1 ໂກຣາ ລູກຊາຍຂອງອີຊະຮາ ຊາວເລວີຢູ່ໃນຕະກຸນໂກຮາດ ກໍໄດ້ຍົກຍໍຕົວຂຶ້ນກະບົດຕໍ່ໂມເຊ. ສະມາຊິກໃນເຜົ່າຣູເບັນສາມຄົນຄື: ດາທານ, ອາບີຣາມ ລູກຊາຍຂອງເອລີອາບ ແລະອອນລູກຊາຍຂອງເປເລັດ
ໃນຖິ່ນແຫ້ງແລ້ງກັນດານນັ້ນພວກເຂົາອິດສາໂມເຊ ທັງອາໂຣນຜູ້ຮັບໃຊ້ຂອງພຣະເຈົ້າຢາເວອົງບໍຣິສຸດດ້ວຍ.
ເລວີມີລູກຊາຍສາມຄົນ ດັ່ງນີ້: ເກໂຊນ, ໂກຮາດ ແລະເມຣາຣີ. ພວກເຂົາໄດ້ເປັນບັນພະບຸລຸດຂອງເຜົ່າຕ່າງໆ ທີ່ໄດ້ໃສ່ຊື່ຂອງພວກເຂົາ. ເລວີມີອາຍຸຢູ່ຮອດ ໜຶ່ງຮ້ອຍສາມສິບເຈັດປີ.
ໂກຮາດມີລູກຊາຍສີ່ຄົນ ດັ່ງນີ້: ອຳຣາມ, ອີຊະຮາ, ເຮັບໂຣນ ແລະອຸດຊີເອນ. ໂກຮາດມີອາຍຸຢູ່ຮອດ ໜຶ່ງຮ້ອຍສາມສິບສາມປີ.
ອີຊະຮາມີລູກຊາຍສາມຄົນ ດັ່ງນີ້: ໂກຣາ, ເນເຟັກ ແລະຊີກະຣີ.
ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ເຮົາໄດ້ນຳພາພວກເຈົ້າອອກມາຈາກປະເທດເອຢິບ ເພື່ອເປັນພຣະເຈົ້າຂອງພວກເຈົ້າ ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.”
“ພໍ່ຂອງພວກເຮົາໄດ້ຕາຍໃນຖິ່ນແຫ້ງແລ້ງກັນດານ ໂດຍບໍ່ມີລູກຊາຍຈັກຄົນ. ເພິ່ນບໍ່ແມ່ນພັກພວກຂອງໂກຣາຜູ້ທີ່ໄດ້ກະບົດຕໍ່ພຣະເຈົ້າຢາເວ ເພິ່ນໄດ້ຕາຍໄປຍ້ອນບາບກຳຂອງເພິ່ນເອງ.
ຈົ່ງຫວນຄິດເຖິງສິ່ງທີ່ພຣະອົງໄດ້ເຮັດຕໍ່ດາທານແລະອາບີຣາມ ລູກຊາຍຂອງເອລີອາບແຫ່ງເຜົ່າຣູເບັນ. ຕໍ່ໜ້າທຸກຄົນ ແຜ່ນດິນໄດ້ຍະອອກກືນກິນພວກເຂົາພ້ອມກັບຄອບຄົວ, ຜ້າເຕັນ, ຄົນຮັບໃຊ້ ແລະຝູງສັດຂອງພວກເຂົາ.
ວິບັດ ຈົ່ງມີແກ່ພວກເຂົາ ເພາະພວກເຂົາໄດ້ຕິດຕາມທາງຂອງກາອິນໄປ ແລະເພື່ອເຫັນແກ່ສິນຈ້າງລາງວັນ ພວກເຂົາໄດ້ປ່ອຍຕົວໄປໃນທາງຜິດ ເໝືອນດັ່ງທີ່ບາລາອາມໄດ້ເຮັດ ແລະພວກເຂົາໄດ້ຈິບຫາຍໄປ ດ້ວຍການກະບົດຕາມຢ່າງຂອງໂກຣາ.