາວຸໂສ ແລະຄົນຊົ່ວຈະບໍ່ໃຫ້ຄວາມນັບຖືແກ່ຜູ້ມີກຽດ.
ໂກຣາ ລູກຊາຍຂອງອີຊະຮາ ຊາວເລວີຢູ່ໃນຕະກຸນໂກຮາດ ກໍໄດ້ຍົກຍໍຕົວຂຶ້ນກະບົດຕໍ່ໂມເຊ. ສະມາຊິກໃນເຜົ່າຣູເບັນສາມຄົນຄື: ດາທານ, ອາບີຣາມ ລູກຊາຍຂອງເອລີອາບ ແລະອອນລູກຊາຍຂອງເປເລັດ
ເມື່ອພວກເຈົ້າກ່າວຮ້າຍໃສ່ອາໂຣນກໍສໍ່າກັບວ່າ ພວກເຈົ້າກ່າວຮ້າຍໃສ່ພຣະເຈົ້າຢາເວ ອົງທີ່ພວກເຈົ້າແລະພັກພວກກຳລັງກະບົດຕໍ່ສູ້ຢູ່ນີ້.”
ທ່ານໄດ້ນຳພວກເຮົາອອກມາຈາກດິນແດນທີ່ອຸດົມສົມບູນໃນປະເທດເອຢິບ ເພື່ອຈະຂ້າພວກເຮົາໃນຖິ່ນແຫ້ງແລ້ງກັນດານນີ້ຍັງບໍ່ພໍບໍ? ທ່ານຍັງຈະມາຕັ້ງຕົວເປັນນາຍເໜືອຫົວເຮົາອີກບໍ?
ເຖິງປານນັ້ນ ພວກເຫຼົ່ານີ້ກໍຍັງມົວຝັນ ເຮັດໃຫ້ຮ່າງກາຍຂອງຕົນຊົ່ວມົວໝອງ, ພວກເຂົາໝິ່ນປະໝາດສິດອຳນາດຂອງພຣະເຈົ້າ ແລະດ່າວ່າບັນດາຜູ້ມີກຽດສັກສີຢູ່ເບື້ອງເທິງ.