Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 16:10 - ພຣະຄຳພີສັກສິ

10 ພຣະອົງ​ໄດ້​ໃຫ້​ພວກເຈົ້າ​ແລະ​ຊາວ​ເລວີ​ອື່ນໆ​ທັງໝົດ​ໄດ້​ຮັບ​ກຽດ​ນີ້ ແລະ​ມາບັດນີ້ ພວກເຈົ້າ​ກຳລັງ​ພະຍາຍາມ​ຢາກ​ເອົາ​ຕຳແໜ່ງ​ປະໂຣຫິດ​ອີກ

Uka jalj uñjjattʼäta Copia luraña




ຈົດບັນຊີ 16:10
11 Jak'a apnaqawi uñst'ayäwi  

ຄຳ​ຫຍາບຊ້າ​ສ້າງ​ແຕ່​ເລື່ອງ​ເດືອດຮ້ອນ​ເກາະ​ຜິດ. ການ​ຍອມ​ຟັງ​ຄວາມ​ຄິດ​ເຫັນ ພາ​ໃຫ້​ຕົນ​ເປັນ​ຄົນສະຫລາດ.


ພຣະເຈົ້າຢາເວ​ໄດ້​ບອກ​ອາໂຣນ​ວ່າ, “ເຈົ້າ​ກັບ​ພວກ​ລູກຊາຍ​ຂອງ​ເຈົ້າ ພ້ອມ​ທັງ​ຊາວ​ເລວີ​ຕ້ອງ​ເປັນ​ຜູ້​ຮັບ​ຜົນ​ກຳ​ຈາກ​ຄວາມຜິດ​ໃນ​ການ​ຮັບໃຊ້ ແລະ​ການ​ປະຕິບັດ​ໜ້າທີ່​ໃນ​ຫໍເຕັນ​ບ່ອນ​ເຮົາ​ສະຖິດ​ຢູ່, ແຕ່​ເຈົ້າ​ກັບ​ພວກ​ລູກຊາຍ​ຂອງ​ເຈົ້າ​ໃນ​ຖານະ​ທີ່​ເປັນ​ປະໂຣຫິດ​ຂອງເຮົາ ຈະ​ເປັນ​ຜູ້​ຮັບຜິດຊອບ​ຕໍ່​ຄວາມຜິດ​ນັ້ນ.


ແຕ່​ແມ່ນ​ເຈົ້າ​ກັບ​ພວກ​ລູກຊາຍ​ຂອງ​ເຈົ້າ​ເທົ່ານັ້ນ ທີ່​ຈະ​ປະຕິບັດ​ໜ້າທີ່​ຄວາມ​ຮັບຜິດຊອບ​ທັງໝົດ​ຂອງ​ປະໂຣຫິດ ກ່ຽວກັບ​ແທ່ນບູຊາ​ແລະ​ໃນ​ບ່ອນ​ສັກສິດ​ທີ່ສຸດ​ໃຫ້​ສຳເລັດ. ສິ່ງ​ເຫຼົ່ານີ້​ເປັນ​ຄວາມ​ຮັບຜິດຊອບ​ຂອງ​ເຈົ້າ ກໍ​ຍ້ອນ​ວ່າ​ເຮົາ​ໄດ້​ມອບ​ຕຳແໜ່ງ​ປະໂຣຫິດ​ໃຫ້​ເຈົ້າ. ຜູ້ອື່ນໃດ​ທີ່​ເຂົ້າ​ມາ​ໃກ້ ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.”


ເຈົ້າ​ຈະ​ຕ້ອງ​ສະຖາປະນາ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ໃຫ້​ເຮັດ​ໜ້າທີ່​ປະໂຣຫິດ; ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຫາກ​ພະຍາຍາມ​ຈະ​ເຮັດ​ໜ້າທີ່​ນີ້​ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.”


“ຈົ່ງ​ນຳ​ເຜົ່າເລວີ​ອອກ​ມາ​ຂ້າງ​ໜ້າ ແລະ​ແຕ່ງຕັ້ງ​ພວກເຂົາ​ໃຫ້​ເປັນ​ຜູ້ຮັບໃຊ້​ປະໂຣຫິດ​ອາໂຣນ.


ແລ້ວ​ກໍ​ມີ​ການ​ໂຕ້ຖຽງ​ກັນ​ເກີດຂຶ້ນ​ໃນ​ທ່າມກາງ​ພວກ​ສາວົກ​ວ່າ ໃນ​ພວກເພິ່ນ ຜູ້ໃດ​ຈະ​ເປັນ​ໃຫຍ່​ກວ່າ​ໝູ່.


ຈົ່ງ​ຮັກ​ຊຶ່ງກັນແລະກັນ​ເໝືອນ​ສັນ​ພີ່ນ້ອງ ສ່ວນ​ການ​ໃຫ້ກຽດ​ຊຶ່ງກັນແລະກັນ​ນັ້ນ ຈົ່ງ​ຖື​ວ່າ​ຜູ້ອື່ນ​ດີກວ່າ​ຕົນ.


ຢ່າ​ເຮັດ​ສິ່ງໃດ​ໃນ​ທາງ​ຊີງດີ​ຫລື​ຖືດີ​ກັນ ແຕ່​ຈົ່ງ​ຖ່ອມໃຈ​ລົງ ຖື​ວ່າ​ຄົນອື່ນ​ດີກວ່າ​ຕົນ.


ເຮົາ​ໄດ້​ຂຽນ​ບາງ​ຢ່າງ​ເຖິງ​ຄຣິສຕະຈັກ ແຕ່​ດີໂອເທເຟ ຜູ້​ມັກ​ຕັ້ງຕົວ​ເປັນ​ໃຫຍ່​ເໜືອ​ໝູ່ ກໍ​ບໍ່​ຍອມ​ຮັບ​ເຮົາ.


ມີກາ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ປະໂຣຫິດ ແລະ​ທັງ​ໃຫ້​ລາວ​ອາໄສ​ຢູ່​ໃນ​ເຮືອນ​ນຳ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka