Biblia Todo Logo
Internet tuqin Biblia

- Anuncios ukanaka -




ຈົດບັນຊີ 15:41 - ພຣະຄຳພີສັກສິ

41 ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ, ເຮົາ​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ເພື່ອ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.”

Uka jalj uñjjattʼäta Copia luraña




ຈົດບັນຊີ 15:41
11 Jak'a apnaqawi uñst'ayäwi  

ເພື່ອ​ວ່າ​ປະຊາຊົນ​ຂອງ​ພຣະອົງ​ຈະ​ເຊື່ອຟັງ​ກົດບັນຍັດ ແລະ​ຖື​ຮັກສາ​ຂໍ້ຄຳສັ່ງ​ທັງໝົດ​ຂອງ​ພຣະອົງ. ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ.


ເຮົາ​ຈະ​ຮັບ​ເອົາ​ພວກເຈົ້າ​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ. ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເມື່ອ​ເຮົາ​ປົດປ່ອຍ​ພວກເຈົ້າ​ອອກ​ຈາກ​ການ​ເປັນ​ທາດຮັບໃຊ້​ໃນ​ປະເທດ​ເອຢິບ.


ແລະ​ເຮົາ​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ກໍ​ເພື່ອ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ. ເຮົາ​ແມ່ນ​ພຣະເຈົ້າຢາເວ.”


ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ເພື່ອ​ມອບ​ດິນແດນ​ການາອານ​ໃຫ້​ແກ່​ພວກເຈົ້າ ແລະ​ເພື່ອ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ.


ຍອຍ​ນັ້ນ​ຈະ​ເຕືອນ​ພວກເຈົ້າ​ໃຫ້​ຮັກສາ​ຂໍ້ຄຳສັ່ງ​ທັງໝົດ​ຂອງເຮົາ ແລະ​ພວກເຈົ້າ​ກໍ​ຈະ​ເປັນ​ຄົນ​ບໍຣິສຸດ​ແກ່​ພຣະເຈົ້າ​ຂອງ​ພວກເຈົ້າ.


ໂກຣາ ລູກຊາຍ​ຂອງ​ອີຊະຮາ ຊາວ​ເລວີ​ຢູ່​ໃນ​ຕະກຸນ​ໂກຮາດ ກໍ​ໄດ້​ຍົກຍໍ​ຕົວຂຶ້ນ​ກະບົດ​ຕໍ່​ໂມເຊ. ສະມາຊິກ​ໃນ​ເຜົ່າ​ຣູເບັນ​ສາມ​ຄົນ​ຄື: ດາທານ, ອາບີຣາມ ລູກຊາຍ​ຂອງ​ເອລີອາບ ແລະ​ອອນ​ລູກຊາຍ​ຂອງ​ເປເລັດ


ແຕ່​ພວກເພິ່ນ​ປາຖະໜາ​ຫາ​ເມືອງ​ທີ່​ດີກວ່າ​ນັ້ນ ຄື​ເມືອງ​ສະຫວັນ. ດັ່ງນັ້ນ ພຣະເຈົ້າ​ຈຶ່ງ​ຊົງ​ບໍ່​ລະອາຍ ເມື່ອ​ພວກເພິ່ນ​ເອີ້ນ​ພຣະອົງ​ວ່າ ເປັນ​ພຣະເຈົ້າ​ຂອງ​ພວກເພິ່ນ ເພາະ​ພຣະອົງ​ໄດ້​ຊົງ​ຈັດຕຽມ​ນະຄອນ​ໜຶ່ງ​ໄວ້​ສຳລັບ​ພວກເພິ່ນ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka