Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 16:11 - ພຣະຄຳພີສັກສິ

11 ເມື່ອ​ພວກເຈົ້າ​ກ່າວ​ຮ້າຍ​ໃສ່​ອາໂຣນ​ກໍ​ສໍ່າ​ກັບ​ວ່າ ພວກເຈົ້າ​ກ່າວ​ຮ້າຍ​ໃສ່​ພຣະເຈົ້າຢາເວ ອົງ​ທີ່​ພວກເຈົ້າ​ແລະ​ພັກພວກ​ກຳລັງ​ກະບົດ​ຕໍ່ສູ້​ຢູ່​ນີ້.”

Uka jalj uñjjattʼäta Copia luraña




ຈົດບັນຊີ 16:11
15 Jak'a apnaqawi uñst'ayäwi  

ອັນນີ້​ແມ່ນ​ການ​ມອບໝາຍ​ໜ້າທີ່​ເຝົ້າຍາມ ໃຫ້​ແກ່​ຕະກຸນ​ໂກຣາ ແລະ​ເມຣາຣີ.


ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ​ພວກເຂົາ​ອິດສາ​ໂມເຊ ທັງ​ອາໂຣນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ອົງ​ບໍຣິສຸດ​ດ້ວຍ.


ພວກເຂົາ​ຈຶ່ງ​ຈົ່ມຮ້າຍ​ໃສ່​ໂມເຊ ແລະ​ເວົ້າ​ວ່າ, “ຫາ​ນໍ້າ​ໃຫ້​ພວກເຮົາ​ດື່ມ​ແມ!” ໂມເຊ​ຈຶ່ງ​ຕອບ​ວ່າ, “ເປັນຫຍັງ​ຈຶ່ງ​ພາກັນ​ຈົ່ມ? ເປັນຫຍັງ​ຈຶ່ງ​ທົດລອງ​ພຣະເຈົ້າຢາເວ?”


ປະຊາຊົນ​ໄດ້​ເລີ່ມ​ຈົ່ມທຸກ​ຕໍ່​ພຣະເຈົ້າຢາເວ​ເຖິງ​ຄວາມ​ເດືອດຮ້ອນ​ຂອງ​ພວກເຂົາ. ເມື່ອ​ພຣະເຈົ້າຢາເວ​ໄດ້ຍິນ​ພວກເຂົາ ພຣະອົງ​ກໍ​ໂກດຮ້າຍ​ແລະ​ສົ່ງ​ໄຟ​ລົງ​ມາ​ເທິງ​ພວກເຂົາ. ໄຟ​ພຣະເຈົ້າຢາເວ​ໄດ້​ລຸກ​ໄໝ້​ຢູ່​ທ່າມກາງ​ພວກເຂົາ ແລະ​ໄດ້​ທຳລາຍ​ສົ້ນ​ໜຶ່ງ​ຂອງ​ຄ້າຍພັກ.


ຕໍ່ມາ ໂມເຊ​ໃຫ້​ຄົນ​ໄປ​ຕາມ​ດາທານ ແລະ​ອາບີຣາມ​ລູກຊາຍ​ຂອງ​ເອລີອາບ​ມາ ແຕ່​ພວກເຂົາ​ເວົ້າ​ວ່າ, “ພວກເຮົາ​ບໍ່​ໄປ!


ພວກເຂົາ​ໄດ້​ມາ​ເຕົ້າໂຮມ​ກັນ​ຕໍ່ສູ້​ໂມເຊ​ແລະ​ຕໍ່ສູ້​ອາໂຣນ ແລະ​ກ່າວ​ວ່າ, “ທ່ານ​ເຮັດ​ໂພດ​ເກີນ​ໄປ​ແລ້ວໃດ! ສະມາຊິກ​ທັງໝົດ​ຢູ່​ໃນ​ຊຸມຊົນ​ເປັນ​ຄົນ​ບໍຣິສຸດ ແລະ​ພຣະເຈົ້າຢາເວ​ກໍ​ສະຖິດ​ຢູ່​ນຳ​ພວກເຮົາ​ທຸກຄົນ. ແລ້ວ​ເປັນຫຍັງ​ທ່ານ​ຈຶ່ງ​ຖືຕົວ​ເໜືອ​ກວ່າ​ຊຸມຊົນ​ຂອງ​ພຣະເຈົ້າຢາເວ?”


“ຜູ້ໃດ​ທີ່​ຟັງ​ພວກເຈົ້າ ກໍໄດ້​ຟັງ​ເຮົາ ຜູ້ໃດ​ທີ່​ບໍ່​ຍອມ​ຮັບ​ພວກເຈົ້າ ກໍ​ບໍ່​ຍອມ​ຮັບ​ເຮົາ ແລະ​ທັງ​ບໍ່​ຍອມ​ຮັບ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ດ້ວຍ.”


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ທີ່​ຕ້ອນຮັບ​ຜູ້​ທີ່​ເຮົາ​ໃຊ້​ໄປ ກໍ​ຕ້ອນຮັບ​ເຮົາ​ເໝືອນກັນ ແລະ​ຜູ້ໃດ​ທີ່​ຕ້ອນຮັບ​ເຮົາ ກໍ​ຕ້ອນຮັບ​ພຣະອົງ​ຜູ້​ທີ່​ໃຊ້​ເຮົາ​ມາ.”


ກ່ອນ​ທີ່​ເຈົ້າ​ບໍ່​ທັນ​ໄດ້​ຂາຍ ດິນ​ນັ້ນ​ກໍ​ເປັນ​ຂອງ​ເຈົ້າ​ບໍ່ແມ່ນ​ບໍ? ແລະ​ຫລັງຈາກ​ທີ່​ເຈົ້າ​ຂາຍ​ແລ້ວ ເງິນ​ນັ້ນ​ກໍ​ຍັງ​ເປັນ​ສິດ​ຂອງ​ເຈົ້າ​ບໍ່ແມ່ນ​ບໍ? ດັ່ງນັ້ນ ເປັນຫຍັງ​ເຈົ້າ​ຈຶ່ງ​ໄດ້​ຕັດສິນໃຈ​ເຮັດ​ເຊັ່ນນີ້? ເຈົ້າ​ບໍ່ໄດ້​ຕົວະ​ຕໍ່​ມະນຸດ ແຕ່​ຕົວະ​ຕໍ່​ພຣະເຈົ້າ.”


ເຫດສະນັ້ນ ຜູ້ໃດ​ທີ່​ຕໍ່ຕ້ານ​ອຳນາດ​ການ​ປົກຄອງ ກໍ​ຕໍ່ຕ້ານ​ຜູ້​ທີ່​ພຣະເຈົ້າ​ໄດ້​ແຕ່ງຕັ້ງ​ຂຶ້ນ ແລະ​ຜູ້ໃດ​ທີ່​ກະທຳ​ເຊັ່ນນັ້ນ ຈະ​ຖືກ​ພິພາກສາ​ລົງໂທດ.


ພວກເຈົ້າ​ຢ່າ​ຈົ່ມ ດັ່ງ​ທີ່​ບາງຄົນ​ໃນ​ພວກ​ນັ້ນ​ໄດ້​ຈົ່ມ ແລະ​ພວກເຂົາ​ກໍ​ຖືກ​ທຳລາຍ​ດ້ວຍ​ເພັດຊະຄາດ.


ຖ້າດັ່ງນັ້ນ ອາໂປໂລ​ແມ່ນ​ຜູ້ໃດ? ແລະ ໂປໂລ​ແມ່ນ​ຜູ້ໃດ? ກໍ​ເປັນ​ພຽງແຕ່​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ທີ່​ໄດ້​ນຳ​ພວກເຈົ້າ​ໃຫ້​ເຊື່ອ​ເທົ່ານັ້ນ, ພວກເຮົາ​ແຕ່ລະຄົນ ຮັບໃຊ້​ຕາມ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ມອບໝາຍ​ໃຫ້.


ຄົນ​ເຫຼົ່ານີ້ ເປັນ​ຄົນ​ມັກຈົ່ມ​ມັກວ່າ ພວກເຂົາ​ເຮັດ​ຕາມ​ຄວາມ​ປາຖະໜາ​ອັນ​ຊົ່ວຊ້າ​ຂອງຕົນ, ພວກເຂົາ​ເວົ້າ​ອວດອ້າງ​ເຖິງ​ຕົນເອງ ແລະ​ຍ້ອງຍໍ​ຄົນອື່ນ​ເພື່ອ​ຫວັງ​ຜົນ​ປະໂຫຍດ​ສ່ວນຕົວ​ຂອງຕົນ.


ແລະ​ພຣະເຈົ້າຢາເວ​ກ່າວ​ວ່າ, “ຈົ່ງ​ຟັງ​ທຸກໆ​ສິ່ງ​ທີ່​ປະຊາຊົນ​ເວົ້າ​ຕໍ່​ເຈົ້າ. ພວກເຂົາ​ບໍ່ໄດ້​ປະຖິ້ມ​ເຈົ້າ, ແຕ່​ໄດ້​ປະຖິ້ມ​ເຮົາ​ຕ່າງຫາກ ໂດຍ​ບໍ່​ຍອມ​ຮັບ​ເອົາ​ເຮົາ​ເປັນ​ເຈົ້າຊີວິດ​ຂອງ​ພວກເຂົາ​ຕໍ່ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka