Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 15:7 - ພຣະຄຳພີສັກສິ

7 ພ້ອມ​ກັບ​ເຫຼົ້າ​ອະງຸ່ນ​ລິດເຄິ່ງ. ກິ່ນ​ຫອມຫວນ​ຂອງ​ເຄື່ອງບູຊາ​ນັ້ນ ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ຈົດບັນຊີ 15:7
8 Jak'a apnaqawi uñst'ayäwi  

ວັນ​ຕໍ່ມາ ພວກເຂົາ​ໄດ້​ຂ້າ​ສັດ​ຖວາຍບູຊາ​ໃຫ້​ແກ່​ພຣະເຈົ້າຢາເວ​ກ່ອນ ແລ້ວ​ຈຶ່ງ​ນຳ​ມາ​ໃຫ້​ປະຊາຊົນ. ພວກເຂົາ​ຍັງ​ຂ້າ​ສັດ​ເຜົາ​ທັງ​ໂຕ​ຖວາຍ​ທີ່​ເທິງ​ແທ່ນບູຊາ​ເຊັ່ນ: ງົວເຖິກ​ໜຶ່ງພັນ​ໂຕ, ແກະເຖິກ​ໜຶ່ງພັນ​ໂຕ ແລະ​ລູກແກະ​ໜຶ່ງພັນ​ໂຕ. ພວກເຂົາ​ຍັງ​ໄດ້​ນຳ​ເຫຼົ້າ​ອະງຸ່ນ​ມາ​ຖວາຍ​ຄືກັນ.


ໃນ​ເວລາ​ທີ່​ຖວາຍ​ລູກແກະ​ໂຕ​ທີ່​ໜຶ່ງ​ນັ້ນ ຈົ່ງ​ຖວາຍ​ຍອດ​ແປ້ງ​ປະມານ​ໜຶ່ງ​ກິໂລກຼາມ ປົນ​ກັບ​ນໍ້າມັນ​ໝາກກອກເທດ​ໜຶ່ງ​ລິດ. ຈົ່ງ​ຖວາຍ​ເຫຼົ້າ​ອະງຸ່ນ​ໜຶ່ງ​ລິດ​ຄື​ກັນ.


ເມື່ອ​ຖວາຍ​ແກະເຖິກ​ໂຕໜຶ່ງ ໃຫ້​ນຳ​ເຄື່ອງ​ຖວາຍ​ມາ​ພ້ອມ ມີ​ແປ້ງເຂົ້າ​ຢ່າງດີ​ສອງ​ກິໂລກຼາມ ປົນ​ກັບ​ນໍ້າມັນ​ໝາກກອກເທດ​ເຄິ່ງລິດ


ເມື່ອ​ຖວາຍ​ງົວເຖິກ​ໂຕໜຶ່ງ​ແກ່​ພຣະເຈົ້າຢາເວ​ຕາມ​ພິທີ​ຖວາຍ​ບູຊາ​ດ້ວຍ​ໄຟ ຫລື​ຖວາຍ​ບູຊາ​ທີ່​ສືບ​ເນື່ອງ​ມາ​ຈາກ​ຜົນ​ສຳເລັດ​ໃນ​ການ​ບະບົນ​ໄວ້ ຫລື​ຕາມ​ພິທີ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ກໍດີ


ໃຫ້​ແນະນຳ​ຊາວ​ອິດສະຣາເອນ​ຖວາຍ​ອາຫານ​ເປັນ​ເຄື່ອງ​ບູຊາ​ດ້ວຍ​ໄຟ ທີ່​ຈຳເປັນ​ແລະ​ພໍໃຈ​ພຣະອົງ ຕາມ​ເວລາ​ທີ່​ໄດ້​ກຳນົດ​ໄວ້​ດັ່ງນີ້:


ສ່ວນ​ເຫຼົ້າ​ອະງຸ່ນ​ໜຶ່ງ​ລິດ​ທີ່​ຖວາຍ​ພ້ອມ​ກັບ​ລູກແກະ​ໂຕ​ທີໜຶ່ງ​ນັ້ນ ໃຫ້​ຖອກ​ໃນ​ບ່ອນ​ບໍຣິສຸດ​ຖວາຍ​ແກ່​ພຣະເຈົ້າຢາເວ.


ລາວ​ຈະ​ຕ້ອງ​ຖວາຍ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ອີກ​ກະຕ່າ​ໜຶ່ງ​ຄື: ເຂົ້າໜົມ​ເປັນ​ແຜ່ນ​ໜາໆ​ທີ່​ເຮັດ​ດ້ວຍ​ແປ້ງ​ປະສົມ​ກັບ​ນໍ້າມັນ​ໝາກກອກເທດ, ເຂົ້າໜົມ​ເປັນ​ແຜ່ນ​ບາງໆ​ທີ່​ປົນ​ກັບ​ນໍ້າມັນ​ໝາກກອກເທດ ແລະ​ນອກຈາກນີ້​ຍັງ​ຈະ​ຖວາຍ​ພືດຜົນ​ເປັນເມັດ ແລະ​ເຫຼົ້າ​ອະງຸ່ນ​ຕາມ​ກຳນົດ​ອີກ​ດ້ວຍ.


ແຕ່​ຕົ້ນອະງຸ່ນ​ຕອບ​ວ່າ, ‘ຖ້າ​ຂ້ອຍ​ປົກຄອງ​ພວກເຈົ້າ ຂ້ອຍ​ຈະ​ຕ້ອງ​ເຊົາ​ຜະລິດ​ເຫຼົ້າ​ອະງຸ່ນ ທີ່​ເຮັດ​ໃຫ້​ບັນດາ​ພະ​ແລະ​ມວນ​ມະນຸດ​ມີ​ຄວາມສຸກ.’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka