ຈົດບັນຊີ 15:9 - ພຣະຄຳພີສັກສິ9 ໃຫ້ນຳເຄື່ອງມາຖວາຍພ້ອມງົວເຖິກ ມີແປ້ງເຂົ້າຢ່າງດີສາມກິໂລກຼາມ ປົນກັບນໍ້າມັນໝາກກອກເທດສອງລິດ Uka jalj uñjjattʼäta |
ພວກຂ້ານ້ອຍຈະຈັດຫາໄວ້ສຳລັບການນະມັດສະການໃນພຣະວິຫານ ດັ່ງນີ້: ເຂົ້າຈີ່ສັກສິດ, ພືດຜົນເປັນເມັດທີ່ຖວາຍປະຈຳວັນ, ສັດຫລາຍໂຕທີ່ຕ້ອງເຜົາບູຊາແຕ່ລະວັນ, ເຄື່ອງຖວາຍບູຊາສັກສິດສຳລັບວັນຊະບາໂຕ, ສຳລັບວັນເດືອນຂຶ້ນໃໝ່ ແລະສຳລັບວັນອື່ນໆ, ເຄື່ອງຖວາຍບູຊາສັກສິດອື່ນໆ, ເຄື່ອງຖວາຍບູຊາເພື່ອລຶບລ້າງບາບຂອງຊາດອິດສະຣາເອນ ແລະສິ່ງອື່ນໆອີກ ທີ່ຈຳເປັນສຳລັບພຣະວິຫານ.
ຊາຍຄົນນັ້ນໄດ້ກ່າວແກ່ຂ້າພະເຈົ້າວ່າ, “ອາຄານທັງສອງຫລັງນີ້ສັກສິດ. ບັນດາປະໂຣຫິດທີ່ເຂົ້າໄປຢູ່ຊ້ອງໜ້າພຣະເຈົ້າຢາເວ ກິນເຄື່ອງຖວາຍອັນສັກສິດບໍຣິສຸດຢູ່ໃນຕຶກເຫຼົ່ານັ້ນ. ເພາະຫ້ອງຕ່າງໆນັ້ນສັກສິດ ບັນດາປະໂຣຫິດຈະວາງເຄື່ອງຖວາຍອັນສັກສິດທີ່ສຸດໄວ້ໃນທີ່ນັ້ນ ເຊັ່ນ: ເຄື່ອງຖວາຍພືດຜົນເປັນເມັດກັບເຄື່ອງຖວາຍສຳລັບລຶບລ້າງບາບ ຫລືເຄື່ອງຖວາຍເພື່ອຊົດໃຊ້ແທນຄືນ.